ຄວາມສະດວກ ຂອງກາຣລົງທຶນ ໃນກຸ່ມອາຊ໊ຽນ

ສິງກະໂປ ຍັງເປັນປະເທສ ອັນດັບ ນື່ງໃນໂລກ ດ້ານຄວາມສະດວກ ໃນກາຣລົງທຶນ ກາຣຄ້າຕ່າງໆ ສ່ວນບັນດາ ປະເທສ ສະມາຊິກ ອາຊ໊ຽນອື່ນໆ ຍັງຄ້າງຄາ ກັບບັນຫາ ຕ່າງໆຢູ່ຄືເກົ່າ.
ຫວາດ ສີມູນ
2010.06.03

ຜົລຂອງກາຣສຳຣວຈ ດັຊນີຄວາມ ສະດວກ ທາງດ້ານກາຣ ດຳເນີນທຸຣະກິຈ ກາຣຄ້າ ໃນຈຳນວນ 125 ປະເທສ ທີ່ນຳອອກເຜີຽແພ່ ຢູ່ກອງປະຊຸມ ເສຖກິຈໂລກ ຢູ່ວຽຕນາມ ໃນມື້ວັນພຣະຫັດ ທີ່ 3 ມີຖຸນານີ້ ນັ້ນ ເປັນກາຣສະແດງ ໃຫ້ເຫັນວ່າ ສິງກະໂປ ໄດ້ຮັບຄະແນນ ສູງສຸດ ເປັນອັນດັບໜຶ່ງ ທາງດ້ານຄວາມ ສະດວກສະບາຍ ໃນກາຣເຂົ້າໄປ ລົງທຶນທຸຣະກິຈ ກາຣຄ້າຕ່າງໆ.

ກາຣດຳເນີນກາຣ ສຳຣວຈດັ່ງກ່າວ ໄດ້ອີງຕາມ ຄວາມສະດວກຂອງ ທາງບໍຣິສັທ ທີ່ຈະເຂົ້າຫາ ຕລາດກາຣຄ້າ ດ້ານຄວາມສະດວກ ທາງບໍຣິຫາຣ ດ້ານຄົມມະນາຄົມ ແລະ ສື່ສາຣຕ່າງໆ ຕລອດຮອດດ້ານ ໂຄງຮ່າງພື້ນຖານ ຕ່າງໆ ກໍວ່າມີຄວາມ ສະດວກສະບາຍ ຫລາຍກວ່າ ຖ້າທຽບໃສ່ບັນດາ ປະເທສອື່ນໆ ຈຶ່ງເຮັດໃຫ້ ສິງກະໂປ ເປັນປະເທສ ອັນດັບໜຶ່ງ ທີ່ນັກທຸຣະກິຈ ກາຣຄ້າໃຫ້ຄວາມ ສຳຄັນ ໃນກາຣເຂົ້າໄປ ລົງທຶນ. ສ່ວນປະເທສ ສະມາຊິກອາຊ໊ຽນ ອື່ນໆ ໄດ້ຮັບຄະແນນ ຫລຸດຕໍ່າລົງ.

ສ່ວນວຽຕນາມ ມີຣະດັບດີສູງ ຂຶ້ນຈາກອັນດັບ 89 ໃນປີຜ່ານມາ ມາເປັນອັນດັບທີ່ 71 ໃນປີ 2010 ນີ້ ແລະມາເລເຊັຽ ໄດ້ຫລຸດຈາກອັນດັບ 28 ໃນປີກາຍນີ້ ມາເປັນທີ່ 30 ເຊັ່ນດຽວກັບ ປະເທສໄທຽ ທີ່ຫລຸດລົງຈາກ ທີ່ 50 ໃນປີແລ້ວນີ້ ມາເປັນທີ່ 60 ແລະອິນໂດນີເຊັຽ ກໍຫລຸດຈາກທີ່ 62 ມາເປັນອັນດັບທີ່ 68 ພ້ອມກັບ ຟີລິປປິນ ທີ່ຫລຸດຈາກ ອັນດັບ 82 ມາເປັນອັນດັບ 92 ໃນປີ 2010 ນີ້ເຊັ່ນກັນ.

ສະເພາະ ກຸ່ມປະເທສອາຊ໊ຽນ ອື່ນໆເຊັ່ນ: ສປປລາວ ບຣູໄນຍ໌ ແລະພະມ້າ ຍັງບໍ່ທັນມີ ຂໍ້ມູລທາງດ້ານ ສະຖີຕິກ່ຽວກັບ ຄວາມສະດວກສະບາຍ ໃນກາຣລົງທຶນ ດຳເນີນ ທຸຣະກິຈ ກາຣຄ້າດັ່ງກ່າວນີ້ ແຕ່ປະກາຣໃດ ໃນປັຈຈຸບັນນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.