ຣາຄາ ນ້ຳມັນດີບ ລົດລົງ ຊົ່ວຄາວ

ຣາຄາ ນ້ຳມັນດີບ ຕລາດໂລກ ລຸດລົງ ເຫລັກນ້ອຍ ເພາະ ມູນຄ່າ ດອນລາ ເພີ່ມຂື້ນ

0:00 / 0:00

ຣາຄາ ນ້ຳມັນດີບ ໃນຕລາດໂລກ ລົດລົງ ໃນມື້ນີ້ ເພາະ ຄ່າຂອງເງີນ ດອນລາ ແຂງຕົວ ຂື້ນເລັກນ້ອຍ. ຣາຄາ ນ້ຳມັນດີບ ໃນຕລາດໂລກ ໄດ້ລົດລົງ ຈາກ ຖັ່ງລະ 120 ດອນລາ ໃນມື້ກ່ອນ ມາເປັນ 116 ໂດລາ ໃນມື້ນີ້. ໃນຕລາດຫຸ້ນ ການຄ້າ ນ້ຳມັນ ທີ່ ສີງກະໂປ ແລະ ທີ່ ນະຄອນ ນີວຢອກ. ການຖີບຕົວ ສູງຂື້ນ ຂອງ ນ້ຳມັນດີບ ເຖີງ 120 ດອນລາ ຕໍ່ຖັ່ງ ໃນມື້ກອ່ນ ເປັນເຫດ ຍ້ອນວ່າ ນັກລົງທືນ ຢ້ານວ່າ ນ້ຳມັນ ຈະຂາດ ຕລາດ ເພາະ ບັນຫາ ໃນປະເທດ Nigeria ແລະ ສພາບເສຖກິດ ຂອງໂລກ ຕຣອດຮອດ ບັນຫາ ຄ່າເງີນ ໂດລາ ຕົກຕ່ຳ ແຕ່ ການລົດລົງຂອງ ຣາຄາ ນ້ຳມນັດີບ ໃນມື້ນີ້ ເປັນສາເຫດ ມາຈາກ ຄ່າ ຂອງເງີນ ໂດລາ ແຂງຕົວຂື້ນ ເລັກນ້ອຍ ຕໍ່ເງີນ ຢູໂຣ ແລະ ເງີນສກຸນ ຂອງ ປະເທດ ອື່ນໆ. ກຸ່ມ ນັກລົງທືນ ກໍ່ພາກັນ ຫັນມາ ຊື້ດອນລາ ຫລາຍຂື້ນ ເພື່ອຕ້ອງການ ກຳໄຣ. ນອກຈາກນັ້ນ, ກຸ່ມ ນັກລົງທືນ ກໍ່ຄຶດວ່າ ນ້ຳມັນ ບໍ່ແມ່ນ ສິນຄ້າ ທີ່ຈະ ຄ້ຳປະກັນ ສພາບ ເງີນເຟີ້ ໄດ້ ໃນຕລາດ ການແລກປ່ຽນ ໃນຂນະ ທີ່ຄ່າ ຂອງເງີນ ດອນລາ ສຸງຂື້ນ.

ທ່ານ Victor Shum, ນັກວິຈັຍ ດ້ານຟລັງງານ ຈາກສຖາບັນ ການເງີນ ແລະ ການລົງທືນ Purvin & Gertz ທີ່ ປະເທດ ສີິງກະໂປ ເວົ້າວ່າ ຕລາດຫຸ້ນ ກ່ຽວກັບ ສພາບ ນ້ຳມັນ ຢຸດພັກ ຊົ່ວຄາວ ເພາະວ່າ ຣາຄາ ນຳມັນ ຂື້ນໄວ ແລະ ຫລາຍຫລາຍເກີນໄປ ໃນຣະຍະ ເວລາ ສັ້ນໆ. ເພາະສນັ້ນ, ການກິນກຳໄຣ ຈາກ ການຂາຍ ນ້ຳມັນ ຄວນຈະ ຢຸດສງັກ ແດ່ເລັກນ້ອຍ ກ່ອນຈະຂື້ນ ຣາຄາ ນ້ຳມັນ ອີກໃໝ່.

ນັກວີຈັຍ ອີກທ່ານນນື່ງ ເວົ້າວ່າ ຄ່າ ຂອງເງີນ ດອນລາ ສູງຂື້ນ ໃນ ມື້ວັນພະຫັດນັ້ນ ເປັນເພາະ ຫລາຍຄົນ ຄາດການວ່າ ທະນາຄານກາງ ສະຫະຣັຖ ເປັນຫ່ວງ ນຳບັນຫາ ສພາບ ເງີນເຟີ້ ທີ່ຈະ ບໍ່ລົດ ດອກເບັຍ ລົງຫລາຍ ເທົ່າທີ່ ຫລາຍຄົນ ຄິດ ດອກເບັ້ຽສູງ ສາມາດ ຄວບຄຸມຄ່າ ຂອງເງີນ ດອນລາໄວ້ໄດ້. ແຕ່ຫລາຍຄົນ ຍັງຄິດວ່າ ຣາຄາ ນ້ຳມັນ ຍັງຈະຂຶ່ນ ໄປອີກ ໃນອານາຄົດ.

ນ້ຳມັນ ຂາດຕລາດ ທີ່ ແຂວງບໍ່ແກ້ວ ເໝືອນກັບ ແຂວງອື່ນໆ ໃນລາວ ໃນຊ່ວງ ຫລັງບຸນ ປີໃຫມ່ ເພາະ ປະຣີມານ ນ້ຳມັນ ບໍ່ພຽງພໍ ແລະ ຣາຄາ ກໍ່ແພງກວ່າເດີມ ຈື່ງຕ້ອງການ ປັບຣາຄາ ກັນໃໝ່.