ສພາບການເປີດ ກວ້າງເພື່ອຮ່ວມມື ແລກປ່ຽນກັບ ປະເທດຕ່າງໆ ເປັນເງື່ອນໄຂນຶ່ງ ທີ່ເຮັດໃຫ້ລາວ ເປັນທາງຜ່ານ ຢາເສບຕິດ ເປັນຕົ້ນຢາບ້າ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ກ່ຽວ ຂ້ອງຂັ້ນສູງຂອງ ລາວເມື່ອໄວໆມ ານີ້. ທ່ານ ສຸບັນ ສລິດທິຣາດ ປະທານຄະນະ ກັມການແຫ່ງ ຊາດລາວ ເພື່ອກວດກາ ແລະຄວບຄຸມ ຢາເສບຕິດ ກ່າວວ່າ ...
ມັນກະປະຕິເສດ ບໍ່ໄດ້ ມັນມີຄວາມຈິງ ຢູ່ບ່ອນວ່າເຮົາ ເປີດກ້ວາງເພື່ອຮັບ ການຮ່ວມມືກັບ ຕ່າງປະເທດໃນ ແຕ່ລະດ້ານມີ ການແລກປ່ຽນກັນ ປະເທດໄກ້ກັນ ຄືອາ ຊຽນ ພະມ່າ ໄທ ຟິລິບປິນ ສິງກະໂປ ເຂົ້າອອກໄປມາ ຜູ້ໄປມາ ກໍມີທັງ ຄົນໄປມາ ດີບໍ່ດີ ຖືຢາບ້າ ມານໍາກໍມີ ພໍໄດ້ກິນໄດ້ຢູ່ ໂດຍສະເພາະ ຄົນທີ່ໄປທ່ອງທ່ຽວ ບໍ່ມີ ເງິນກໍມີ.
ນອກຈາກນັ້ນແລ້ວ ການທີ່ລາວມີ ຊາຍແດນຕິດກັບ ປະເທດເພື່ອນບ້ານ ເຊັ່ນດ້ານຕາເວັນ ອອກ ຕິດກັບວຽດນາມ, ກັບໄທ ທາງທິດຕາເວັນ ຕົກ , ທາງໃຕ້ຕິດກັບ ກໍາພູຊາ ແລະທາງດ້ານເໜືອ ຕິດກັບຈີນ ນັ້ນກໍວ່າ ເປັນອີກເງື່ອນໄຂ ນຶ່ງເຊັ່ນກັນ. ສໍາລັບຈໍານວນ ຜູ້ຕິດ ຢາເສບຕິດ ຢາບ້າ ນັ້ນຕາມຄໍາເວົ້າ ຂອງ ທ່ານ ສຸບັນ ແລ້ວ ແມ່ນມີຮອດ 30 ພັນກວ່າຄົນ …
ແຕ່ວ່າ ມັນກໍມີ ພວກຊາວນຸ່ມ ມີກິນຢູ່ ຄົນທີ່ກິນມີ ປະມານ 30 ພັນປາຍ ໃນທົ່ວ ປະເທດລາວ.
ເມື່ອປີ 2 ປີຜ່ານມາຜົນ ການກວດປັສວະ ຂອງນັກຮຽນ ເຍົາວະຊົນລາວ ອາຍຸຣະຫວ່າງ 13 ຫາ 19 ປີ ໃນໂຮງຮຽນແລະ ສຖານສຶກສາຕ່າງໆ ໃນທົ່ວປະເທດລາວ ເຫັນວ່າມີ 4 ໝື່ນກວ່າຄົນ ຕິດຢາບ້າ. ແລະຜົນຈາກການ ສໍາຣວດໃນ ທາງລັບທີ່ເປັນ ການຮ່ວມມື ຣະຫວ່າງ ຄະນະຄຣູ ອາຈານ ກັບຜູ້ປົກຄອງ ຂອງນັກຮຽນ ແລະ ເຈົ້າໜ້າທີ່ ກວດກາ ແລະຄວບຄຸມ ຢາເສບຕິດໃນ ທົ່ວປະເທດລາວ ຍັງພົບວ່າມີ ເຍົາວະຊົນແລະ ນັກຮຽນລາວອີກ ນັບແສນຄົນຕົກ ຢູ່ໃນສພາບແວດລ້ອມ ທີ່ສ່ຽງຕໍ່ ການຕົກເປັນເຍື່ອ ຢາເສບຕິດຍ້ອນ ຖືກໝູ່ຊັກຊວນ ແລະພວກຄ້າ ຢາເສບຕິດ ທີ່ມີຢູ່ ຕາມສຖານບັນເທີງ ຕ່າງໆ ຫລອກລໍ້ນໍາອີກ.
ສໍາລັບເລື່ອງທີ່ ເຄີຍມີຂ່າວວ່າ ມີບ່ອນຜລິດ ຢາບ້າຕັ້ງຢູ່ ໃນເຂດຊາຍແດນ ຂອງລາວຊຶ່ງມັກ ມີຂ່າວຢູ່ເລື້ອຍ ເມື່ອ 2-3 ປີກ່ອນນັ້ນບໍ່ ມີມູນຄວາມຈິງ ເພາະຝ່າຍລາວ ໄດ້ທໍາການກວດກາ ເບິ່ງແລ້ວຢ່າງຄັກແນ່ ແລະວ່າດຽວນີ້ ກໍບໍ່ມີ ຂ່າວແບບນັ້ນ ອອກມາອີກ ທ່ານສຸນບັນ ກ່າວ.