ມີການກະກຽມ ເພື່ອຮັບມື ກັບພະຍາດ ໄຂ້ຫວັດໃຫຍ່ ສາຍພັນໃໝ່ 2009 ຫລືສາຍພັນ A H1N1 ຢູ່ລາວ ໂດຍມີການ ເອົາໃຈໃສ່ ເປັນພິເສດ ຕາມຄໍາເວົ້າຂອງ ໂຄສົກການ ຕ່າງປະເທດ ສປປລາວ:
ລະທາງ ຣັຖບານ ລາວກໍໄດ້ ເອົາໃຈໃສ່ ເປັນພິເສດ ເພາະຄັນເກີດ ຢູ່ລາວແລ້ວ ກໍອາດຈະມີ ຜົນກະທົບ SEA Games ແຕ່ເທົ່າຮອດ ປັຈຈຸບັນ ກໍແມ່ນຍັງບໍ່ ທັນມີຂ່າວວ່າ ມີກໍຣະນີ ໃດເກີດຂຶ້ນ ຢູ່ໃນ ລາວເທື່ອ.
ແລະວ່າທາງ ສູນກາງ ກໍໄດ້ເຮັດ ແຈ້ງການເຖິງ ຂັ້ນເມືອງ ຂັ້ນແຂວງທົ່ວ ປະເທດລາວ ເພື່ອໃຫ້ມີ ການເຕືອນ ປະຊາຊົນ ໃຫ້ຮູ້ກ່ຽວກັບ ເຊື້ອພະຍາດ ໄຂ້ຫວັດໃຫຍ່ ສາຍພັນ A H1N1 ໂດຍໃຫ້ຣະວັງ ແຕ່ບໍ່ໃຫ້ ແຕກຕື່ນ. ໃຫ້ມີການ ລ້າງມືໃສ່ ສະບູເລື້ອຍໆ. ໃຫ້ພັກຜ່ອນ ພຽງພໍ. ຫາກມີການໄອ ກໍໃຫ້ປິດປາກ ໄອໃສ່ບ່າໄລ່ ຂອງຕົນເອງ. ຫາກເປັນວັດ ເປັນໄອ ໄຂ້ຂຶ້ນສູງ ກໍຄວນໄປ ຫາແພດໝໍ. ແລະເວລານີ້ ອີກເລື່ອງນຶ່ງທີ່ ທາງການລາວ ເອົາໃຈໃສ່ ກໍຄືການ ສັນຫາ ເຄື່ອງວັດແທກ ອູນຫະພູມ ຮ່າງກາຍຄົນ ເພື່ອ ຕິດຕັ້ງໃສ່ ດ່ານສາກົນ ເປັນຕົ້ນ ຢູ່ສນາມບິນ ນາໆຊາດ ວັດໄຕ ໃນນະຄອນ ຫລວງວຽງຈັນ. ສໍາລັບເລື່ອງ ທີ່ວ່າອົງການ ອະນາໄມໂລກ WHO ໄດ້ສົ່ງຢາ ປ້ອງກັນ ໄຂ້ຫວັດໃຫຍ່ Tami Flu ຊຶ່ງໄຊ້ໄດ້ກັບ ໄຂ້ຫວັດສາຍ ພັນໃໝ່ 2009 ໃຫ້ 72 ປະເທດ ກໍາລັງພັທນາ ຈໍານວນ 2 ລ້ານ 4 ແສນ ກວດນັ້ນ ທ່ານເຄນທອງ ບອກວ່າມາ ເຖິງເວລານີ້ ບໍ່ທັນຊາບເທື່ອ ວ່າລາວເປັນ ນຶ່ງໃນບັນດາ ປະເທດ ທີຄວນໄດ້ຮັບ ຫລືແນວໃດ:
ຂ້າພະເຈົ້າ ກໍບໍ່ຊາບ ເຊັນດຽວກັນ ຄັນວ່າ ປະເທດ ກໍາລັງພັທນາ ທີ່ມີຄວາມ ສ່ຽງສູງ ຫລືວ່າຕໍ່າ ຝ່າຍລາວ ກໍບໍ່ທັນ ໄດ້ອອກຂ່າວ ເລື່ອງນີ້ແດ່ ເຮົາຢູ່ໃນ ປະເທດ ຄວາມສ່ຽງຕໍ່າສຸດ.
ພ້ອມກັນນັ້ນ ໂຄສົກການ ຕ່າງປະເທດ ສປປລາວ ຍັງກ່າວດ້ວຍວ່າ ຈຸດດີອັນນຶ່ງ ຂອງລາວ ກໍຄືທີ່ຕັ້ງ ຢູ່ຣະຫວ່າງ ກາງ ປະເທດໃຫຍ່. ນັກທ່ອງທ່ຽວ ສ່ວນໃຫຍ່ທີ່ ເຂົ້າລາວ ກໍຕ້ອງຜ່ານໄທ ຜ່ານວຽດນາມ ແລະທາງເໜືອ ກໍຕ້ອງຜ່ານຈີນ ກ່ອນຈະເຂົ້າເຖິງ ລາວ ຊຶ່ງປະເທດ ເລົ່ານັ້ນກໍມີ ການກວດກາ ໃນຣະດັບ ເຂັ້ມງວດດີ. ແລະບໍ່ມີ ຖ້ຽວບີນໂດຍກົງ ຈາກບ່ອນອຶ່ນຫລາຍ ນອກຈາກປະເທດ ໄກ້ຄຽງຄື ໄທ ກໍາພູຊາ ວຽດນາມ.