ການປິ່ນປົວໂຣຄເອດສ໌ ບໍ່ມີຢູ່ຊົນນະບົທ

ທາງກາຣ ແຂວງ ອັຕຕະປື ຍັງບໍ່ທັນ ສາມາດຂຍາຍ ໂຄງກາຣ ຕ້ານໂຣຄເອດສ໌ ໄປເຖິງເຂຕ ຊົນນະບົທ ໄດ້ເທື່ອ.

0:00 / 0:00

ໃນຣະຍະ ຜ່ານມາ ທາງຫ້ອງກາຣ ຕ້ານໂຣຄເອດສ໌ (AIDS) ໃນແຂວງ ອັຕຕະປື ໄດ້ຮ່ວມມື ກັບຂແນງ ວັນນະໂຣຄ ເພື່ອກວດ ແລະຮັກສາ ເບິ່ງແຍງຜູ້ ປ່ວຍໂຣຄເອດສ໌ ແຕ່ກໍ ພົບກັບບັນຫາ ທີ່ບໍ່ສາມາດ ຂຍາຍໂຄງກາຣ ໃຫ້ຄວາມ ຊ່ວຍເຫລືອ ຜູ້ປ່ວຍ ໂຣຄເອດສ໌ ຢູ່ຕາມເຂຕ ຊົນນະບົທ ໄດ້ແຕ່ຢ່າງໃດ ດັ່ງທ່ານໝໍ ຈາກໜ່ວຍງານ ຕ້ານເອດສ໌ ປະຈຳແຂວງ ໄດ້ກ່າວວ່າ:

"ມີບັນຫາ ຢູ່ໃນໜ່ວຍງານ ຂອງຂແນງ ວັນນະໂຣຄ ເພາະວ່າໃນ ຊຸມປີຜ່ານມາ ເຮົາຍັງບໍ່ໄດ້ ກວດຜູ້ຕິດ ເຊື້ອເອດສ໌ ຢູ່ໃນຈຸດ ຂແນງວັນນະໂຣຄ ບໍ່ທັນທົ່ວ ເຖິງກັນ ເພາະວ່າເຮົາ ຍັງບໍ່ທັນໄດ້ ຂຍາຍໄປເຖິງ ບັນດາເມືອງ ຕ່າງໆ ເຮັດແຕ່ໃນ ເທສບາລ ຍັງບໍ່ທັນ ເຂົ້າເຖິງເມືອງ ທີ່ຢູ່ບ່ອນ ຊາຍແດນ ຫລືວ່າຢູ່ ເຂຕນອກ".

ພ້ອມດຽວກັນນີ້ ທ່ານກໍວ່າ ສະເພາະທີ່ ໄດ້ມີກາຣ ປະສານງານ ກັບຂແນງ ວັນນະໂຣຄ ນັ້ນກໍມີ ກາຣກວດເລືອດ ຂອງຜູ້ປ່ວຍ ໃນກຸ່ມທີ່ມີ ອາກາຣເປັນ ໜ້າສົງສັຍ ໄປພ້ອມໆກັບ ກາຣກວດ ວັນນະໂຣຄ ແລະ ຖ້າພົບເຫັນ ມີເຊື້ອໄວຣັສ ໂຣຄເອດສ໌ ກໍຈະມີກາຣ ໃຫ້ຢາແລະ ໃຫ້ຄວາມເບິ່ງແຍງ ໂດຽສະເພາະ ໃນກຸ່ມພວກ ແຮງງານ ຕາມເຂຕເທສບາລ ເມືອງ ຊຶ່ງເປັນກຸ່ມ ທີ່ມີຄວາມ ສ່ຽງຕໍ່ກາຣ ມີເຊື້ອໂຣຄເອດສ໌ ສູງກວ່າກຸ່ມ ອື່ນໆ.

ສະເພາະ ສາເຫຕທີ່ ບໍ່ສາມາດ ຂຍາຍໄປ ກວດຜູ້ປ່ວຍ ຢູ່ຕາມເຂຕ ທີ່ຫ່າງໄກ ສອກຫລີກນັ້ນ ເຈົ້າໜ້າທີ່ ລາວ ທ່ານນີ້ກໍວ່າ

"ໄທເຮົາບໍ່ທັນ ຂຍາຍ ກໍເພາະວ່າ ໃນບັນດາ ຕົວເມືອງ ມີຈຳນວນໜຶ່ງ ທີ່ວ່າຍັງ ບໍ່ທັນມີ ກຸ່ມສ່ຽງ ທີ່ວ່າພວກເຮົາ ເຂົ້າບໍ່ເຖິງ ເຂົາເຈົ້າ ເຂົາເຈົ້າຍັງ ບໍ່ທັນມີ ປະຊາກອນ ເຄື່ອນຍ້າຍ ກໍເຮົາກໍເຂົ້າ ບໍ່ເຖິງ ປະຊາກອນ ເຄື່ອນຍ້າຍ ໃນເຂຕຫ່າງໄກ ສອກຫລີກ ເຮົາກໍເລີຽ ຂຍາຂຕົວນີ້ ຍັງບໍ່ທັນ ໄປຮອດໄປເຖິງ".

ທ່ານໄດ້ກ່າວ ເນັ້ນເພີ່ມວ່າ ສຳຫລັບ ໂຣຄເອດສ໌ ໃນເທສບາລ ເມືອງແຂວງ ອັຕຕະປື ຖືວ່າຍັງ ບໍ່ທັນເປັນ ບັນຫາທີ່ ໜັກໜ່ວງເທື່ອ ໃນປັຈຈຸບັນນີ້ ຍ້ອນປະຊາຊົນ ຕ່າງກໍຮູ້ ແລະເຂົ້າໃຈດີ ກ່ຽວກັບຜົລຮ້າຍ ຂອງເຊື້ອໂຣຄ ດັ່ງກ່າວ ແຕ່ສະເພາະ ປະຊາຊົນ ທີ່ຢູ່ຕາມ ເຂຕທີ່ຫ່າງໄກ ສອກຫລີກນັ້ນ ຄາດວ່າ ອາຈຈະມີ ບັນຫາ ຍ້ອນວ່າ ກຸ່ມສ່ຽງ ຫລືປະຊາຊົນ ທີ່ມີອາກາຣ ຂອງ ກາຣຕິດເຊຶ້ອ ໄວຣັສ ໂຣຄເອດສ໌ ນັ້ນ ບໍ່ຄ່ອຍຈະເຂົ້າ ມາຮັບກາຣ ຮັກສາປິ່ນປົວ ຫລືກາຣ ປຶກສາ ນຳທາງເຈົ້າ ໜ້າທີ່ ແຕ່ຢ່າງ ໃດ.