ເສຖກິດລາວ ຍັງບໍ່ສາມາດຄ້າເສຣີ ກັບອາຊຽນໄດ້
ເສຖກິດລາວ ຍັງອ່ອນແອ ເກີນໄປ ທີ່ຈະສາມາດ ແຂ່ງຂັນໄດ້ ຖ້າສົນທິສັນຍາ ການຄ້າເສຣີ ອາຊຽນ ຖືກປະຕິບັດໃຊ້ ໃນປີ 2015 ເຈົ້າຫນ້າທີ່ລາວ ຖແລງ.
-
ສີດນີ
2010-02-10 -
-
-
Your browser doesn’t support HTML5 audio
ທ່ານ ອ່ອນສີ ບຸດສີວົງສັກ ປະທານ ທີ່ປຶກສາ ສະພາການຄ້າ ແລະ ອຸດສາຫະກັມ ແຫ່ງຊາດລາວ ເວົ້າວ່າ ເຖິງແມ່ນວ່າ ພາກສ່ວນທີ່ ກ່ຽວຂ້ອງ ຈະເຫັນວ່າ ການຫລຸດພາສີ ນຳເຂົ້າສີນຄ້າ ຈາກຕ່າງ ປະເທດ ໃຫ້ເຫລືອ 0% ໃນສົນທິສັນຍາ ການຄ້າ ເສຣີອາຊຽນ ຈະຊ່ອຍໃຫ້ ສີນຄ້າ ໃນລາວຖືກລົງ ແລະ ກໍ່ຈະສົ່ງຜົລດີ ຕໍ່ການ ບໍຣິໂພກ ຂອງປະຊາຊົນ ແຕ່ໃຫ້ຄິດວ່າ ຣັຖບານລາວ ຈະມີລາຍໄດ້ ມາຈາກໃສ ຖ້າບໍ່ມີການ ເກັບພາສີ ແລະ ລາວກໍ່ບໍ່ມີ ສີນຄ້າ ເພື່ອສົ່ງອອກ ເປັນຈຳນວນ ຫລວງຫລາຍທີ່ ຈະສ້າງລາຍໄດ້ ຈາກການ ບໍ່ເກັບພາສີ ຂອງປະເທດ ສມາຊີກ ດ່ັງທ່ານກ່າວ ໃນຕອນນື່ງວ່າ:
"ແມ່ນ AFTA ເປັນສີ່ງທີ່ດີ ລົດພາສີ ຊື່ງກັນແລະກັນ ຖ້າຕ້ອງການ ອັນໃດ ກໍ່ແປວ່າ ເຂົ້າມາບໍ່ ເສັຽພາສີ ເສັຽແຕ່ອາກອນ ສີນຄ້າຣາຄາ ອາດຈະຖືກລົງ ແຕ່ເຮົາມີ ແຕ່ຊື້ຫມູ່ມາ ບໍ່ມີໂອກາດ ທີ່ຈະຂາຍ ໃຫ້ຫມູ່ໄດ້ ເຮົາຈະເອົາເງີິນ ອັນໃດມາ ຊື້ຫມູ່ຄືນ".
ທ່ານກ່າວ ຕໍ່ໄປວ່າ ໃນປະຈຸບັນ ກໍ່ເຫລືອເວລາ ພຽງແຕ່5ປີ ເທົ່ານັ້ນ ສົນທິສັນຍາ ການຄ້າອາຊຽນ ຈະເລີ້ມ ປະຕິບັດໃຊ້ ຢ່າງເຕັມປ່ຽມ ແຕ່ທຸຣະກິດ ໃນລາວຍັງ ບໍ່ທັນມີການ ປັບຕົວເຂົ້າໃນ ສະພາບການ ນັ້ນເທື່ອ ໂດຍສະເພາະ ອຸດສາຫະກັມ ການຜລິດ ຍັງບໍ່ໄດ້ ມາຕຖານ ໃນການສົ່ງອອກ ເພາະທີ່ຜ່ານມາ ຂາດການດູແລ ໃນການສ້າງຕັ້ງ ມາຕຖານ ການຜລີດ ໃນລາວ ຮ່ວມດ້ວຍຄ່າ ຂອງເງີນກີບສູງ ທີ່ສົ່ງຜົລ ກະທົບຕໍ່ການ ສົ່ງອອກຂອງລາວ ທີ່ເຮັດໃຫ້ ບໍຣິສັດ ສົ່ງອອກຫລາຍ ບໍຣິສັດປິດ ກິຈການລົງ ໃນເວລານີ້ ທ່ານກ່າວ ເພີ້ມອີກວ່າ:
"ມັນຈະຕ້ອງ ໄດ້ເບິ່ງ ຖ້າວ່າບໍ່ມີ ການກຳນົດ ຈະແຈ້ງເລື້ອງ ອັຕຣາແລກປ່ຽນ ມັນຈະມີ ຜົລກະທົບ ຜູ້ລົງທຶນ ບໍ່ກ້າທີ່ຈະ ເຂົ້າລົງທຶນຕື່ມ ເນຶ່ອງຈາກບໍ່ຮູ້ວ່າ ເງີິນກີບ ຈະແຂງຄ່າໄປ ຫລາຍປານໃດ ຕົ້ນທຶນ ມັນກໍ່ຈະຫລາຍ ປານນັ້ນ".
ທ່ານວ່າ ການອອກມາຕການ ຊ່ວຍເຫລືອ ທຸຣະກິດ ການຜລິດ ພາຍໃນປະເທດ ຖືວ່າ ມີຄວາມຈຳເປັນຫລາຍ ຍ້ອນວ່າ ເປັນການເພີ້ມ ຄວາມສາມາດ ໃນການແຂ່ງຂັນ ໃຫ້ແກ່ທຸຣະກິດ ພາຍໃນທີ່ຈະ ແຂ່ງຂັນ ກັບປະເທດ ສມາຊິກອາຊຽນອື່ນໆ ໃນການສົ່ງອອກ ບໍ່ດັ່ງນັ້ນ ທຸຣະກິດ ໃນລາວ ອາດຈະສູນຫາຍໄປ ເພາະແຂ່ງຂັນບໍ່ໄດ້ ໃນຕລາດອາຊຽນ.