ທ່ານ ຮຸ່ງອະລຸນ ໄດ້ຮັບ ລາງວັນ ວັນນະກັມ ຊີໄຣທ໌

ນັກຂຽນ ຊາວລາວ ໄດ້ຮັບລາງວັນ ວັນນະກັມ ສ້າງສັນ ຍອດນິຍົມ ອາຊຽນ ປະຈຳປີ 2008 ດ້ວຍບົດປະພັນ ປະເພດສັ້ນ ເຣື້ອງ “ສິ້ນໄໝຜືນເກົ່າ“.

ທ່ານຮຸ່ງອະລຸນ ​ແດນ​ວິ​ໄລນັກຂຽນຊາວ​ລາວ ​ໄດ້​ຮັບ​ລາງວັນວັນນະກັມສ້າງສັນ ​ຍອດ​ນິຍົມ​ອາຊຽນຫລື ​ລາງວັນ ​ນັກຂຽນຊີ​ໄຣທ໌ປະຈຳ​ປີ 2008 ດ້ວຍ​ບົດ​ປະພັນ ​ປະ​ເພດສັ້ນ ​ເຣື້ອງ “ສິ້ນ​​ໄໝຜືນ​ເກົ່າ“ ​ເປັນ​ເຣື້ອງ​ລາວ ​ທີ່​ຕ້ອງການ​ສື່ສານ ​ປຽບທຽບ ​ໃຫ້​ຄົນ​ລູ້​ນ​ຫລັງ ​ໄດ້​ຮັບ​ຮູ້ ​ແລະ​ເຂົ້າ​ໃຈ ວັດທະນະທັມ ປະ​ເພນີ ​ການ​ນຸ່ງ​ຖື ​ຂອງ​ຄົນ​ລາວທີ່​ມີ​ຄວາມ​ສຳຄັນ ​ແລະ​ ສວຍ​ງາມ ​ໂດຍ​ຜູ້​ຂຽນ ​ໄດ້ປຽບທຽ ບຜ່ານ​ສິ້ນ​​ໄໝ ຜືນ​ເກົ່າ ​ຂອງ​ປູ່ຍ່າ​ຕາ​ຍາຍທີ່​ຄົນ​ລຸ້ນຫລັງ ​ຈະ​ມອງ​ຂ້າມ.

ທ່ານຮຸ່ງອະລຸນ ​ແດນ​ວິ​ໄລຫລື ​ໂອ​ທອງຄຳ​ອິນ​ຊູຜູ້​ຂຽນ ບົດ​ປະພັນ​ນັ້ນ ກ່າວ​ວ່າ:

ເປັນ ຫຍັງ ຂ້ອຍ ເລືອກ ສິ້ນ ​ໄໝຜືນ​ເກົ່າ ເຂົ້າ ແຂ່ງຂັນຄື ຢາກ ໃຫ້ ​​ ​ເຣື້ອງ ວັດທະນະທຳ ໄດ້ ຮັບ ການ ເຜີຍ ແຜ່ ຫລາຍສິ່ງ ທີ່ ເນັ້ນ ແທ້ໆຢາກ ເວົ້າ ເຣື້ອງການ ນຸ່ງ ຖື ຂອງ ຄົນ ລາວພະຍາຍາມ ຢາກ ເນັ້ນ ເຣື້ອງນີ້ ເພາະວ່າ ເຫັນ ວ່າຖ້າ ປຽບທຽບ ໃສ່ ເມື່ອ ກ່ອນ ຫລາຍ ປີຜ່ານມາ ກັບ ດຽວນີ້ຮູ້ສຶກ ວ່າ ໄວໜຸ່ມມີ ຄວາມ ສົນ ໃຈ ກັບສິ້ນລົດ ລົງ

