ລາວ ບໍ່ໄດ້ຮັບ ຜົນກະທົບ ຫຍັງຫລາຍ ຈາກວິກິດການ ການເງິນ

ນັກທຸຣະກິດລາວ ເຊື່ອໝັ້ນວ່າ ວິກິດການ ດ້ານການເງິນ ໃນສະຫະຣັຖ ແລະ ໃນຢູໂຣບ ໃນຂະນະນີ້ ບໍ່ມີຜົນສະທ້ອນ ຮ້າຍແຮງ ຕໍ່ເສຖກິດ ຂອງລາວ ເທົ່າກັບ ວິກິດການ ດ້ານການເງິນ ໃນເອເຊັຽ ເມື່ອປີ 1997.

ທ່ານກິ່ງ​ແກ້ວຊະນະ​ສົມບູນ​ໄຊນັກທຸຣະກິດ​ລາວ ​ກ່າວ​ວ່າວິ​ກິດ​ການ ​ດ້ານ​ການ​ເງິນ ​ໃນ​ສະຫະຣັຖ ​ໄດ້​ສົ່ງ​ຜົນ​ສະທ້ອນ ​ໜັກ​ ຕໍ່​ຄູ່​ຄ້າ​​ໃຫ່ຽ ດ້ວຍ​ກັນ​ ເຊັ່ນ​ວ່າສົ່ງ​ຜົນ​ສະທ້ອນ ​ຕໍ່​ບັນດາ​ປະ​ເທດ ​ໃນ​ຢູ​ໂຣບ, ຕໍ່​ຍີ່ປຸ່ນ​ຫລາຍ​ກ່ວາ ​ຈະ​ສົ່ງ​ຜົນ​ສະທ້ອນ​ ຕໍ່​ລາວ​ເຖິງ​ແມ່ນ​ວ່າ ​ນັກ​ລົງ​ທືນລາວ ​ແລະ ​ນັກ​ລົງ​ທືນ ຕ່າງ​ຊາ​ດ​ໃນ​ລາວ ​ຈະ​​ໃຊ້​ ເງິນ​ໂດ​ລາ ​ສະຫະຣັຖ​ ໃນ​ການ​ດໍາ​ເນີນ ກິດຈະການ​ ກໍ​ດີ. ​

ໃນ​ຂະນະທີ່ ​ວິກິດການ ​ດ້ານ​ການ​ເງິນ ​ໃນ​ບັນດາ​ ປະ​ເທດ​ຕະ​ເວັນ​ຕົກ ​ບໍ່​ທັນ​ ໄດ້​ສົ່ງ​ ຜົນ​ສະທ້ອນ​ໜັກ ​ຕໍ່​ທາງ​ເອ​ເຊັຽ​ແລະ ​ຕໍ່​ລາວ​ນີ້ນັກ​ລົງ​ທືນ ​ໃນ​ລາວ ​ກໍ​ຄອຍ ​ຕິດຕາມ​ ຖະ​ແຫລ​ງການ​ ຂອງ​ພາກຣັຖ ຢ່າງ​​ໃກ້​ຊິດ​ ​ເພື່ອ​ຢາກ ​ຮູ້​ວ່າ ຣັຖ ມີ​ນະ​ໂຍບາຍ​ ຮັບ​ມື ກັບ​ວິ​ກິດ​ການ ນີ້​ແບບໃດ:

"ບາງ ເທື່ອ ຕາມ ການ ແຈ້ງ ການ ຂອງ ທະນາຄານ ວ່າ ລົງ ກໍ ວ່າ ລົງ , ຂື້ນ ກໍ ວ່າ ຂື້ນກໍ ມີ ຈໍານວນ ນື່ງ ທີ່ ວ່າ ມີ ຜົນ ກະທົບ ແຕ່ ກໍ ບໍ່ ມີ ບັນຫາ ເພາະ ພວກ ເຮົາ ເຄີຽປະສົບ ບັນຫາ ມາ ຫລາຍ ປີ ແລ້ວ . ​ ແຕ່ ດຽວ ນີ້ ກໍ ຖື ວ່າ ຄ່າ ເງິນ ແຂງ ຂື້ນ ກໍ ຖື ວ່າ ດີ ."

