ເກົາຫລີໃຕ້ ຈະຄ້າຫຸ້ນຢູ່ລາວ

ບໍຣິສັດ ຄ້າຫຸ້ນ ຂອງເກົາຫລີໃຕ້ ຈະຕັ້ງທຸຣະກິດ ຢູ່ລາວ.
ຈະເຣີນສຸກ
2010.10.19

ກົດຟັງສຽງ

ເງິນທຶນ ຈາກເກົາຫລີໃຕ້ ຈະຫລັ່ງໄຫລ ເຂົ້າໄປໃນ ຕລາດການຄ້າຮຸ້ນ ຂອງລາວ ໃນຂນະທີ່ ບໍຣິສັດ ໂຄລາວ, ຊຶ່ງເປັນບໍຣິສັດ ຮວມທຶນ ຣະຫວ່າງ ເກົາຫລີ ແລະ ລາວ ຈະຕັ້ງ ບໍຣິສັດ ຄ້າຮຸ້ນ ໃນປະເທດລາວ. ອີງຕາມຣາຍງານ ຂອງແຫລ່ງຂ່າວ ເກົາຫລີ ທີ່ອອກ ທາງອິນເທີແນັດ ໃນມື້ວັນອັງຄານນີ້.

ທ່ານ ໂອ ເຊ-ຢຸງ, ຫົວໜ້າຝ່າຍ ບໍຣິຫານ, ກ່າວໃນວັນອັງຄານນີ້ ວ່າ ພວກທ່ານ ໄດ້ສົ່ງຈົດໝາຍ ເຈດຈໍານົງ ໄປຍັງ ຣັຖບານລາວແລ້ວ ແລະ ປັດຈຸບັນ ຍັງລໍຖ້າການ ອະນຸມັດ ຂັ້ນສຸດທ້າຍຢູ່.

ທ່ານ ກ່າວຕື່ມວ່າ ບໍຣິສັດ ຊື້ຂາຍຮຸ້ນ, ຊຶ່ງໄດ້ຮ່ວມທຸຣກິດ ກັບ ທະນາຄານ ຂອງເກົາຫລີ, ມີຈຸດປະສົງ ຈະກາຍເປັນ ຜູ້ທີ່ມີບົດບາດ ສໍາຄັນ ໃນປະເທດລາວ ໃນອະນາຄົດ. ໃນຕົ້ນເດືອນນີ້ ຕລາດຫລັກຊັບ ແຫ່ງທໍາອິດ ຂອງລາວ ໄດ້ຮ່ວມມືກັບ ເກົາຫລີ ເປີດຕລາດຫລັກຊັບ ຢ່າງເປັນ ທາງການ ຊຶ່ງການຊື້-ຂາຍ ຈະເຣີ້ມຂຶ້ນ ໃນເດືອນ ມົກກະຣາ ປີ 211.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.