ບົດ​ປະພັນ​ ໃນ​ປຶ້ມ​ເຫລັ້ມນັ້ນປະກອບ​ດ້ວຍ​ເຣື້ອງສັ້ນ 10 ເຣື້ອງ​ ຊຶ່ງ​ຜູ້​ຂຽນ ສະ​ສົມ ​ມາ​ຈາກ​ປະສົບ​ກາ​ນ ຊີວິດ​ຕົວ​ຈິງ ໃນ​ສັງຄົມກ່ຽວກັບ​ ການ​ປະຕິ​ບັດ​ ຮີດຄອງ​ປະ​ເພນີ ​ແລະ ການ​ປ່ຽນ​ແປງ​ຕ່າງໆ ຂອງ​ລາວຈາກ​ອະດີດ​ ເຖິງ​ປັດຈຸບັນທີ່​ຄົນ​ລຸ້ນ​ຫລັງ​ ກຳລັງ​ຈະ​ເບິ່ງ​ຂ້າມ​ໄປ. ​ເປັນ​ບົດ​ ທີ່​ສະທ້ອນ ​ໃຫ້​ຄົນລຸ້ນຫລັງ​ ຮັບ​ຮູ້ ​ແລະ​ ເຂົ້າ​ໃຈ ​ແລ້ວ​ຫັນ​ກັບ​ມາ​ເບິ່ງ ​ວັດທະນະທຳ ​ອັນ​ດີງາມ​ຂອງ​ລາວ ​ໃຫ້​ຫລາຍ​ຂື້ນ. ມີ​ຫລາຍເຣື້ອງທີ່​ສະທ້ອນ ​ເຖິງ​ສະພາບ​ຊີວິດຄວາມ​ເປັນ​ຢູ່​ ຂອງ​ຊາວ​ລາວ ​ໃນ​ປັດຈຸບັນ. ທ່ານ ກ່າວ​ຕື່ມ​ວ່າ:

"ຄວາມ ຈິງ ຢູ່ ໃນ ລວມ ເຫ ລັ້ມ ກໍ ມີ ຫລາຍ ຫົວ ຂໍ້ ທີ່ ບໍ່ກ່ຽວກັນ ໂດຍ ສະ ເພາະ ກ່ຽວກັບ ຢາສູບ ເຫລົ້າ ກ່ຽວກັບສິ້ນ ແລະ ກ່ຽວກັບ ເຫດການ ທີ່ ເກີດ ຂື້ນ ໃນ ສັງຄົມ ຮອດ ທາງ ຣື້ອ ການ ຕົວະ ຕົ້ມຫລອກ ລວງ ໃນ 10 ຣື້ອ ຢູ່ ໃນ ເຫລັ້ມ ກໍ ມີ ຫົວ ຂໍ້ ທີ່ ຫລາກ ຫລາຍ ໄປ ."

ທ່ານຮຸ່ງອະລຸນ ​ແດນ​ວິ​ໄລຮຽນຈົບ​ປະລິນຍາຕຣີ ດ້ານ​ວັນນະຄະດີ ​ແລະ ​ພາສາ​ລາວຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ ຂອງ​ລາວ. ທ່ານ ​ໄດ້​ຂຽນ ບົດ​ກະວີ ​ພື້ນບ້ານເຣື້ອງສັ້ນ ​ແລະນິທານ​ພື້ນ​ເມືອງ ​ສຳລັບ​ເດັກນ້ອຍທີ່​ເຜີຍ​ແພ່​ທາງໜັງສື​ພິມ ​ແລະ​ ວາລະສານ ​ມາຕັ້ງ​ແຕ່ປີ 1985. ປັດຈຸບັນ ​ເປັນ​ຜູ້ອຳນວຍການ ​ແລະ ​ບັນນາທິການ​ວາລະສານ​ ວັນນະ​ສິນ ​ຂອງ​ກະຊວງ​ ຖະ​ແຫລ​ງຂ່າວ ​ແລະ ວັດ​ຖະນະ​ທຳ ​ຂອງ​ລາວ.