ທ່ານ ສົມບັດ ເຍັຍລີເຮີ ເຈົ້າຄອງນະຄອນ ຫລວງວຽງຈັນ ໄດ້ຖະແຫລງລາຍງານ ກ່ຽວກັບ ການກະຕຽມໂຄງການ ຈັດງານສເລີມສລອງ ມື້ສ້າງຕັ້ງ450ປີ ນະຄອນຫລວງວຽງຈັນ ວ່າມີຫລາຍໂຄງການ ທີ່ໄດ້ແລ້ວເສັດ ແລະ ກໍຍັງມີອີກຫລາຍ ໂຄງການເຊັ່ນດຽວກັນ ທີ່ຈະຕ້ອງໄດ້ຫາເງິນ ມາບູຣະນະສ້ອມແປງ ໃຫ້ຈົບງາມ ໂດຍສະເພາະ ພຣະທາດຫລວງ ຊຶ່ງຈະຕ້ອງໃຫ້ແລ້ວ ກ່ອນມື້ຈັດງານ. ທ່ານອະທິບາຍວ່າ:
"ຈົ່ງພ້ອມກັນປະກອບ ສ່ວນຕາມຄວາມສມັກໃຈ ວັຕຖຸປັດໃຈຂອງຕົນ ເຂົ້າໃນການພັທນາ ບໍຣິເວນ ເດີ່ນພຣະທາດຫລວງ ຊຶ່ງເປັນມິ່ງຂວັນ ຂອງຊາດລາວ ໃຫ້ສຳເຣັດ ຕາມແຜນການ ທັງນີ້ກໍເພື່ອເປັນ ຂອງຂວັນໃຫ້ແກ່ ການສເລີມສລອງວຽງຈັນ ເປັນນະຄອນຫລວງ ຄົບຮອບ450ປີ".
ທ່ານເວົ້າຕໍ່ໄປວ່າ ສຳລັບການບູຣະນະ ສ້ອມແປງ ພຣະທາດຫລວງ ຈະຕ້ອງໃຫ້ແລ້ວກ່ອນ ງານບຸນສລອງ ພຣະທາດຫລວງປີ 2010 ທີ່ຈະມີຂື້ນປະມານ ກາງເດືອນ ພຶສຈິກາ2010ນີ້. ສຳລັບງົບປະມານ ກໍຈະຫາແພ່ຈາກ ພາກເອກກະຊົນ ແລະ ປະຊາຊົນທົ່ວໄປ.
ເຖິງຢ່າງໃດກໍຕາມ ຫລາຍພາກສ່ວນຮັບຜິດຊອບ ງານນະຄອນຫລວງວຽງຈັນ ໄດ້ປັບປຸງສ້ອມແຊມ ຈຸດສຳຄັນຫລາຍແຫ່ງ ພາຍໃນນະຄອນຫລວງ ແລ້ວເຊັ່ນ ເດີ່ນທາດຫລວງ, ສວນໄຊຍະເສດຖາ, ໜອງສະພັງ. ນອກຈາກນີ້ກໍຍັງ ໄດ້ເລີ້ມອອກແບບ ການສ້າງວົງວຽນ4ແຫ່ງ ແລະເສັ້ນທາງ4ເລນ ຈາກພຣະທາດຫລວງ ໄປຫາຖນົນກຳແພງເມືອງ ແລະຍັງມີໂຄງການ ອື່ນໆທັງລະຍະ ສັ້ນແລະລະຍະຍາວ ໂດຍຈະຕ້ອງການງົບປະມານ ຕື່ມອີກ96ຕື້ກີບ.