ຕຳຣວດຈະລາຈອນ ຫ້າມໄວລູ້ນແຂ່ງຣົດ ຕາມທ້ອງຖນົນ

ຕຳຣວດຈະລາຈອນລາວ ປະກາດໃຫ້ປະຊາຊົນ ເອົາໃຈໃສ່ດູແລ ລູກຫລານຂອງຕົນ ບໍ່ໃຫ້ແຂ່ງຣົດຊິງກັນ ຕາມທ້ອງຖນົນ.

0:00 / 0:00

ຕຳຣວດ ຈະລາຈອນລາວ ປະກາດໃຫ້ປະຊາຊົນ ເອົາໃຈໃສ່ ຣະມັດຣະວັງ ໃນການຂັບຂີ່ຣົດ ຕາມທ້ອງຖນົນ ໂດຍສະເພາະໃຫ້ດູແລ ລູກຫລານຂອງຕົນ ບໍ່ໃຫ້ຂີ່ຣົດ ແຂ່ງຂັນຊິງກັນ ແລະໃຫ້ເຄົາຣົບ ກົດຈະລາຈອນຢ່າງເຂັ້ມງວດ. - ຕາມຄຳເວົ້າຂອງຮ້ອຍເອກ ສັງຄົມ ພົມມາລາ ຈາກຜແນກຈະລາຈອນ ນະຄອນຫລວງວຽງຈັນ. ທ່ານກ່າວວ່າ:

"ຜແນກຕໍາຣວດ ຈະລາຈອນ ນະຄອນຫລວງ ຂໍຮຽກຮ້ອງ ມາຍັງບັນດາທ່ານ ນັກຂັບຂີ່ ຜູ້ໃຊ້ຖນົນທັງຫລາຍ ຜູ້ທີ່ເປັນພໍ່ແມ່ ຜູ້ປົກຄອງທັງຫລາຍ ທ່ານຈົ່ງເອົາໃຈໃສ່ ສຶກສາອົບຮົມລູກຫລານ ຂອງທ່ານເອງໃຫ້ດີ ຫ້າມບໍ່ໃຫ້ພວກ ເຂົາເຈົ້າ ຜູ້ທີ່ມີອາຍຸຍັງນ້ອຍ ອາຍຸບໍ່ເຖິງກະສຽນ ນໍາເອົາຣົດຈັກໄປຂີ່ຊິ້ງ ໄປຂີ່ຊ່ວງເສັງກັນ ຢູ່ຕາມທ້ອງ ຖນົນຫົນທາງ ຢ່າງເດັດຂາດເນາະ".

ທ່ານເວົ້າຕື່ມອີກວ່າ ໃນສັງຄົມລາວ ໂດຍສະເພາະ ຢູ່ນະຄອນຫລວງວຽງຈັນ ເຫັນວ່າເລີ່ມມີ ເດັກນ້ອຍໄວລູ້ນ ຕົກແຕ່ງ ແລະດັດແປງຣົດຈັກ ເພື່ອແຂ່ງຂັນກັນຕາມ ທ້ອງຖນົນຫົນທາງ ຊຶ່ງເປັນການກະທຳ ທີ່ຜິດກົດໝາຍ, ເກີດອຸປັດຕິເຫດ ແລະສ້າງຄວາມເດືອດຮ້ອນ ໃຫ້ແກ່ສັງຄົມ ດັ່ງທີ່ທ່ານ ໄດ້ເວົ້າວ່າ:

"ເພາະວ່າ ອຸບັຕເຫດ ຖ້າມັນເກີດຂຶ້ນມາແລ້ວ ເຮົາເອົາຄືນມາບໍ່ໄດ້ ເຮົາເຜີຕົວ ແມ້ແຕ່ສ້ຽວວິນາທີດຽວ ເທົ່ານັ້ນ ໝາຍຄວາມວ່າ ອັນນັ້ນ ຄືຄວາມຫາຍນະ ແລະ ເຮົາຈະເສັຽໃຈ ຕລອດຊີວິດ ແລະເສັຽໃຈຈົນເອົາຄືນ ບໍ່ໄດ້ ສະນັ້ນ ຂໍໃຫ້ທ່ານ ເອົາໃຈໃສ່ປະຕິບັດ ກົດຣະບຽບ ຈະລາຈອນຢ່າງ ເຂັ້ມງວດ".

ທ່ານວ່າ ຢູ່ໃນທົ່ວປະເທດ, ຢູ່ນະຄອນຫລວງວຽງຈັນ ຍັງມີການບໍ່ປະຕິບັດ ຕາມກົດຈະລາຈອນ ຢ່າງເຄັ່ງຄັດ ອັນເປັນຕົ້ນເຫດຂອງ ການເກີດອຸປັດຕິເຫດ ຕາມທ້ອງຖນົນ ຊຶ່ງປະຊາຊົນ ສ່ວນຫລາຍ ພາກັນໃຊ້ຣົດຈັກ ແລະຣົດຖີບ ຫລາຍທີ່ສຸດນັ້ນ.