ທ່ານ ສະຫວາດໄຊ ສຸສັນນະເຄືອງແກ້ວ ຫົວໜ້າ ຫ້ອງການ ຄະນະ ກັມມະການຕ້ານ ແລະ ຄວບຄຸມ ຢາເສບຕິດ ນະຄອນຫລວງ ວຽງຈັນ ໄດ້ອະທິບາຍວ່າ ປັດຈຸບັນນີ້ ມີການປຸ້ນຈີ້ ຊີງຊັບ ຂີ້ລັກງັດແງະ ອາລະວາດຕີກັນ ໂສເພນີ ຄາດຕະກັມ ແລະອື່ນໆ ມີເພີ້ມຂື້ນ ຍ້ອນວ່າ ມີການເພີ້ມ ຂະຫຍາຍຂື້ນ ຂອງກຸ່ມຄ້າ ແລະຕິດຢາ ເສບຕິດ.
ໃນຂະນະດຽວກັນ ທ່ານ ບຸນທ່ຽງ ຈັນທະມຸງຄຸນ ຫົວໜ້າ ກອງບັນຊາການ ປກສ ນະຄອນຫລວງ ວຽງຈັນ ກໍໄດ້ ຢັ້ງຢືນວ່າ ສະພາບການເສບ ແລະຊື້ຂາຍ ຢາເສບຕິດ ຍັງມີແຜ່ຫລາຍ ຈຶ່ງເປັນຕົ້ນຕໍ ຂອງການກໍ່ ອາສຍາກັມ ແລະ ການກໍ່ເຫດ ທີ່ບໍ່ດີອື່ນໆ.
ໃນປີ 2008 ຜ່ານມາ ໄດ້ມີຄະດີ ຢາເສບຕິດ ເກີດຂື້ນກວ່າ 370 ຄະດີ ແລະທາງການ ສາມາດ ຍຶດຂອງກາງ ປະເພດ ກັນຊາໄດ້ ຫລາຍກວ່າ 600 ກິໂລ ຢາບ້າກວ່າ 537,900 ເມັດ ແລະເຮໂຣອິນ ອີກຈຳນວນ 1 ແທ່ງ.
ທ່ານ ສະຫວາດໄຊ ໄດ້ກ່າວເຖິງ ການເພີ້ມຂື້ນຂອງ ຢາເສບຕິດວ່າ ເປັນຍ້ອນການ ລົງໂທດ ຫລືການ ຕັດສີນ ຂອງສານ ທີ່ຍັງບໍ່ ເດັດຂາດ ຫລືການ ປະຕິບັດຕາມ ຄຳສັ່ງສານ ບໍໄດ້ຜົນ ຄືເມື່ອ ມີການຕັດສີນ ລົງໂທດໄປແລ້ວ ແຕ່ການ ປະຕິບັດ ຕາມຕົວຈິງ ບໍ່ໄດ້ເປັນໄປຕາມ ການຕັດສີນ ໂດຍສະເພາະ ການຕັດສີນ ປະຫານຊີວິດ ບໍ່ເຄີຍເຫັນປາກົດ ໃນລາວເລີຍ.
ນອກຈາກນີ້ ສັງຄົມຍັງ ເຫັນວ່າ ອຳນາດ ຕຸລາການ ຍັງບໍ່ສັກສິດ ເທົ່າທີ່ຄວນ ຄືເຊັ່ນ ຜູ້ຖືກຕັດສີນ ລົງໂທດ ສະຖານໜັກ ກັບໄດ້ຖືກໂທດ ສະຖານເບົາ ຫລື ບໍ່ໄດ້ຮັບ ໂທດເລີຍ ຫາກມີ ຜົນປະໂຍດ ສ່ວນບຸກຄົນ ເຂົ້າມາແອບແຝງ ຢູ່ເບື້ອງຫລັງ.