ເມືອງຈີນນ້ອຍ ໃນເມືອງບໍ່ເຕັນ

ອິດທິພົນ ຂອງຈີນ ໃນເຂດ ເສຖກິດພິເສດ ບໍ່ເຕັນ ຫລື ບໍ່ເຕັນດິນຄໍາ ທີ່ບໍ່ເຕັນ.
ມະນີຈັນ
2010.10.04

ກົດຟັງສຽງ

ເຂດເສຖກິດພິເສດ ບໍ່ເຕັນ ຫລື ບໍ່ເຕັນດິນຄໍາ ທີ່ບໍ່ເຕັນ ຊຶ່ງໄດ້ຮັບ ສັມປະທານ ໃນລະຍະ 99 ປີ ຈາກ ຣັຖບານລາວ ເລີ້ມໃນປີ 2003 ແລະກໍເປັນ ເຂດຊາຍແດນ ຕິດກັບຈີນ. ຕາມຣາຍງານຂ່າວ ໜັງສືພິມ The Straits Times ວັນທີ 2 ຕຸລາ ນີ້. 

ທ່ານ George Huang ຈາກ ບໍຣິສັດ ບໍ່ເຕັນດິນຄໍາ Botn Golden Land ທີ່ມີສູນກາງ ຢູ່ຮົງກົງນັ້ນ ກ່າວໃນຂນະ ທີ່ເບີ່ງທິວທັດ ຈາກປ່ອງຢ້ຽມ ຫ້ອງການຂອງທ່ານ ທີ່ບໍ່ເຕັນ ໃນແຂວງພາກເໜືອ ຂອງລາວ ວ່າ: ບໍ່ເຕັນ ເປັນພຽງບ່ອນດຽວ ທີ່ເຮັດໃຫ້ ຈີນ ແລະ ອາຊຽນ ຕິດຕໍ່ພົວພັນກັນ ໂດຍຜ່ານ ຂໍ້ຕົກລົງ ການຄ້າເສຣີ.

ທ່ານ Huang ໃນວັຍ 54 ປີ ຈາກໃຕ້ຫວັນ ເວົ້າວ່າ ມາເຖິງເວລານີ້ ທຸກສິ່ງທຸກຢ່າງ ເດີນໄປດ້ວຍດີ. ການພັທນາ ຢູ່ໃນຂັ້ນທີ 3 ຂັ້ນຕອນສຸດທ້າຍ ແລະ ຈະມີ ອະນາຄົດ ທີ່ດີ. ແຕ່ປະຊາຊົນ ລາວ ກັບມີຄວາມ ຮູ້ສຶກທີ່ສັບສົນ ກ່ຽວກັບການ ຂຍາຍອິດທິພົນ ຂອງຈີນ ຢູ່ໃນ ປະເທດລາວ ທີ່ທຸກຍາກ ແຕ່ຮັ່ງມີ ໃນຊັພຍາກອນ ທັມມະຊາດ.

ການລົງທຶນ ທີ່ເພີ່ມຂຶ້ນຮອດ 2 ພັນ 9 ຮ້ອຍລ້ານ ໂດລາ ສະຫະຣັຖ ໃນສປປລາວ ເຮັດໃຫ້ຈີນ ກາຍເປັນຜູ້ລົງທຶນ ຕ່າງປະເທດ ຣາຍໃຫຍ່ອັນດັບ 1 ແຊງໜ້າໄທ.  ການຄ້າ ລາວ-ຈີນ ມີມູນຄ່າ 566 ລ້ານໂດລາ ໃນ 6 ເດືອນຫລັງນີ້ ເພີ່ມຂຶ້ນ 59 ເປີເຊັນ ຕໍ່ປີ ຍ້ອນຂໍ້ຕົກລົງ ເຂດການຄ້າເສຣີ ອາຊຽນ. ຕາມຣາຍງານຈາກ ສະຖານທູດ ຈີນ ປະຈໍາລາວ ເມື່ອເດືອນ ສິງຫາ ຜ່ານມາ.

ຈຸດສໍາຄັນ ຂອງຈີນທີ່ ກໍາລັງເພີ້ມຂຶ້ນ ໃນລາວ ປາກົດວ່າ ຢູ່ທີ່ບໍ່ເຕັນ ຈຸດຍຸທສາດ ມາແຕ່ດົນນານ ແລະ ເວລານີ້ ກໍເປັນປະຕູດ່ານ ຣະຫວ່າງຈີນ ແລະ ອາຊຽນ.  ນັກວິສວະກອນ ແລະ ຄົນງານຈີນ ກໍາລັງສ້າງ ເມືອງໃໝ່ຂຶ້ນ ໃນເນື້ອທີ່ 20 ກິໂລແມັດມົນທົນ ຢູ່ບໍ່ເຕັນ ຮວມທັງ ສ້າງຕລາດນັດ ຫ້ອງການແລະສນາມ golf.  ບໍຣິສັດຈີນ ໄດ້ເອົາຄົນງານ ຈາກຈີນ ເຂົ້າມາບໍ່ເຕັນ. ດຽວນີ້ມີ ປະຊາຊົນ ອາສັຍຢູ່ເຂດ ເສຖກິດພິເສດ ບໍ່ເຕັນດິນຄໍາ ປະມານ 5 ພັນຄົນ ຊື່ງສ່ວນໃຫຍ່ ເປັນຄົນຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.