ທ່ານກິ່ງ​ແກ້ວ​ໃຫ້​ຄວາມ​ເຫັນ​ສ່ວນ​ຕົວ ​ວ່າ​ເສ​ຖກິດ ​ຂອງ​ປະ​ເທດ​ລາວ ຈະ​ດີ​ ຫລື​ ບໍ່​ດີ​ນັ້ນ ຂື້ນ​ຢູ່​ກັບ ​ອົງ​ປະກອບ 4 ຂໍ້ຄື: ທຸຣະກິດ​ ການ​ສົ່ງ​ອອກ, ການ​ບໍຣິ​ໂພ​ກ ຂອງ​ປະຊາຊົນ, ການ​ລົງ​ທືນ ຂອງ​ເອກະ​ຊົນ, ​ແລະ ​ການ​ລົງ​ທືນ ຂອງ​ພາກຣັຖ. ສໍາລັບ​ ເສ​ຖກິດ ​ຂອງ​ລາວ ​ໃນ​ຂະນະ​ນີ້​ ຢູ່​ໃນ​ທ່າ​ຂື້ນ​ໂດຍ​ສະ​ເພາະ​ ການ​ລົງ​ທືນ ຂອງ​ຕ່າງປະ​ເທດ ​​ໃນ​ດ້ານ​ເຂື່ອນ ​ຜລິດ​ກະ​ແສ​ ໄຟຟ້າ. ທາງ​ການ​ລາວ ​ຖະ​ແຫລ​ງວ່າ​ເສ​ຖກິດ ​ໃນ​ລາວ ​ຈະ​ເຕີບ​ໃຫຍ່ຂື້ນ ​ປະມານ 7.5% ໃນ​ປີ​ນີ້.

​ວິ​ກິດ​ການ ​ທາງ​ດ້ານ​ການ​ເງິນ ​ໃນ​ສະຫະຣັຖ​ ແລະ ​ໃນ​ຢູ​ໂຣບ​ ໃນ​ຂະນະ​ນີ້ ​ຖື​ວ່າ ​ບໍ່​ທັນ​ຖືກ ​ແກ້​ໄຂ​ໄດ້​. ກອງ​ປະຊຸມ ຣັຖມົນຕຣີ ການຄັງ ​ຂອງ​ກຸ່ມ 7 ປະ​ເທດ ​ທີ່​ຮັ່ງມີ​, ກຸ່ມ​ປະ​ເທດ ​ອຸດ​ສະຫະ​ກໍາ​ນ້ອຍ 20 ປະ​ເທດ, ທະນາຄານ​ໂລກ, ​ແລະ ​ກອງ​ທືນສາກົນ IMF ຢູ່​ທີ່​ນະຄອນຫລວງ​ວໍ​ຊິງ​ຕັນຕົກລົງ​ກັນ​ວ່າ ​ຈະ​ຊ່ວຍ​ກັນ​ແກ້​ໄຂ ​ວິ​ກິດ​ການ​ດ້າການ​ເງິນ ​​ເພື່ອ​ບໍ່​ໃຫ້​ມີ ​ຜົນ​ສະທ້ອນ​ ຕໍ່​​ເສ​ຖກິດ ​ຂອງປະ​ເທດ​ ທີ່​ກໍາລັງ​ພັດທະນາ​ແລະ ​ປະ​ເທດ ​ທີ່​ຍາກຈົນ ຊື່​ງອາ​ໃສ ​ການ​ລົງ​ທືນ​ແລະ ​ການ​ຊ່ວຍ​ເຫລືອ ຈາກ​ຕ່າງປະ​ເທດ. ຖ້າ​ຫາກ​ວ່າ​ທະນາຄານ ​ໃນຕ່າງປະ​ເທດ ​ບໍ່​ສາມາດ​ ປ່ອຍ​ສິນ​ ເຊື່ອ​​ໃຫ້​ກັນ​ ກູ້​ຢືມ​ແລ້ວມັນ​ກໍ​ຈະ​ມີ ​ຜົນກະທົບ ​ຕໍ່​ເສ​ຖກິດ ​ໃນ​ທົ່ວ​ໂລກ​ໄດ້.