ໃນຈຳນວນ ເດັກນ້ອຍ ດ້ອຍໂອກາດ ທັງມົດ ໃນສປປລາວ, ມີ 15% ທີ່ຍັງ ບໍ່ໃດ້ຮັບ ການສຶກສາ.
ເດັກນ້ອຍ ເລົ່ານີ້ ດ້ອຍໂອກາດ ທັງການສຶກສາ ເພາະວ່າ ບ້ານ ຂອງພວກເຂົາເຈົ້າ, ສ່ວນຫລາຍ, ຢູ່ເທິງພູ ຫລື ຢູ່ໃນຖິ່ນ ທຸຣະກັນດານ, ຮ່າງໄກ.
ທ່ານ ຂຶ່ນ ໄຊຍະວົງໄຊ, ຫົວໜ້າ ຜແນກ ປະຖົມສຶກສາ ກະຊວງ ສຶກສາທິການ ໃນ ນະຄອນຫລວງ ວຽງຈັນ ເວົ້າ ກ່ຽວກັບ ເຣື້ອງນີ້ ວ່າ:
“15% ນັ້ນ, ແມ່ນ ໆ, ຖືວ່າ ເປັນເດັກ ດ້ອຍໂອກາດ, ເນາະ. ໃນຈຳນວນເດັກທັງມົດ, ເດັກ ດ້ອຍໂອກາດ ນີ້, ຢູ່ໃນຊ່ວງ ຢູ່ 6 ຫາ 10 ປີ. ເດັກດ້ອຍໂອກາດ ເດັກນີ້ ເດັກ ຍັງບໍ່ໄດ້ເຂົ້າຊູ່ ໂຮງຮຽນ,ເນະ. ສ່ວນຫລາຍ ຈະເປັນ ເດັກ ຊົນເຜົ່າ.”
ທ່ານ ຂຶ່ນ ເວົ້າຕໍ່ໄປວ່າ ໃນຈຳນວນ ເດັກນ້ອຍ ຊົນເຜົ່າ ທີ່ດ້ອຍໂອກາດ ນັ້ນ, ນອກຈາກ ຈະຢູ່ ເທິງພູ ຮ່າງໄກແລ້ວ, ຊົນເຜົ່າ ນັ້ນໆ ກໍ່ບໍ່ຮູ້ ປາກພາສາລາວ ຈຶ່ງ ເຮັດໃຫ້ ມີບັນຫາ ໃນການທີ່ຈະໃຫ້ ການສຶກສາ ແກ່ພວກ ເຂົາເຈົ້າ.
ຢ່າງໃດກໍ່ຕາມ ບໍ່ມີ ພຽງແຕ່ ພາກຣັຖ ເທົ່ານັ້ນ ທີ່ໃຫ້ ການຊ່ວຍເຫລືອ ໃນ ດ້ານ ການສຶກສາ ຂອງ ເດັກນ້ອຍ ກຸ່ມນີ້, ທັງພາກ ເອກຊົນ ກໍ່ມີຫລາຍ, ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງ ຈາກ ອົງການ ຊ່ວຍເຫລືອ ເດັກນ້ອຍ ຂອງປະເທດ Australia ກ່ຽວກັບ ເຣື້ອງນີ້ ເວົ້າວ່າ:
“ກະໄດ້ ເຂົ້າໄປຊ່ວຍ, ໂດຍສເພາະ, ໃຫ້ທຶນ ການສຶກສາ ເພາະ ສຳຫລັບ ເດັກ ທີ່ຢູ່ຮ່າງໄກ ໃຫ້ໃດ້ມີ ໂອກາດ ເຂົ້າມາຮຽນ. ໃດ້ມີ ການສນັນສນູນ, ໃຫ້ງົປະມານ ໃນການເພີ່ມ ຄຸນນະພາບ ການສຶກສາ.”
ແຕ່ເຖິງປານນັ້ນ ຄວາມພຍາຍາມ ແກ້ໄຂ ບັນຫາ ເດັກນ້ອຍ ດ້ອຍໂອກາດ ນີ້ ກໍ່ຍັງ ບໍ່ສາມາດ ເຮັດໄດ້ຫລາຍ ເທົ່າທີ່ຄວນ.
