ຮ່າງກົດໝາຍ ອະນຸຍາດນໍາໃຊ້ທີ່ດິນ
ກົມສົ່ງເສີມການລົງທຶນ ພວມຄົ້ນຄວ້າ ແລະ ຮ່າງກົດໝາຍ ເພື່ອອະນຸຍາດ ໃຫ້ນັກລົງທຶນ ຕ່າງຊາດ ມີສິດນໍາໃຊ້ ທີ່ດິນ.
-
ຈະເຣີນສຸກ
2010-01-06 -
-
-
Your browser doesn’t support HTML5 audio
ໃນປັດຈຸບັນ ກົມສົ່ງເສີມການລົງທຶນ ກໍາລັງສຶກສາຄົ້ນຄວ້າ ເພື່ອດັດແກ້ ກົດໝາຍ ໃຫ້ນັກລົງທຶນ ຕ່າງຊາດ ທີ່ເຂົ້າໄປລົງທຶນ ໃນລາວ ມີສິດທິ ນໍາໃຊ້ ທີ່ດິນ ໃນສປປລາວ, ອີງຕາມ ຄໍາເວົ້າ ຂອງເຈົ້າໜ້າທີ່ ຜແນກນິຕິກັມ ກົມສົ່ງເສີມ ການລົງທຶນ ກະຊວງແຜນການ ແລະ ການລົງທຶນ.
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງລາວ ກ່າວວ່າ:
”ກົດໝາຍ ຍັງບໍ່ທັນໄດ້ຖືກປະກາດໃຊ້ ຢ່າງເປັນທາງການເທື່ອ ກໍາລັງຄົ້ນຄວ້າຢູ່. ໃນອະນາຄົດ ເປັນໄປໄດ້ ທີ່ຈະໃຫ້ ຜູ້ລົງທຶນ ຕ່າງປະເທດ ສາມາດຖືເຣື້ອງທີ່ດິນ ນໍາໃຊ້ທີ່ດິນ ບໍ່ແມ່ນເປັນເຈົ້າຂອງ ນໍາໃຊ້ລ້າໆ, ນໍາໃຊ້ ເພື່ອຢູ່ອາສັຍ ຫລືວ່າ ນໍາໃຊ້ ເພື່ອເຮັດທຸຣະກິດ ສ້າງໂຮງງານ ຕ່າງໆ.”
ການອະນຸຍາດ ຈະເປັນລັກສະນະ ທີ່ໃຫ້ສິດແກ່ນັກລົງທຶນ ຂນາດນ້ອຍ ທີ່ມີມູນຄ່າ 3 ແສນດອນລາ ສະຫະຣັດຂຶ້ນໄປ ເພື່ອຢູ່ອາສັຍ ຫລື ໃນເວລາ ທີ່ດໍາເນີນ ທຸຣະກິດ ຕ່າງໆຢູ່ນັ້ນ ມີສິດສາມາດໃຊ້ທີ່ດິນໄດ້.
ສ່ວນ ດຣ. ສິລະວົງ ຄຸດໄພທູນ, ຣັຖມົນຕຣີ ກະຊວງແຜນການ ແລະ ການລົງທຶນ ກ່າວຕໍ່ສື່ມວນຊົນ ທ້ອງຖິ່ນ ວ່າ ກົດໝາຍ ສບັບດັ່ງກ່າວ ອາດປະກາດໃຊ້ ພາຍໃນ ອີກ 1 ເດືອນຂ້າງໜ້າ, ໂດຍນັກລົງທຶນ ທີ່ສົນໃຈນັ້ນ ຈະໄດ້ຮັບສິດ ໃນການນໍາໃຊ້ ທີ່ດິນ ໃນບໍຣິເວນ ທີ່ກໍານົດໃຫ້, ແລະ ໃນຂະນະນີ້ ເຈົ້າໜ້າທີ່ ໃນນະຄອນຫລວງວຽງຈັນ ແລະ ແຂວງຕ່າງໆ ກໍາລັງຕັດສິນໃຈ ວ່າ ຈະສາມາດ ໃຫ້ນັກລົງທຶນ ນໍາໃຊ້ ທີ່ດິນ ໃນບໍຣິເວນໃດ.
ການຄົ້ນຄວ້າ ແລະ ດັດກແກ້ ກົດໝາຍ ຂອງກະຊວງແຜນການ ແລະ ການລົງທຶນນີ້ ເພື່ອອໍານວຍ ຄວາມສະດວກ ໃຫ້ແກ່ນັກລົງທຶນ ຫລາຍຂຶ້ນ ໃນຂະນະທີ່ ສປປລາວ ພວມສົ່ງເສີມ ແລະ ດຶງດູດ ນັກລົງທຶນ ຕ່າງຊາດ ໃຫ້ເຂົ້າໄປ ລົງທຶນ ຫລາຍຂຶ້ນ.