ຍາກ ທີ່ຈະກໍາຈັດ ພວກຄ້າ ຢາເສບຕິດ ແລະ ການປູກຢາຝິ່ນ

ທາງອົງການ UNODC ຊີ້ແຈງ ເຖີງອຸປສັກ ໃນການຈັບກຸມ ກຸ່ມຄົນຮ້າຍ ທີ່ຍັງມີ ການລັກລອບ ຂົນສົ່ງແລະ ຂາຍ ຢາເສບຕິດ.

0:00 / 0:00

ເຈົ້າໜ້າ​ທີ່ ​ອົງການ ​ສະຫະ ​ປະຊາ​ຊາດ ​ຕ້ານ​ຢາ​ເສບ​ຕິດ ​ແລະ ​ອາຊຍາ​ກັມ ​ກ່າວ​ເຖີງ ອຸປສັກ ​ໃນ​ການ​ຈັກ​ກຸມ ​ກຸ່ມ​ພໍ່ຄ້າ ​ຫລື ​ຜູ້ລັກລອບ ​ຂົນ​ສົ່ງ ​ຢາ​ເສບ​ຕິດ ​ທີ່​ຍັງ​ເປັນ ​ບັນຫາ​ ໃນ​ທຸກ​ມື້​ນີ້ ​ວ່າ:

“ກຸ່ມ​ເປົ້າ ​ເປັນ​ບອລລູນ ທີ່​ວ່າ ​ກຳຈັດ​ ເຂ​ຕ​ໃດ​ແລ້ວ ​ຈະ​ອອກ​ໄປ ​ເຂ​ຕອື່ນ ອັນ​ນີ້ ​ມັນ​ເປັນ ​ລັກສະນະ Network ຂອງ​ອາຊຍາ​ກັມ ​ຂ້າມ​ຊາຕ ທີ່​ພໍ່ຄ້າ ​ຕ່າງໆ ​ເຂົາ​ໃຊ້ ​ຜົນ​ປະ​ໂຍດ ຈາກ​ຕົວ​ນີ້ ​ຖ້າວ່າ ​ຄວບ​ຄຸມ​ເຄັ່ງ​ຄັດ ມັນ​ກໍ​ຈະ​ ໄປ​ເສັ້ນທາງ​ ອື່ນ ​ເພື່ອ​ລຳລຽງ​ ຫລື​ວ່າ ​ສົ່ງ​ໄປ​ຕາມ ​ທີ່​ລູກ​ຄ້າ ​ຕ້ອງກາ​ນ”

ເຈົ້າໜ້າ​ທີ່ ​ທ່ານ​ນີ້ ​ເວົ້າອີກ ​ວ່າ ສຳ​ລັບ​ ບັນຫາ ​ທີ່​ວ່າ ​ຍັງ​ມີ​ຊາວບ້ານ ​ລັກ​ປູກ​ຝິ່ນ ​ເພື່ອ​ສົ່ງ​ຂາຍ ​ໃຫ້​ກຸ່ມ​ພໍ່ຄ້າ ​ແລະ ​ຜູ້​ປູກ​ເອງ ​ກໍ​ຍັງ ​ບໍ່​ສາມາດ ​ເຊົາ​ສູບ​ຝິ່ນ ​ໄດ້​ນັ້ນ ປັຈຸ​ບັນ ​ທາງ​ອົງການ UNODC ​ແລະ ​ໜ່ວຍ​ງານ ​ທີ່​ກ່ຽວຂ້ອງ ​ກຳລັງ​ ດຳ​ເນີນ​ງານ ​ໃນ​ການ​ຈັດການ ​ແລະ ​ກວດ​ລ້າງ ​ພວກ​ພໍ່ຄ້າ​ ທີ່​ເລາະ​ຊື້​ຝິ່ນ​ຈາກ​ຊາວ​ບ້ານ​ຢູ່ ​ແລະ ​ໃນ​ກໍຣະນີ ທີ່​ວ່າ ​ຈະ​ໃຫ້​ ຊາວ​ບ້ານ​ ເລີກ​ປູກ​ຝີ່ນ ຢ່າງ​ຊີ້ນ​ເຊີງນັ້ນ ຄົງ​ຈະ​ເປັນ​ໄປ​ໄດ້​ຍາກ ​ເນື່ອງ​ຈາກ​ວ່າ ​ພວກ​ເຂົາ​ເຈົ້າ ​ເຫລົ່າ​ນີ້ ​ຢູ່​ກັບ​ຝີ່ນ ​ແລະ​ ເສບ​ຝິ່ນ​ ມາຕລອດ ​ແຕ່​ ທາງ​ອົງກາ​ນ ກໍ​ບໍ່​ໄດ້​ລົດ​ລະ ​ຄວາມພະຍາ​ຍາມ ​ໃນ​ເຣື່ອງນີ້ ດັ່ງ​ເຈົ້າໜ້າ​ທີ່​ ກ່ຽວຂ້ອງ ​ຂອງ​ລາວ ​ທ່ານ​ນີ້​ ກ່າວ​ເພີ່ມ​ວ່າ:

