ພະຍຸ ຮາກູພິດ ພັດເຂົ້າ ພາກເໜືອ ຂອງລາວ

ລົມພະຍຸ ຮາກູພິດ (Hagupit) ພັດເຂົ້າເຖິງ ພາກເໜືອ ຂອງລາວແລ້ວ ເມື່ອວັນອາທິດນີ້ ແຕ່ໂຊກດີ ນັກພະຍາກອນອາກາດ ຂອງວຽດນາມ ແຈ້ງວ່າ ຫລັງຈາກ ພັດເຂົ້າພາກເໜືອ ຂອງວຽດນາມ ລົມພະຍຸໜ່ວຍນີ້ ໄດ້ອ່ອນແຮງລົງ ເລັກນ້ອຍ.

ເມື່ອ​ພັດ​ເຂົ້າ ວຽດນາມ ​ເມື່ອ​ສອງ​ມື້ກ່ອນ ລົມ​ພະຍຸ ຮາ​ກູ​ພິດ ມີ​ຄວາມ​ແຮ​ງ ​ແລະ​ ຄວາມ​ໄວ​ເຖິງ 200 ກິ​ໂລ​ແມັດ ​ຕໍ່​ຊົ່ວ​ໂມງ; ​ແຕ່​ປັດຈຸບັນ ອ່ອນ​ລົງ ຍັງ​ເຫລືອ​ ພຽງ​ແຕ່ ​ປະມານ 100 ກິ​ໂລ​ແມັດ ​ຕໍ່​ຊົ່ວ​ໂມງ ​ເທົ່າ​ນັ້ນ. ​ເຖິງ​ຢ່າງ​ໃດ ​ກໍ​ຕາມ ລົມ​ພະຍຸ ​ໜ່ວຍ​ນີ້ ອາດ​ຍັງ ​ຈະ​ພາ​ເກີດ ​ມີ​ຝົນຕົກ​ໜັກ ຄື​ ກັບ​ລົມ​ພະຍຸ ກຳ​ມູຣີ ຊຶ່ງ​ໄດ້​ພາ​ໃຫ້ ປະ​ເທດ​ລາວ ​ຖືກ​ນ້ຳຖ້ວມ​ ຢ່າງ​ໜັກ ​ເມື່ອ​ກາງ​ ເດືອນ​ສິງຫາ​ ທີ່​ຜ່ານ​ມາ.

​ເມື່ອ​ສັບປະດາ ​ທີ່​ຜ່ານ​ມາ ​ເຈົ້າໜ້າ​ທີ່ ​ທາງ​ການ​ລາວ ກໍ​ໄດ້​ປະກາດ​ເຕືອນ ​ປະຊາຊົນ​ແລ້ວ ວ່າ ​ໃຫ້ຣະມັດຣະວັງ ລົມ​ພະຍຸ ຮາ​ກູ​ພິດ ທີ່​ພັດ​ມາ​ຈາກ ​ຟີ​ລິບ​ປິ່ນ ຈະ​ພັດ​ມາເຖິງ ​ປະ​ເທດລາວ ​ພາຍ​ໃນ ​ວັນ​ທີ່ 24 ​ແລະ 28 ກັນຍາ​ນີ້ ​ແລະ ​ອາດ​ຈະ​ພາ​ໃຫ້ ​ຝົນຕົກ​ໜັກ ປະຊາຊົນ ຕ້ອງຣະວັງ​ ພັຍ​ນ້ຳຖ້ວມ.

​ໃນ​ຍາມ​ນີ້ ​ເປັນ​ຍາມ​ ມັກ​ມີ​ລົມ​ພະຍຸ ຣະດູ​ຮ້ອນ; ຜ່ານ​ມາ ມີ​ລົມ​ພະຍຸ ​ເຖິງ​ຫົກ​ໜ່ວຍ​ແລ້ວ ທີ່ ກໍ່​ຕົວ ​ຢູ່​ໃນ​ກາງ​ມະຫາສມຸດ​ ປາຊີ​ຟິກ ​ໃນ​ບໍຣິ​ເວນ ​ປະ​ເທດ ​ຟີ​ລິບ​ປິ່ນ ​ໄດ້​ພັດ​ຂື້ນ ​ມາ​ເຖິງ ​ວຽດນາມ ລາວ ​ໄທ ພະມ້າ ​ແລະ ​ພາກ​ໃຕ້ ​ຂອງ​ຈີນ; ລົມ​ພະຍຸ ​ແຕ່ລະຄັ້ງ ກໍ​ໄດ້​ສ້າງ ​ຄວາມ​ເສັຍ​ຫາຍ ​ຢ່າງຫລວງຫລາຍ; ຕົວຢ່າງ ລົມ​ພະຍຸ ກຳ​ມູຣີ ​ໄດ້​ເປັນ​ເຫດ​ໃຫ້ ​ຊາວ​ວຽດນາມ ​ເສັຍ​ຊີວິດ​ເຖິງ 130 ຄົນ ​ແລະ ​ນ້ຳຖ້ວມ​ທົ່ງ​ໄຮ່​ທົ່ງ​ນາ ​ໃນ​ລາວ ຄິດ​ຜົນ​ເສັຍ​ຫາຍ​ ​ເກືອບ 10 ລ້ານ​ດອນ​ລ່າ ສະຫະຣັຖ ​ແລະ ​ມີ​ຄົນ​ເສັຍ​ຊີວິດ ​ຢ່າງ​ໜ້ອຍ 4 ຄົນ.