ໃບຊາ ແຂວງຜົ້ງສາລີ ຣາຄາ ຕົກຕໍ່າ

ທຸຣະກິດ ປູກໃບຊາ ແຂວງ ຜົ້ງສາລີ ທີ່ມີ ຈີນ ເປັນຕລາດສົ່ງອອກ ລາຍໃຫຍ່ ກໍາລັງ ໄດ້ຮັບຜົນກະທົບ ຈາກຣາຄາຊື້ ຕົກຕໍ່າລົງ.
ຈະເຣີນສຸກ ຣາຍງານ
2008.06.27

ການ​ປູກ​ໃບຊາ ​ໃນ​ແຂວງ​ຜົ້ງ​ສາລີ ​ຖື​ວ່າ ​ເປັນ​ຂ​ແນ​ງຕົ້ນຕໍ ຫລາ​ຍທີ່​ສຸດ ພາຍ​ໃນ​ແຂວງ, ຊຶ່ງ ​ປັດຈຸບັນ ປະ​ເຊີນ​ກັບ ຣາຄາ​ຮັບ​ຊື້ ທີ່​ຕົກ​ຕໍ່າ ຍ້ອນ​ຕລາດ​ໃຫຍ່ ​ໃນປະ​ເທດຈີນ ມີ​ບັນຫາ, ອີງ​ຕາມ ການ​ເປີດ​ເຜີຍ ຂອງທ່ານ ​ອຸ່ນ​ແກ້ວ ກອງ, ຮອງ​ຫົວໜ້າ ຜ​ແນ​ກ ການ​ຄ້າ ​ແລະ ອຸດສາຫະກັມ ​ແຂວງ​ຜົ້ງ​ສາລີ.

“ການ​ປູກ​ໃບຊາ ດຽວ​ນີ້ ​ເປັນ​ນໍາ​ຕລາດ​ຊາ ມັນ​ຕົກ ​ເຮັດ​ໃຫ້ ຣາຄາ​ເກັບ​ຊື້ ມັນ​ຕໍ່າ, ປັດຈຸບັນ​ນີ້ ກິ​ໂລ​ນຶ່ງ ມີ​ແຕ່ 16,000 ກີບ, ມີ​ການ​ກະທົບ​ກະ​ເທື່ອ​ນ ​ໃຫ້​ແກ່ ປະຊາຊົນ ຜູ້​ປູ​ກຊາ.”

ທ່ານ ກ່າ​ວຕື່ມ ວ່າ: ​ໃນ​ເວລາ​ນີ້ ການ​ເກັບ​ຊື້ ​ໃບຊາ​ແຫ້ງ ພາຍ​ໃນ​ແຂວງ ຫລຸດ​ລົງ​ມາ ຈາກ​ປີ​ກາຍ ຫລາຍ​ພໍ​ສົມຄວນ ຄື ​ແຕ່​ກ່ອນ ຊາວບ້ານ ​ເຄີຍ​ຂາຍ​ໄດ້ ສ​ະ​ເລັ່ຍ ກິ​ໂລ ​ລະ 25,000 ກີບ. ພາຍຫລັງ ທີ່​ຕລາດ ​ໃນປະ​ເທດ​ຈີນ ມີ​ບັນຫາ, ຊຶ່ງ​ອາດ​ເປັນ​ເພາະ ປະຣິມານ​ ໃບຊາ ອັ່ງ​ຕລາດ, ຈຶ່ງ​ເຮັດ​ໃຫ້ຣາຄາ​ຂາຍ ຢູ່​ໃນຣະຫວ່າງ 12,000-16,000 ກີບ ຕໍ່​ກິ​ໂລ, ຊຶ່ງ​ເຣື້ອງນີ້ ​ໄດ້​ສ້າງ​ຜົນ​ກະທົບ ​ໃຫ້​ແກ່ ຊາວບ້ານ​ຫລາຍ​ສົມຄວນ. ທ່ານ ອຸ່ນ​ແກ້ວ ກ່າວ​ອີກ​ວ່າ:

“ຈະ​ກັບ​ຄືນ​ມາ ຣາຄາ​ສູງ ຄື ປີ​ກາຍ​ນີ້ ມັນ​ກໍ​ສິຈະ​​ເປັນ​ໄປ​ບໍ່​ໄດ້, ຊາວ​ບ້ານ ກໍ​ຮ້ອງ​ຂໍ​ຢູ່, ​ແຕ່​ພວກ​ເຮົາ ຊ່ອຍ​ໄທບ້ານ​ໄດ້ ​ແຕ່​ພວກ​ເຮົາ ກໍຣະດົມ​ໃຫ້​ນັກ​ລົງທຶນ ​ເປັນ​ຜູ້​ເກັບ​ກູ້ ຊ່ອຍ​ປະຊາຊົນ ​ເທົ່າ​ທີ່​ເກັບ​ໄດ້.”

​ເຖິງ​ແມ່ນ​ວ່າ ຣາຄາ ຈະ​ຕົກ​ຕໍ່າລົງ ​ແລະ ບໍ່​ສາມ​າດ ຄາດ​ການ​ໄດ້​ວ່າ ຣາຄາ​ຊື້ ຈະ​ຄືນ​ສູ່​ປົກກະຕິ​ຫລື​ບໍ່, ທ່ານ ອຸ່ນ​ແກ້ວ ​ເວົ້າ​ວ່າ: ຊາວ​ບ້ານ ​ໃນ​ແຂວງ ກໍຍັງ​ມີ​ກໍາລັງ​ໃຈ ສືບ​ຕໍ່​ເຮັດ​ອາຊີບ​ນີ້ ຢູ່​ຕໍ່​ໄປ, ​ເພາະ ປັດຈຸບັນ​ນີ້, ​ແຂວງ​ຜົ້ງ​ສາລີ ມີ​ພື້ນ​ທີ່ ປູກ​ໃບຊາ ຫລາຍກ່ວາ 800 ​ເຮັກຕາຣ, ​ແລະ ຍັງ​ມີ​ທ່າ​ອ່ຽງ ຂຍາຍ​ເນື້ອ​ທີ່​ ຕື່ມ​ອີກ, ​ຊຶ່ງ​ນອກຈາກ​ ປະ​ເທດ​ຈີນ​ແລ້ວ, ​ຫລາຍໆ​ປະ​ເທດ ຍັງ​ມີ​ຄວາມ​ຕ້ອງການ ຊາ​ທັມມະ​ຊາດ ທີ່​ມີ​ຄຸນ​ນະພາ​ບ ຂອງ​ແຂວງ​ຜົ້ງ​ສາລີ. ​ເມື່ອ​ປີ​ກາຍ​ນີ້, ​ແຂວງ​ຜົ້ງ​ສາລີ ສາມາດ ສົ່ງ​ຊາ​ອອກ​ຂາຍ ຕ່າງປະ​ເທດ​ເຖິງ 300 ຕັນ ຕົກ​ເປັນມູນ​ຄ່າ 830,000 ດອນ​ລາ​ສະຫະຣັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.