ພວກທີ່ ບໍາບັດ ໄປແລ້ວ ຍັງກັບມາສູບຝິ່ນ ຢູ່

ຄົນຕິດຢາຝິ່ນ ໃນແຂວງຊຽງຂວາງ ທີ່ໄດ້ຮັບ ການປິ່ນປົວດີແລ້ວ ແຕ່ຍັງກັບມາ ຕິດຄືນໃໝ່ອີກ ເປັນບັນຫາ ໃຫ້ກັບທາງການລາວ.

ນອກຈາກ ​ບັນຫາ​ ການ​ລັກ​ປູກ​ຝິ່ນ ທີ່​ເກີດ​ມີ ​ຢູ່​ເລື້ອຍໆ ກໍ​ຍັງ​ມີ​ບັນຫາ ​ຊາວບ້ານ ທີ່​ໄດ້​ຮັບ ​ການ​ບໍາບັດ ຈາກ​ການ​ຕິດ​ຝິ່ນ ​ໄປ​ແລ້ວ ​ແຕ່​ກັບ ​ຕິດ​ຝິ່ນ​ຄືນ​ອີກ ຊຶ່ງ​ຖື​ເປັນ ​ບັນຫາ​ສໍາຄັນ ​ອັນ​ນຶ່ງ ທີ່​ຈະ​ຕ້ອງ ​ໄດ້​ຮັບ​ການ​ແກ້​ໄຂ ​ໂດຍ​ດ່ວນ ຫາກ​ຈະ​ຕັດ​ ບັນຫາ​ຝິ່ນ ​ໃຫ້​ໝົດ​ໄປ.

ທ່ານ ບຸນໂຮມເທດທານີ ຫົວໜ້າ​ຫ້ອງການ ຕ້ານ​ຢາ​ເສບ​ຕິດ ແຂວງຊຽງຂວາງ​ກ່າວ​ວ່າ:

" ໂຕ ນີ້ ກໍ ມີ 50 ສ່ວນ ຮ້ອຍ ຈໍານວນ ທີ່ ເຮົາ ໄດ້ ບໍາບັດ ໄປ ແລ້ວ ກັບ ຄືນ ມາ ກິນ ອີກ ຖື ວ່າ ການ ບໍາບັດ ມັນ ກໍ ຍຸ້ງ ຍາກ ເພາະ ເຮົາ ບໍ່ ມີ ສູນ ທຶນ ທີ່ ເຮົາ ໄດ້ ຮັບ ຂະ ເຈົ້າ ກໍ ບໍ່ ໃຫ້ ຈໍານວນ ທີ່ ກິນ ຄືນ ຈະ ບໍ່ ມີ ທຶນ ບໍາບັດ ໃຫ້ ສະ ເພາະ ຈະ ບໍາບັດ ແຕ່ ຈໍານວນ ທີ່ຍັງ ບໍ່ ທັນ ໄດ້ ບໍາບັດ ຈັກ ເທື່ອ."

ທ່ານ ບຸນໂຮມ​ໄດ້​ກ່າວ​ຕື່ມ ​ອີກ​ວ່າ ທີ່​ຜ່ານ​ມາ ​ທາງ​ການ ກ່ຽວຂ້ອງ ສາມາດ​ ປິ່ນປົວ​ ຜູ້​ຕິດ​ຝິ່ນ ພາຍ​ໃນ​ແຂວງ​ ໄດ້​ຫລາຍ​ພໍ​ສົມຄວນ ຊຶ່ງ​ເວລາ​ນີ້ ມີ​ຜູ້​ລໍຖ້າ ​ການ​ບໍາບັດ ​ຮັກສາ ປະມານ 1,000 ກວ່າ​ຄົນ ​ທໍ່​ນັ້ນ ​ແຕ່​ກໍ​ຍັງ​ມີ ຊາວບ້ານ ​ຈໍານວນ ບໍ່​ໜ້ອຍ​ ​ໂດຍ​ສະ​ເພາະ ຜູ້​ມີ​ອາຍຸ ຈະ​ຫວນ​ ກັບ​ມາ ຕິດ​ຄືນ​ ໃໝ່​ອີກ ​ຍ້ອນ​ຄວາມເຄີຍ​ຊິນ ​ແລະ ຂາດງົບປະມານ ​ທີ່​ຈະ​ໄປ ຕິດຕາມ ​ແລະ ກວດກາ ປິ່ນປົວ​ ສຸຂພາບ ພວກ​ຂະ​ເຈົ້າ ​ຢ່າງ​ຕໍ່​ເນື່ອງ.

ທ່ານ​ເວົ້າ ​ອີກ​ວ່າ ທຶນ​ທີ່ ​ໄດ້​ຮັບ​ ຈາກ​ພາຍ​ນອກ ​ແມ່ນ​ໃຊ້​ສໍາລັບ ​ປິ່ນປົວ ​ຜູ້​ທີ່ ຕິດ​ໃໝ່​ ທໍ່​ນັ້ນ ​ແລະ ການ​ປິ່ນປົວ​ ກໍ​ມັກ​ໃຊ້ ສຸຂສາລາ ຫລື ນາຍ​ໝໍ ​ເຄື່ອ​ນທີ່ ຊຶ່ງ​ຈະ​ຊ່ອຍ​ ບໍ່​ໄດ້​ຢ່າງ​ທົ່ວ​ເຖິງ ດັ່ງ​ນັ້ນ ​ທາງ​ແຂວງ​ ກໍ​ກໍາລັງ ​ຊອກ​ຫາ ​ງົບປະມານ ​ເພື່ອມາ​ສ້າງ​ຕັ້ງ ​ສູນບໍາບັດ ​ແລະ ຟື້ນ​ຟູ ຜູ້​ທີ່​ຕິດ​ຝິ່ນ​ຂື້ນ ​ເພື່ອ​ໃຫ້ການ​ຊ່ອຍ​ເຫລືອ ​ໄດ້​ປະສິດທິພາບ​ ກວ່າ​ເກົ່າ.

​ເຖິງ​ຢ່າງ​ໃດ​ກໍ​ດີ ນອກຈາກ ການ​ແກ້​ໄຂ ​ບັນຫາ ການ​ກັບ​ຫວນ​ ມາ​ກິນ​ຝິ່ນ ​ຄືນ​ອີກ ​ແລະ ການກວດກາ​ການລັກ​ປູກ​ຝິ່ນ​ຄືນ ທາງ​ການ ​ຍັງ​ຕ້ອງ​ໄດ້ ຊອກ​ວິຊາ​ຊີບ​ອື່ນ ​ໃຫ້​ແກ່ ພວກ​ທີ່​ເຄີຍ​ປູກ​ຝິ່ນ​ນີ້​ອີກ ​ເພາະ​ເມື່ອ ​ເລີກ​ປູກ​ຝິ່ນ​ແລ້ວ ພວກ​ຂະ​ເຈົ້າ ​ຕ້ອງ​ໄດ້ ຫາ​ການ​ຜລິດ ​ຢ່າງ​ອື່ນ​ທົດ​ແທນ.