ສະພາບການ ພາຍໃນ ຂອງລາວມີປາກົດການທີ່ເປັນພັຍ ຕໍ່ສັງຄົມຫລາຍຂື້ນ ໂດຍສະເພາະແມ່ນກຸ່ມວັຍໜຸ່ມສ່ວນໃຫຍ່ມີພຶດຕິກຳ ສ້າງຄວາມວຸ້ນວາຍສັບສົນ. ມີການຈັດຕັ້ງ ກຸ່ມອາລະວາດ, ລະເມີດທ້າທາຍລະບຽບ ກົດໝາຍ, ຂີ້ລັກງັດເງາະ, ປູ້ນຈີ້, ຄາດຕະກຳ ຊິງຊັບ. ເວົ້າສະເພາະຢູ່ນະຄອນຫລວງວຽງຈັນໃນແຕ່ລະວັນມີລົດຈັກ ເສັຍ 2 ຄັນແລະອື່ນໆ.
ປາກົດການ ແບບນີ້ແລະ ມີຈຳນວນເດັກນ້ອຍ ຂ້າງຖນົນຢູ່ສ.ປ.ປ.ລາວຢູ່ໃນທ່າອ່ຽງເພີ້ມຂື້ນ ເລື້ອຍໆດັ່ງທີ່ຍານາງ ສຸລິພັນຈັນທະມິດຮອງຫົວໜ້າ ສູນວັຍໜຸ່ມກ່າວວ່າປັດຈຸບັນນີ້ຊາວໜຸ່ມລາວມີທ່າອ່ຽງ ເປັນຄົນຮຸນແຮງ ຕໍ່ສັງຄົມຫລາຍຂື້ນຍ້ອນການໄດ້ຮັບ ຜົນກະທົບຈາກການຫວ່າງງານແລະ ຈາກສະພາບແວດລ້ອມທັງພາຍໃນແລະ ນອນປະເທດໂດຍຜ່ານທາງໂທລະທັດ, ວິທະຍຸ, ໜັງສືພີມ, ວາລະສານ, ອິນເຕີເນັດແລະອື່ນໆ.
ນອກນັ້ນຍັງມີສາເຫດ ມາຈາກ ເຈົ້າຂອງຮ້ານອາຫານແລະ ແຫລ່ງບັນເທີງ ຕ່າງໆທີ່ຍັງບໍ່ ເອົາໃຈໃສ່ ຕໍ່ລະບຽບໃນການ ກຳນົດສິດຂອງຜູ້ໄປຊົມໃຊ້ ບໍລິການໃນສະຖານທີ່ ຂອງຕົນອັນເປັນສາເຫດ ສຳຄັນອັນນຶ່ງທີ່ມີສ່ວນ ເບື່ອເມົາໄວໜຸ່ມ ໃຫ້ຕິດພັຍສັງຄົມທີ່ຮ້າຍແຮງຂື້ນນັບມື້ນັບຫລາຍ. ໄດ້ມີການນຳເຂົ້າພ້ອມທັງຜລິດແລະ ຈຳໜ່າຍ ຢາເສບຕິດຫລາຍ ຢູ່ລາວເປັນຕົ້ນຢູ່ບັນດາ ແຂວງພາກເໜືອ ຂອງລາວໄດ້ມີການລັກລອບ ປູກຝິ່ນ ຢ່າງກວ້າງຂວາງ.
ຄາດກັນວ່າສະເພາະ ຢູ່ແຂວງອູດົມໄຊແຫ່ງດຽວກໍມີເນື້ອທີ່ ປູກຝິ່ນຫລາຍຮ້ອຍເຮັກຕາ. ໃນສົກປີ 2007–2008 ນີ້ເຈົ້າໜ້າທີ່ ປາບປາມຢາເສບຕິດ ຂອງລາວໄດ້ພົບເຫັນເນື້ອທີ່ ປູກຝິ່ນ ຈຳນວນ 268 ຕອນມີເນື້ອທີ່ 400 ກວ່າເຮັກຕາຢູ່ຫລາຍເຂດໃນ 7 ຕົວເມືອງຂອງແຂວງນີ້.