ເງິນໃບພັນກີບໃໝ່ ຖືກງົດປ່ອຍ ຊົ່ວຄາວ

ລາວ ງົດປ່ອຍເງິນ ໃບ 1000 ກີບ ໃໝ່ ຊົ່ວຄາວ ຍ້ອນຫາງສຽງ ວິຈານ ຮູບຍິງສາວ ສາມນາງ.

0:00 / 0:00

ກະ​ແສ​ຂ່າວ ​ທ້ອງ​ຖີ່​ນ ຣາຍງານ​ວ່າ ທະນາຄານ​ແຫ່ງ ​ສປປລາວ ງົດປ່ອຍ​ເງິນ ​ໃບພັນ​ກີບ​ ທີ່​ໄດ້​ຮັບ​ການ​ປັບປຸງ​ ພິມ​ໃໝ່ ອອກ​ຈໍຣະຈອນ ​ໃນ​ສັງຄົມ​-ໄວ້​ຊົ່ວຄາວ ຍ້ອນ​ຫາງ​ສຽງ ວິພາກ​ວິຈານ ທີ່​ນັບ​ມື້ ມີ​ຫລາຍ​ເພີ່ມ​ຂຶ້ນ​​ ກ່ຽວກັບ ​ຮູບ​ຂອງ​ນາງ​ສາວ ສາມ​ຄົນ​ ໃນ​ໃບ​ເງິນ ພາຍຫລັງ​ ປະຊາຊົນ​ ຊາບ​ວ່າ ​ເປັນ​ຮູບ​ຂອງ​ຄົນ​ແທ້.

​ມາ​ຮອດ​ມື້​ນີ້ ທາງ​ທະນາຄານ ​ແຫ່ງ​ສປປລາວ ກໍ​ຍັງ​ບໍ່​ທັນ ອະທິບາຍ​ ​ໃຫ້​ສັງຄົມ​ ຊາບ​ເທື່ອ ເຖິງ​ເຫດຜົນ​ໃນການເລືອກ​ເອົາ ​ຮູບ​ຄົນ​ແທ້ ​ໃສ່, ນາງ​ສາວ ​ທັງ 3 ​ເປັນ​ໃຜ ​ແລະ​ ມີ​ຄວາມ​ສໍາຄັນ ​ແນວ​ໃດ​ ຕໍ່​ສັງຄົມ.

​ແຕ່​ເຖິງ​ແນວ​ໃດ ທ່ານ ສຸ​ພັດ ​ໂຄດ​ໂຍທາ ຫົວໜ້າກົມ ​ເງິນຕຣາ ທະນາຄານ​ ແຫ່ງ​ສປປລາວ ກໍ​ໄດ້​ກ່າວ​ ໂດຍທີ່ ​ພວກ​ທ່ານ​ ຍອມຮັບ​ວ່າ ​ເປັນ​ຮູບ​ຖ່າຍ​ ຂອງ​ຄົນ​ແທ້ ​ແລະ ​ກໍ​ເປັນ ພະນັກງານ ​ໃນ​ທະນາຄານ​ແຫ່ງ​ສປປລາວ ​ແຕ່​ຮູບ​ນັ້ນ ​ໄດ້​ຜ່ານ​ ການ​ເອົາ​ໄປ​ແຕ້ມ ​ຄືນ​ອີກ​ເທື່ອ​ນຶ່ງ ຢູ່​ປະ​ເທດ ຣັດ​ເຊັຽ.

ທ່ານ​ສຸ​ພັດ​ ກ່າວ​ອີກ​ວ່າ ຕົນ​ບໍ່​ຄິດ ​ເລີຍ​ວ່າ ຈະ​ມີ​ຫາງ​ສຽງ ວິຈານ ​ຈາກ​ສັງຄົມ ຫລາຍ​ປານ​ນີ້ ​ເພາະ​ຄິດ​ວ່າ ​ທາງ​ທະນາຄານ​ ໄດ້​ເຮັດ​ອອກ​ມາ ດີທີ່ສຸດ​ແລ້ວ. ບັນຫາ​ນີ້ ບໍ່ພຽງ​ແຕ່​ ໄດ້​ນໍາ​ ໄປ​ຖົກ​ຖຽງກັນ ຢູ່​ຕາມ​ພື້ນຖານ​ ສັງຄົມ-ຊຸມ​ຊົນ ​ຕ່າງໆ ​ແຕ່​ຫາກ​ຍັງ ​ໄປ​ເຖິງຣະດັບ ຣັຖບານ ​ແລະ ​ສະພາ ​ແຫ່ງ​ຊາດ​ ​ແລ້ວ.

ການ​ປ່ອຍ​ ເງິນກີບ​ໃໝ່​ ໃບ​ພັນ ຈະຖືກ​ງົດ​ໄປ​ ຈົນ​ກວ່າ ຈະ​ໄດ້​ຮັບ​ ການ​ພິຈາຣະນາ ມີ​ຂໍ້​ຕົກລົງ​ຈາກຣັຖບານ ອີກ​ເທື່ອ​ນຶ່ງ ​ເສັຽກ່ອນ. ສ່ວນ​ທີ່​ຖືກ​ນໍາ ​ອອກ​​ໃຊ້​ແລ້ວ ກໍ​ສາມາດ​​ ໃຊ້ຈັບ​ຈ່າຍ​ໄດ້ ຕາມ​ປົກກະຕິ.

ເມື່ອ​ວັນ​ທີ 30 ຕຸລາ 2008 ນີ້ ທະນາຄານ​ ແຫ່ງ​ສປປລາວ ​ໄດ້​ອອກ​ແຈ້ງ​ການ ນໍາ​ເອົາ​ທະນະ​ບັດ​-ໃບ​ພັນ​ກີບ ທີ່​ໄດ້​ຮັບ​ການ​ປັບປຸງ ​ແລະ ​ພິມ​ໃໝ່ ​ໃນ​ປີ 2008 ອອກ​ສູ່​ສັງຄົມ ​ເລີ່​ມ ​ແຕ່ເດືອນ​ພຶ​ສຈິ​ກາ ​ເປັນ​ຕົ້ນ​ໄປ ​ເພື່ອ​ປັບປຸງ ​ຄຸນ​ນະພາ​ບ ຂອງ​ໃບ​ເງິນ ​ໃນ​ການ​ຈໍຣະຈອນ​​, ສົ່ງ​ເສີມ ​ການ​ນໍາ​​ໃຊ້​ເງິນ​ກີບ ​ໃຫ້​ນັບ​ມື້​ກວ້າງຂວາງ, ​ໃຫ້ການ​ຊໍາຣະ ຣາຄາສີນ​ຄ້າ​ ແລະ​ ຄ່າ​ບໍຣິການ ມີ​ຄວາມສະດວກ ​ຍີ່​ງຂຶ້ນ.