ຜູ້ຄ້າ ຢາເສບຕິດ ຊາວລາວ 2 ຄົນ ຖືກຈັບ

ເຈົ້າໜ້າທີ່ ຕຳຣວດ ກອງເມືອງ ແຂວງມຸກດາຫານ ຈັບ ຄົນລາວ 2 ຄົນ ທີ່ຮັບຈ້າງ ຂົນຢາບ້າ ເຂົ້າໄປ ບາງກອກ.

ເມື່ອ​ທ້າຍ ​ສັປດາ ​ຜ່ານ​ມາ​ນີ້ ເຈົ້າໜ້າ​ທີ່ ຕຳຣວດ ກອງ​ເມືອງ ​ແຂວງ​ມຸກດາ​ຫານ ປະ​ເທດ​ໄທ ​ໄດ້ຈັບ ​ຄົນ​ລາວ 2 ຄົນ​ ຢູ່​ທ່າ​ເຮືອ ​ເທດສະບານ ​ເມືອງ​ມຸກດາ​ຫານ ພ້ອມ​ຂອງ​ກາງ ຫຼັງ​ຈາກ ​ທີ່​ໄດ້ມີ ​ເບາະ​ແສ ວ່າ ​ຈະ​ມີ​ຄົນ​ລັກລອບ ຂົນ​ຢາ​ ເສບ​ຕິດ ​ຜິດ​ກົດໝາຍ​ ເຂົ້າປະ​ເທດ.

ຜູ້​ຕ້ອງ​ຫາ ຜູ້​ນຶ່ງ ​ມີ​ຊື່ວ່າ ທ້າວ​ກິ່ງ ຍາຕຣາ ອາຍຸ 31ປີ ​ເປັນ​ຄົນ​ ບ້ານ​ທົ່ງ​ສີ​ເມືອງ ​ເມືອງ​ສອງ​ຄອນ ​ແຂວງ​ສວັນນະ​ເຂດ ມີ​ຂອງ​ກາງ ຢາ​ບ້າ ຕິດ​ໂຕ ​ກວ່າ 1300 ​ເມັດ. ອີກ​ຜູ້​ນຶ່ງ ​ແມ່ນ​ນາງ ລິນ​ດາ ສຸກ​ສຸຕະ ອາຍຸ 33 ປີ ຢູ່​ບ້ານ​ໜອງ​ຍໍ ເມືອງ​ສອງ​ຄອນ ​ແຂວງ​ສວັນນະ​ເຂດ ມີ​ຂອງ​ກາງ ຢາ​ບ້າຕິດ​ໂຕ ກວ່າ 1900 ​ເມັດ.

ຫຼັງ​ຈາກ ​ຖືກ​ຈັບ​ໄດ້ ຜູ້​ຕ້ອງ​ຫາ ທັງ​ສອງ ຮັບ​ສາລະພາບ​ ວ່າ ​ມີນາ​ຍ​ທຶນ ​ເປັນ​ຄົນ​ລາວ ວ່າ​ຈ້າງ ​ໃຫ້​ນຳ​ເອົາ​ ຢາ​ບ້າ ​ໄປ​ສົ່ງ​ໃຫ້ ລູກຄ້າ ​ຢູ່ ບາງກອກ. ທັງ​ສອງ ​ຈຶ່ງ​ຖືກ ​ເຈົ້າ​ໜ້າ​ທີ່ ​ຕຳຣວດ ຄວບ​ຄຸມ​ຕົວ ພ້ອມ​ຂອງ​ກາງ ​ເພື່ອສົ່ງ​ຟ້ອງ​ສານ ດຳ​ເນີນ​ ຄະດີ​ຕໍ່​ໄປ.

ເຈົ້າໜ້າ​ທີ່ ສັງກັດ​ໜ່ວຍ ສ​ະເພາະ​ກິດ ​ຂອງ​ໄທ ​ເປີດ​ເຜີຍ​ວ່າ ຜູ້​ຕ້ອງ​ຫາ ລັກລອບ​ ຂົນ​ຢາ​ບ້າ ​ເຂົ້າ​ເມືອງ ທີ່​ຜິດ​ກົດ​ໝາຍ ມີ​ຫຼາຍ​ຂື້ນ ​ແຫ່ງ​ມີ​ ການ​ຈັບ​ກຸມ​ຫຼາຍ ​ກໍ​ແຫ່ງ​ມີ​ຜູ້​ລັກລອບ ຫຼັ່ງ​ໄຫຼ​ເຂົ້າ​ມາ.

ບາງ​ຄັ້ງ​ ຜູ້​ຕ້ອງ​ຫາ​ນັ້ນ ​ແມ່ນ​ຫາ​ກໍ ​ພົ້ນ​ໂທດ ອອກ​ຈາກ​ ຄຸກ ​ມາ​ບໍ່​ໄດ້ ​ເຖິງ​ເດືອນ ກໍ​ມາ​ຖືກ​ຈັບ​ໃໝ່ ​ກໍ​ມີ ​ແລະ ບາງ​ຄົນ ​ເຂົ້າ​ອອກ​ຄຸກ ​ໃນ​ຄະດີ​ ດຽວ​ກັນ 2-3 ​ເທື່ອ ​ກໍ​ມີ​ເຊັ່ນ​ກັນ.