ເສຖກິດ ຝືດເຄືອງ ເຮັດໃຫ້ ມີການລັກລອບ ໄປເຮັດວຽກ ໃນໄທ
2008.09.04
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ສປປລາວ ຍອມຮັບວ່າ: ບັນຫາຫລັກສຳຄັນ ທີ່ເຮັດໃຫ້ ຄົນລາວ ໂດຽສະເພາະຈາກເຂຕຊົນນະບົດ ຕ້ອງພາກັນ ສ່ຽງລັກລອບ ເຂົ້າໄປຫາ ຮັບຈ້າງ ຫລື ໄປຂາຍແຮງງານ ຢູ່ໃນປະເທດໄທຽ ຕລອດມາ ຈົນເທົ່າປັຈຈຸບັນນີ້ ນັ້ນ ກໍຍ້ອນ ບໍ່ມີວຽກເຮັດງານທຳ ຢູ່ໃນເຂຕບ້ານເມືອງ ຂອງພວກຕົນ ພໍຈະມີຣາຍໄດ້ ເພື່ອລ້ຽງຄອບຄົວ ແຕ່ຢ່າງໃດ ແລະ ກໍເປັນກາຣຍາກ ພ້ອມທັງ ຕ້ອງໄດ້ໃຊ້ ເວລາກ່ອນທີ່ ຈະສາມາດ ແກ້ໄຂໄດ້.
ໃນປັຈຈຸບັນນີ້ ມີຄົນງານຊາວລາວ ທີ່ເຮັດວຽກ ຢູ່ປະເທດໄທຽ ຕາມທີ່ ທາງກາຣກ່ຽວຂ້ອງ ມີໂຄງກາຣ ທີ່ຈະດຳເນີນ ກາຣພິສູດ ສັນຊາຕນັ້ນ ມີທັງໝົດ ປະມານ 96,000 ຄົນ ຊື່ງຈຳນວນ ທີ່ຕໍ່າ ເພາະຍັງບໍ່ທັນຮວມເອົາ ຈຳພວກ ທີ່ລັກລອບ ເຂົ້າໄປ ຫາຮັບຈ້າງ ໃນແຕ່ລະເດືອນນັ້ນເທື່ອ ທີ່ຄາດວ່າ ຄົງມີຈຳນວນຫລວງຫລາຍ ນັບເປັນແສນໆຄົນ ເລີຽກາຍເປັນ ຂອງທັມມະດາ ຈົນ ຮອງຫົວໜ້າ ກົມພັທນາ ສີມືແຮງງານ ແລະ ຈັດຫາງານ ຂອງລາວວ່າ:
“ກາຣທີ່ ມີຄົນລາວລັກລອບ ໄປອອກແຮງງານ ຫາເງີນ ຢູ່ປະເທດອື່ນນັ້ນ ມັນຂື້ນກັບ ຫລາຍປັຈຈັຍ ທາງເສຖກິຈ ທີ່ເປັນໄປ ຢ່າງພາວະວິສັຍ ຕາມກົດເກນ ເສຖກິຈ ຕລາດ ໃນຍຸກໂລກາພິວັດ”
ຢ່າງໃດກໍຕາມ ໃນຂະນະທີ່ ມີຄົນລາວ ພາກັນລັກ ໄປຫາເຮັດວຽກ ຢູ່ປະເທດໄທຽ ຢ່າງຫລວງ ຫລາຍນັ້ນ ປາກົດວ່າ ຢູ່ທາງເມືອງລາວເອງ ຊ້ຳພັດຂາດແຄນ ແຮງງານ ທີ່ມີສີມື ຫລື ມີປະສົບປະກາຣ ພ້ອມກັບຄຸນນະພາບ ຈຳນວນຫລວງຫລາຍ ນຳອີກ ຍ້ອນວ່າ ແຮງງານຊາວລາວ ສ່ວນຫລາຍນັ້ນ ບໍ່ໄດ້ຮັບກາຣພັທນາ ເທົ່າທີ່ຄວນ ເຊັ່ນວ່າ ແຮງງານ ທີ່ມີສີມື ເພື່ອບັນຈຸເຂົ້າ ໃນແຂນງກາຣ ພະລັງໄຟຟ້າ ບໍ່ແຮ່ ກະສິກັມ ແລະ ອື່ນໆ. ສະນັ້ນ ໃນແຂນງ ດັ່ງກ່າວ ແຮງງານສ່ວນໃຫຍ່ ທີ່ມີເງີນເດືອນສູງ ຈື່ງແມ່ນຄົນຕ່າງປະເທດ ເກືອບໝົດ ທັ້ງນັ້ນ.