ເຈົ້າໜ້າທີ່ ກ່ຽວຂ້ອງ ໄດ້ ພາກັນ ລົງພື້ນທີ່ ເພື່ອ ການສກັດກັ້ນ ແລະ ເພື່ອ ປະຊາສຳພັນ ຊາວບ້ານ ໃຫ້ ຮູ້ເຖິງ ອັນຕຣາຍ ຂອງ ຢາເສບຕິດ ທີ່ ຈະເປັນພັຍ ຕໍ່ ສັງຄົມ ແລະ ຕໍ່ ຄອບຄົວ ຂອງຕົນ, ດັ່ງ ເຈົ້າໜ້າທີ່ ກ່ຽວຂ້ອງ ທ່ານ ນຶ່ງ ເວົ້າວ່າ:
”ປັດຈຸບັນນີ້ ພວກເຮົາ ກຳລັງ ລົງສູ່ ກູ່ມບ້ານ ຫລືວ່າ ໂຮງຮຽນ ຫລືວ່າ ຊຸມຊົນ ຕ່າງໆ ເພື່ອວ່າ ລົງ ໂຄຊນາ ກ່າວກັລຜົລຮ້າຍ ຂອງ ຢາເສບຕີິດ ຫລືວ່າ ເຮັດໃຫ້ປະຊຊົນ ນັ້ນ ເຂົ້າໃຈ ກ່ຽວກັບ ຜົລຮ້າຍ ຂອງ ຢາເສບຕີິດ ແລະ ພ້ອມກັນ ສກັດກັ້ນ ພອ້ມກັນ ປາບປາມ.”
ທ່ານ ກ່າວເພີ້ມອີກວ່າ ໃນ ຣະຍະ ທີ່ຜ່ານມາ ແຂວງ ຈຳປາສັກ ກໍ່ໄດ້ ປະສານ ຄວາມຮ່ວມມື ໃນ ການປາບປາມ ກັບ ກຸ່ມ ປະເທດ ເພື່ອນບ້ານ ມາຕຣອດ, ດັ່ງ ປະເທດໄທ, ວຽດນາມ ແລະ ກຳພູຊາ; ແຕ່ ບັນຫາ ຢາເສບຕິດ ກໍ່ຍັງມີຢູ່ ຢ່າງຕໍ່ເນື່ອງ. ຢາເສບຕິດ ປະເພດ ຢາບ້າ, ຝີ່ນ ແລະ ກັນຊາແຫ້ງ. ນອກຈາກ ຈະເປັນ ການຄ້າ ແລະ ເປັນ ທາງຜ່ານ ແລ້ວ, ແຂວງ ຈຳປາສັກ ກໍ່ ຍັງມີຄົນ ອີກ ກຸ່ມນຶ່ງ ທີ່ ພາກັນ ເສບຢາ ປະເພດ ນີ້, ໂດຍສເພາະ ກຸ່ມ ວັຍລຸ້ນ ແລະ ກຸ່ມ ນັກສືກສາ ຜູ້ ທີ່ ບໍ່ມີວຽກເຮັດ ງານທຳ. ທ່ານ ກ່າວ ກ່ຽວກັບ ການຕິດ ຢາເສບຕິດ ທີ່ ແຂວງ ຈຳປາສັກ ວ່າ:
”ພາກສ່ວນ ທີ່ ຕິດ ຢາເສບຕິດ ໃນ ປັດຈຸບັນ, ມັນກໍ່ ຫັນມາໃຊ້ ພວກ ດົມກາວ. ກໍ່ຖືວ່າ ຄ່ອຍລະງັບລົງ, ສ່ວນນຶ່ງ ກໍຖືວ່າ ບໍ່ຄອ່ຍສ່ຽງ ເທົ່າໃດ, ມີຢູ່ ແຕ່ບໍ່ຫລາຍ.”
ນອກຈາກນັ້ນ, ແຂວງ ຈຳປາສັກ, ໂດຍ ການຊ່ອຍເຫລືອ ຈາກ ຣັຖບານໄທ ກໍ່ໄດ້ຕັ້ງສູນ ບຳບັດ ຢາເສບຕິດ ຂື້ນ ແຫ່ງນຶ່ງ ເພື່ອໃຊ້ ບຳບັດ ຜູ້ທີ່ ຕິດ ຢາເສບຕິດ ເທົ່າ ເຖີງ ປັດຈຸບັນ ກໍ່ໄດ້ ໃຫ້ ການບຳບັດ ກຸ່ມເສບ ຢາເສບຕິດ ມາ ໄດ້ຫລາຍ ຄົນແລ້ວ, ບາງຄົນ ກໍ່ ຫັນມາເສບໃຫມ່ ແລະ ບາງຄົນ ກໍ່ເຊົາໄປເລີຍ. ແຂວງຈຳປາສັກ ເປັນແຂວງນຶ່ງ ທີ່ ມີ ບັນຫາ ທາງ ດ້ານຢາເສບຕີິດ ທີ່ ກຸ່ມ ຄ້າຢາ ເສບຕິດ ໃຊ້ ເປັນທາງຜ່ານ.
ຄຳສັບ ຊອກຫາຂໍ້ມູນ : ຍາເສບຕິດ drug
