ຂ. ສວັນນະເຂດ ເຕືອນ ປຊຊ ເຣື້ອງ ໂຣກໄຂ້ຍຸງ ແລະ ຖອກທ້ອງ

ກະຊວງ ສາທາຣະນະສຸກ ແຂວງ ສວັນນະເຂດ ເຕືອນປະຊາຊົນ ໃຫ້ຣະວັງ ໂຣກຣະບາດ 2 ຊະນິດ ທີ່ ອາດເກີດຂຶ້ນ ໃນໜ້າຝົນນີ້.

0:00 / 0:00

ໃນລະຍະນີ້ ເຣີ້ມເຂົ້າຣະດູຝົນ ເຮັດໃຫ້ຫລາຍພື້ນທີ່ ໃນປະເທດ ມີຝົນຕົກໜັກ, ຊຶ່ງອາດສົ່ງຜົນກະທົບ ຕໍ່ສຸຂພາບ ຂອງປະຊາຊົນ ໂດຍສະເພາະ ແມ່ນມີອາການ ອ່ອນແອ ແລະ ຕິດໂຣກ ໄດ້ງ່າຍ, ອີງຕາມການເປີດເຜີຍ ຂອງ ນາຍແພດ ຂແນງ ອະນາໄມ ຣະບາດວິທຍາ ຜແນກສາທາຣະນະສຸກ ແຂວງສວັນນະເຂດ.

ສໍາລັບ ໂຣກຣະບາດ ໃນໜ້າຝົນ ທີ່ທາງສາທາຣະນະສຸກ ໄດ້ຮີບໂຮມ ຂໍ້ມູນ ແລະ ເຝົ້າຣະວັງ ຢູ່ນີ້ ເປັນໂຣກຣະບາດ ທີ່ອາດເກີດຂຶ້ນ ດ້ວຍກັນ 2 ຊະນິດ, ຊຶ່ງນາຍແພດ ກ່າວ ໃນຕອນນຶ່ງ ວ່າ:

“ຊ່ວງໜ້າຝົນ ພົບວ່າ ພະຍາດ ດຽວນີ້ ເຣື້ອງໄຂ້ເລືອດອອກ ກັບພະຍາດ ຖອກທ້ອງ. ດຽວນີ້ ພວກເຮົາ ເຝົ້າຣະວັງ ມີແຕ່ວ່າ ເຮົາອອກເຣື້ອງການໂຄສນາ ການສຸຂສຶກສາ.”

ສາເຫດຫລັກ ທີ່ອາດມີການຣະບາດ ຂອງໂຣກ, ເນື່ອງຈາກວ່າ ຂະນະນີ້ ເຂົ້າສູ່ຣະດູຝົນ ສະພາບອາກາດ ເໝາະ ຕໍ່ການເພາະພັນ ຂອງຍຸງລາຍ, ຊຶ່ງເປັນພາຫະນະ ນໍາໂຣກ. ນອກຈາກນັ້ນ ຍັງເຮັດໃຫ້ ອາກາດປຽກຊຸ່ມ ແລະ ບໍ່ມີຄວາມສະອາດ, ຊຶ່ງສົ່ງຜົນກະທົບ ຕໍ່ອາຫານ ແລະ ອາດເຮັດໃຫ້ເກີດໂຣກ ຖອກທ້ອງ ໃນໜ້າຝົນ ໄດ້ອີກດ້ວຍ.

ນາຍແພດ ຄົນດຽວກັນນີ້ ໃຫ້ການແນະນໍາ ແກ່ປະຊາຊົນ ໃນເຣື້ອງການທໍາລາຍ ແຫລ່ງເພາະພັນ ຂອງຍຸງລາຍ ວ່າ:

“ເຮົາຈະໃຫ້ກິຈກັມ ປະຈໍາວັນ ຂະເຈົ້າ ເຣື້ອງໄຂ້ເລືອດອອກ ເຮົາກໍຈະສຸມໃສ່ ເຣີ້ມທໍາລາຍ ແຫລ່ງເພາະພັນ ຂອງຍຸງ ເພາະວ່າ ຣະດູນີ້ ຂະເຈົ້າ ໂຕ່ງນໍ້າຝົນໄວ້ໃຊ້ ບາງບອ່ນເນາະ ເຮົາ ກໍໃຫ້ຂະເຈົ້າ ທໍາຄວາມສະອາດ.”

ທ່ານ ກ່າວຕື່ມວ່າ ການປ້ອງກັນ ໂຣກຣະບາດ ໜ້າຝົນນີ້ ຂໍໃຫ້ປະຊາຊົນ ຍຶດຫລັກການ ເຊັ່ນ ອອກກໍາລັງກາຍ ຢ່າງສມໍ່າສເມີ, ໃສ່ເສື້ອຜ້າ ຮັກສາຮ່າງກາຍ ໃຫ້ອົບອຸ່ນ ເພື່ອໃຫ້ຮ່າງກາຍ ມີພູມຕ້ານທານ ຕໍ່ເຊື້ອໂຣກ ແລະ ລ້າງມືເລື້ອຍໆ ກ່ອນຮັບປະທານອາຫານ ທຸກຄັ້ງ, ດື່ມນໍ້າສະອາດ, ຮັບປະທານອາຫານ ທີ່ສະອາດ ແລະ ສຸກ. ນອກຈາກນັ້ນ, ກໍໃຫ້ກວດກາ ອ່າງນໍ້າ ຫລື ບ່ອນທີ່ມີນໍ້າຂັງ ຢູ່ເລື້ອຍໆ, ພ້ອມກັບ ອັດຝາ ໃຫ້ແຈບ ແລະ ທໍາລາຍ ແຫລ່ງທີ່ມາ ຂອງຍຸງລາຍ.
EKW: ໂຣກຣບາດ