ກົດຟັງສຽງ
ເຖິງແມ່ນວ່າ ກະຊວງ ສຶກສາທິການ ຂອງລາວ ໄດ້ສົ່ງປື້ມຮຽນ ສຳລັບນັກຮຽນ ຊັ້ນ ມໍ.7 ອອກເພື່ອແຈກຢາຍ ແລ້ວກໍດີ ປື້ມຮຽນ ກໍບໍ່ພຽງພໍ ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ທັງ ນາຍຄຣູ ແລະນັກຮຽນ. ດັ່ງເຈົ້າໜ້າທີ່ ຜແນກສຶກສາ ແຂວງຊຽງຂວາງ ທ່ານນຶ່ງໄດ້ເວົ້າວ່າ:
"ເຂົາເຈົ້າ ກໍຢາກໄດ້ ແຕ່ວ່າປີນີ້ ປື້ມບໍ່ຄົບ ຫ້ອງນຶ່ງໄດ້ 10 ປາຍຫົວ ແຕ່ລະວິຊາ. ການຮຽນ ບໍ່ສະດວກ ໂດຍສະເພາະວິຊາ ພາສາອັງກິດ ວິຊາ ວັນນະຄະດີ. ຕົວນີ້ນັກ ຮຽນຈະບໍ່ໄດ້ ອ່ານເຣື້ອງ ຂະເຈົ້າ ປ່ຽນກັນອ່ານ ມັນບໍ່ມີເວລາ ຈະອ່ານ".
ທ່ານເວົ້າຕື່ມ ອີກວ່າ ປື້ມສອນແຕ່ລະ ວິຊາສຳລັບ ນາຍຄຣູ ແມ່ນມີຄົບ ແຕ່ສຳລັບນັກຮຽນ ນັ້ນ ກໍຕ້ອງໄດ້ປ່ຽນ ກັນເອົາປື້ມຮຽນ ນັ້ນ ໄປຮຽນ. ສຳລັບແຂວງ ເຊກອງ ກໍໄດ້ຮັບປື້ມ ນັ້ນຄົບທັງ 11 ວິຊາ ເມື່ອວັນທີ 25 ກັນຍາ. ແຕ່ບໍ່ໄດ້ຄົບຕາມ ຈຳນວນ ຂອງນັກຮຽນ.
ເຖິງຢ່າງໃດ ກໍຕາມ ທາງກະຊວງ ສຶກສາທິການ ກໍວ່າຈະ ພຍາຍາມ ຈັດສົ່ງປື້ມນັ້ນ ໃຫ້ພຽງພໍກັບ ຄວາມຕ້ອງ ໃນປີທີ 2 ດັ່ງເຈົ້າໜ້າທີ່ ຜແນກສຶກສາ ແຂວງເຊກອງ ທ່ານນຶ່ງເວົ້າວ່າ:
"ໜັງສື ມໍ 7 ໄດ້ຮັບໝົດແລ້ວ ແຈກໃຫ້ ແຕ່ລະເມືອງ ແຕ່ລະເມືອງ ແຈກໃຫ້ແຕ່ລະ ໂຮງຮຽນ ປີທຳອິດ ຈະບໍ່ຄົບ ປີທີ 2 ທາງກະຊວງ ສຶກສາ ເພີ່ນຈະສົ່ງ ໃຫ້ແຂວງຄົບ ທັງຄຣູ ແລະນັກຮຽນ".
ປື້ມແບບຮຽນ ຂອງນັກຮຽນຊັ້ນ ມໍ 7 ທີ່ພິມໃໝ່ ມີທັງໝົດ 11 ວິຊາ: ມີວິຊາ ພາສາລາວ, ວັນນະຄະດີ, ຄິນິດ, ຟີຊິກ, ເຄມີ, ຊີວະ, ສັງຄົມສຶກສາ, ພາສາຕ່າງປະເທດ, ວິຊາພົລເມືອງ, ເທັກໂນໂລຢີ ແລະ ວິຊາເທັກໂນໂລຢີ ຕິດຕໍ່ ຂ່າວສານ.