“ການ​ປູກ​ຝິ່ນ ​ເປັນ​ປູກ​ພື​ຊອຸຕສາຫະກັມ ພື​ຊທີ່​ເປັນ​ສິນຄ້າ ​ຊນິດ​ອື່ນ ​ເປັນ​ເຣື່ອງ ສາລີ ​ເຣື່ອງຜັກ ຈາກ​ນັ້ນ ກໍ​ມີ ​ເຣື່ອງຊ່ວຍ​ເຫລືອ ​ທາງ​ດ້ານ​ສາທາຣະນະ​ສຸຂ ​ເປັນ​ເຣື່ອງ ການ​ແພ​ທ ​ເປັນ​ເຣື່ອງ ການ​ສຶກສາ ​ເຣື່ອງການຈັດ​ໃຫ້ ​ເຂົາ​ເຈົ້າ ​ເຂົ້າ​ເຖີງ ​ໂຮງຮຽນ ມີ​ໂຮງຮຽນ ໃຫ້​ ແລະ ​ມີ​ຖນົນ.”

​ເຖີງ​ແມ່ນ​ວ່າ ​ປັຈຸ​ບັນ​ນີ້ ​ການ​ແກ້​ໄຂ ​ບັນຫາຝິ່ນ ​ໃນ​ລາວ ​ຍັງ​ບໍ່​ໝົດ​ໄປ ​ແຕ່​ໜ່ວຍ​ງານ ​ພາກຣັຖ​ ແລະ ​ເອກ​ກະ​ຊົນ ​ກໍ​ໄດ້​ພຍາ​ຍາມ ​ສົ່ງ​ຜູ້​ປ່ວຍ​ ທີ່​ຕິດ​ຝິ່ນ ​ເຂົ້າ​ໄປ​ປິ່ນປົວ ​ຢູ່​ສູ​ນບຳບັດ​ ແລະ​ ຟື້ນ​ຟູ ​ສະມັຕຕະພາບ ​ຂອງ​ຜູ້​ຕິດ​ຝິ່ນ ​ຈົນ​ກວ່າ ​ຈະ​ສາມາດ ​ອອກ​ຝິ່ນ ​ແລະ​ ກັບ​ມາ ​ໃຊ້​ຊີ​ວີ​ດ ຢູ່​ໃນ​ສັງຄົມ​ ຕາມ ປົກະຕິ​ ໂດຽທີ່​ ບໍ່​ກັບ​ຄືນ​ ໄປ​ເສບ​ຝິ່ນ ​ອີກ.

ອີງ​ຕາມ ຣາຍງານ​ ຂອງ​ອົງການ UNODC ​ເວົ້າວ່າ ສປປລາວ ​ເປັນ​ປະ​ເທດ ​ທີ່​ມີ​ຊາຍ​ແດນ ​ຕິດ​ກັບ​ໄທຍ ພະມ້າ ຈີນ ວຽດນາມ ​ແລະ ​ກັມ​ພູ​ຊາ ຊື່​ງພວກ​ກຸ່ມ ​ອາຊຍາ​ກັມ ​ຂ້າມ​ຊາຕ ຫລື ​ກຸ່ມ​ພໍ່ຄ້າ ​ຫາຣາຍ​ໄດ້​ ສ່ວນ​ຕົວ ​ມັກ​ໃຊ້​ ຊ່ອງ​ທາງ​ນີ້ ​ເປັນ​ທາງ​ຜ່ານ ຍ້ອນ​ປະ​ເທດ ​ເຫລົ່າ​ນີ້ ​ຍັງ​ບໍ່​ມີ​ ກົດໝາຍ ​ທີ່​ຮັດກຸມ​ ຢ່າງ​ຈີ​ງຈັງ ຫລື ​ຍັງ​ຍາກ ​ຕໍ່​ການ​ຄວບ​ຄຸມ​ ນັ້ນ​ເອງ.