ນອກນັ້ນຍັງມີຜູ້ຕິດຢາບ້າ ຈໍານວນຫລາຍຄົນ ໃນເຂດເທດສະບານ ເມືອງບໍ່ແກ້ວ ທີ່ຍັງ ບໍ່ສາມາດປິ່ນປົວ ຫລື ບໍາບັດ ໃຫ້ຫາຍດີໄດ້, ຕາມທີ່ເຈົ້າໜ້າທີ່ລາວ ໄດ້ອະທິບາຍ ໃຫ້ຊາບ:
"ສ່ວນ ມາກ ຈະ ແມ່ນ ຢາ ບ້າ ສ່ວນ ມາກ ຈະ ເປັນ ວັຍ ນຸ່ມ ອາຍຸ ປະມານ 10 ກ່ວາ -20 ກ່ວາ . ດຽວນີ້ ກໍ ມີ ການ ຄວບ ຄຸມ ກັນ ຢູ່ , ແຕ່ ວ່າ ພະຍາຍາມ ໃຊ້ ກ່ຽວ ກັບ ສື່ ການ ໂຄ ສະນາ . ເຈົ້າ ໜ້າ ທີ່ ກໍາລັງ ກໍາຈັດ ແລະ ກວດ ເຂັ້ມ ກັນ ຢູ່ . ສ່ວນ ໃຫ່ຽ ກໍ ຍັງຢູ່ ສ່ວນ ເລັກ ນ້ອຍ ກໍ ເລັດ ລອດ ໄປ ."
ທ່ານວ່າໃນຈໍານວນ ຜູ້ຕິດຢາບ້າ ນັ້ນບໍ່ມີພຽງແຕ່ ເຍົາວະຊົນ ເທົ່ານັ້ນ, ແຕ່ຍັງມີ ທັງກໍາມະກອນ ຜູ້ໃຊ້ ແຮງງານໜັກ ອີກດ້ວຍ. ໃນສະຖານທີ່ ບໍາບັດ ຜູ້ຕິດຢາບ້ານີ້ຍັງມີຜູ້ຕິດ ຢາບ້າ ຫລາຍທີ່ສຸດ ທີ່ຕ້ອງການ ປິ່ນປົວ ໃຫ້ດີ, ແຕວ່າ ທາງສູນ ບໍາບັດ ຂາດເຂີນ ງົປມານຫລາຍ.
"ດຽວ ນີ້ ມີ ເຢິະ ປະມານ 100-200 ກ່ວາ ສະ ເພາະ ໃນ ເທດສະບານ 10 ກ່ວາ ໝູ່ ບ້ານ ເນື່ອງ ຈາກ ວ່າ ກ່ຽວ ກັບ ທືນ ທີ່ ໃຫ້ຜູ້ ເ ຂົ້າ ບໍາບັດ ນັ້ນ ມັນ ບໍ່ ພຽງພໍ ມີ ນ້ອຍ ເກີນ ໄປ ."
ໃນຈໍານວນ ທີ່ຜ່ານການ ບໍາບັດນັ້ນບາງຄົນ ກໍຕັດສີນໃຈໄດ້, ບາງຄົນ ກໍຕັດສີນໃຈ ບໍ່ໄດ້ຫລື ວ່າເລີກກິນຢາບ້າແລ້ວຍັງຫວນກັບມາກິນ ຄືນອີກ. ກໍາມະກອນ ຜູ້ໃຊ້ ແຮງງານໜັກ ມັກຈະຕິດ ຢາບ້າ ເນື່ອງຈາກວ່າຫລັງຈາກ ທີ່ເຂົາເຈົ້າ ກິນຢາບ້າ ເຂົ້າໄປແລ້ວ ເຂົາຮູ້ສືກວ່າ ມີກໍາລັງ ແຂງແຮງ, ແຕ່ວ່າເມື່ອຕິດຢາບ້າແລ້ວ ເຂົາຕ້ອງ ເປັນຂ້ອຍຂ້າຢາບ້າ ຕລອດໄປແລະ ໃນທີ່ສຸດ ຈະເປັນຄົນເສັຽເສັ້ນປະສາດ.
