ຊາວອອສເຕຣເລັຽ ຊ່ວຍສ້າງໂຮງຮຽນ

ນາງ Linden Perry ອາຈານສອນ ທີ່ວິທຍາໄລ Bishop Tyrrell Anglican ທີ່ອອສເຕຣເລັຽ ກໍາລັງເຄື່ອນໄຫວ ເພື່ອຂຍາຍ ການສຶກສາ ສໍາລັບນັກຮຽນ ຢູ່ປະເທດລາວ.
ຈໍາປາທອງ
2010.06.02

ຕາມລາຍງານຂອງ Newcastle Herald ຂອງ ອອສເຕຣເລັຽ ໃວັນທີ 1 ມິຖຸນາ. ຢູ່ອອສເຕຣເລັຽ ນັກຮຽນຄິດວ່າ ຫ້ອງຮຽນຕ້ອງມີ ກະດານຂາວ computer internet ແລະ ອາຍເຢັນ ແຕ່ໂຮງຮຽນ ຢູ່ລາວ ບໍ່ມີຮອດໄຟຟ້າ ແລະນ້ຳ.

ຈາກການແພ່ເງິນ ໂດຍການຈັດງານ ຕ່າງໆ ແລະຈາກການ ບໍຣິຈາກສ່ວນຕົວ ໂດຍມີ ສະໂມສອນ Lions ໄດ້ປະກອບສ່ວນ ຊ່ວຍເຫລືອ ນາງ Linden Perry ຈຶ່ງສາມາດ ຮິບໂຮມເງິນໄດ້ 15 ພັນກວ່າໂດລາ ເພື່ອຊ່ວຍເຫລືອສ້າງ ໂຮງຮຽນນ້ອຍຫລັງນຶ່ງ ຢູ່ແຂວງ ສາຣະວັນ. ເງິນຈຳນວນດັ່ງກ່າວ ໄດ້ນຳໃຊ້ເຂົ້າ ໃນສ້າງສ້າງ ໂຮງຮຽນ ແລະຊື້ອຸປກອນ ການຮຽນ ການສອນຕ່າງໆ.

ໃນປັດຈຸບັນນີ້ ຢູ່ໂຮງຮຽນນັ້ນ ໄດ້ມີການສອນ ເລກ ພາສາລາວ ແລະ ປວັດສາດ. ນາງ Linden Perry ໄດ້ຖືກເຊີນ ໃຫ້ສອນ ພາສາອັງກິດ ໃນເວລາທີ່ ນາງໄປ ຢ້ຽມຢາມ ໂຮງຮຽນນ້ອຍຫລັງນັ້ນ ເມື່ອບໍ່ນານມານີ້.

ໂຮງຮຽນທີ່ສ້າງ ສຳເຣັດໄປແລ້ວນັ້ນ ແມ່ນໂຮງຮຽນຢູ່ບ້ານ ດອນຄຳ ແຂວງສາຣະວັນ ພາກໃຕ້ຂອງ ປະເທດລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.