ເຈົ້າໜ້າທີ່ດ່ານກວດ ປະຕິບັດໜ້າທີ່ ນອກຣະບຽບ

ຜູ້ປະກອບການ ທຸຣະກິຈ ວ່າຍັງມີເຈົ້າໜ້າທີ່ ດ່ານກວດກາການຂົນສົ່ງ ບາງແຂວງຂອງລາວ ປະພືດບໍ່ດີ.

0:00 / 0:00

ສະພາບ ການຂົນສົ່ງສິນຄ້າ ພາຍໃນປະເທດ ຢູ່ແຂວງພາກໃຕ້ ຂອງລາວ ຍັງປະສົບກັບ ຄວາມຫຍູ້ງຍາກຫລາຍ ເນື່ອງຈາກວ່າ ເຈົ້າໜ້າທີ່ດ່ານກວດກາ ໃຊ້ສິດອໍານາດ ເກີນຂອບເຂດ ດ້ວຍການສວຍໂອກາດ ກັກຣົດຂົນສົ່ງສິນຄ້າ ເພື່ອສແວງຫາຜົນປະໂຫຍດ ໃຫ້ຕົນເອງ. ທ່ານ ບຸນເພັງ ແກ້ວວິໄລ ຜູ້ອໍານວຍການ ບໍຣິສັດ ສະບຽງອາຫານ ນະຄອນຫລວງວຽງຈັນ ເຜີຍວ່າ ເມື່ອບໍ່ເທົ່າໃດວັນ ຜ່ານມາ ຂະບວນຣົດຂົນສົ່ງ ເຂົ້າສານຈາກໂຮງສີ ຂອງບໍຣິສັດ ທີ່ເມືອງສອງຄອນ ແຂວງສວັນນະເຂດ ໄປສົ່ງ ໃຫ້ສາຂາຈໍາໜ່າຍ ຢູ່ເມືອງປາກເຊ ແຂວງຈໍາປາສັກ ໄດ້ຖືກເຈົ້າໜ້າທີ່ ກວດກາ ດ່ານໃນເຂດເມືອງ ລະຄອນເພັງ ແຂວງສາລະວັນ ກັກໄວ້ ທັ້ງໆທີ່ມີ ເອກກະສານທີ່ກ່ຽວຂ້ອງ ຢ່າງຖືກຕ້ອງຄົບຖ້ວນ ຕາມຣະບຽບກົດໝາຍ ຊຶ່ງຕ້ອງເສັຽເວລາ ໄປຢ່າງໄຮ້ປະໂຫຍດ ກ່ອນຂໍ້ຂັດແຍ່ງ ຈະສິ້ນສຸດລົງ.

ແຕ່ເຈົ້າໜ້າທີ່ ເວົ້າວ່າ ຂະບວນຣົດຂົນສົ່ງ ບໍ່ມີເອກກະສານ ຄົບຖ້ວນ ຈຶ່ງບໍ່ໃຫ້ເຄື່ອນຍ້າຍ ຕໍ່ໄປໄດ້. ເທົ່າທີ່ຜ່ານມາ ເມື່ອປະເຊີນກັບ ເຫດການຄືດັ່ງກ່າວ ເຈົ້າຂອງຣົດ ບັນທຸກຫລາຍຄົນ ທີ່ບໍ່ມັກ ຕໍ່ວ່າຕໍ່ຂານ ກໍໄດ້ຍອມເສັຽເງິນ ໃຫ້ເຈົ້າໜ້າທີ່ໄປ ໃຫ້ມັນແລ້ວເລື່ອງ.

ທ່ານ ບຸນເພັງ ກ່າວຕື່ມວ່າ ໃນລະຍະປີ 2009 ຜ່ານມາ ຕາມເສັ້ນທາງ ເມືອງປາກເຊ-ຊ່ອງເມັກ ແຂວງຈໍາປາສັກ ມີເຈົ້າໜ້າທີ່ ໃນດ່ານກວດກາສິນຄ້າ ຫລາຍແຫ່ງ ປະພຶດບໍ່ຄ່ອຍດີ ຕໍ່ຂະບວນ ຣົດຂົນສົ່ງສິນຄ້າ ເປັນຕົ້ນ ຣົດຂົນສົ່ງເຂົ້າສານ ຂອງບໍຣິສັດ. ບາງດ່ານກວດກາ ໄດ້ຂູ່ເອົາເງິນ ໂດຍອ້າງວ່າ ທາງເມືອງ ໄດ້ກໍານົດອັຕຣາ ຄ່າເຄື່ອນຍ້າຍ ສິນຄ້າໄວ້ວ່າ: ຕ້ອງເສັຽຄ່າທໍານຽມ ເຂົ້າເປືອກ 50ພັນກີບຕໍ່1ຕັນ ເຂົ້າສານ 70ພັນກີບຕໍ່1ຕັນ.

ກ່ຽວກັບເລື່ອງດັ່ງກ່າວ ຜູ້ປະກອບການຕ່າງໆ ຮວມທັງຂະບວນຂົນສົ່ງ ສິນຄ້າອຶ່ນໆ ທີ່ໄດ້ປະສົບກັບ ການຖືກ ເຈົ້າໜ້າທີ່ສໍ້ໂກງ ເອົາເງິນເປັນປະຈໍານັ້ນ ກໍໄດ້ລາຍງານ ເຖິງສໍານັກງານນາຍົກ ຣັຖມົນຕຣີ ສປປລາວ ເພື່ອຂໍໃຫ້ຊ່ວຍແກ້ໄຂ ແລະອໍານວຍຄວາມ ສະດວກໃນການຂົນສົ່ງ ສິນຄ້າໃນປະເທດ. ແຕ່ກໍຍັງມີເຫດການ ແບບນີ້ເກີດຂຶ້ນ ຢູ່ຢ່າງຕໍ່ເນຶ່ອງ.