ອອສເຕຣເລັຍ ຈະຮັບ ເອົາຊາວເຜົ່າມົ້ງ ຈໍານວນນຶ່ງ

ປະເທດ ອອສເຕຣເລັຍ ຈະຮັບເອົາ ຊາວລາວເຜົ່າມົ້ງ 20 ຄົນ ຈາກສູນ ຊົ່ວຄາວ ທີ່ບ້ານຫ້ວຍນ້ຳ ຂາວ ເມືອງເຂົາຄໍ້ ແຂວງເພັດສະບູນ ຂອງໄທ ໄປຕັ້ງ ຖິ່ນຖານ ຢູ່ອອສເຕຣເລັຍ.

ຫລັງ​ຈາກ ​ພົບ​ປະ​ຫາລື ​ກັບ ທ່ານ ນົບພະ​ດົນ ປັດຕະມະ ຣັຖມົນຕຣີ ກະຊວງ​ ການ​ຕ່າງປະ​ເທດ​ໄທ ​​ເມື່ອ​ວັນ​ສຸກ ​ທີ່​ຜ່າ​ນມາ ທ່ານ Stephen Smith ຣັຖມົນຕຣີ ກະຊວງ ​ການ​ຕ່າງປະ​ເທດ​ອອສ​ເຕຣ​ເລັຍ ​ໄດ້ກ່າວ ​​ຕໍ່​ກອງ​ປະຊຸມ​ ນັກ​ຂ່າວ ​ຢູ່​ບາງກອກ ​ວ່າ ອອສ​ເຕຣ​ເລັຍ ​ຢາກ​ຮັບ​ເອົາ ​ຊາວ​ເຜົ່າ​ມົ້ງ ຈຳນວນນຶ່ງ ທີ່​​ໄດ້​ຮັບ ​ການ​ສຳຣວດ ຮຽບຮ້ອຍ​ແລ້ວ ວ່າ ​ເປັນ​ບຸກຄົນ ​ທີ່​ມີ​ສິດ ​ແລະ ​ຄວນ​ໄດ້​ຮັບ ​ການ​ປົກ​ປ້ອງ ​ນັ້ນ ​ໄປ​ຕັ້ງຖິ່ນ​ຖານ ​ຢູ່​ອອສ​ເຕຣ​ເລັຍ.

ສ່ວນ ທ່ານ ນົມ​ພະ​ດົນ ປັດຕະມະ ກ່າວ​ ກອງ​ປະຊຸມ ​ນັກ​ຂ່າວ ​ວ່າ ປະ​ເທ​ດ​ໄທ ບໍ່​ໄດ້ ​ບັງຄັບ ​ໃຫ້​ຊາວ​ລາວ​ເຜົ່າ​ມົ້ງ ກັບ​ຄືນ​ປະ​ເທດ; ​ແຕ່​ ຊາວ​ເຜົ່າ​ມົ້ງ​ ເຫລົ່າ​ນີ້ ​ຫລາຍໆ​ຄົນ ​​ອ້າງ​ວ່າ ພວກ​ເຂົາ ​ຢ້ານ​ຖືກ​ປາບ​ປາມ ຖ້າ​ຫາກ ​ກັບ​ຄືນ​ ໄປ​ປະ​ເທດ​ລາວ.

ໃນຣະຍະ​ນີ້ ທາງ​ການ​ລາວ ​ແລະ ​ໄທ ກຳລັງ​ ຂຸ້ນ​ຂ້ຽວ ​ຈັດ​ສົ່ງ​ຊາວ​ເຜົ່າ​ມົ້ງ ຈາກ​ສູນ ບ້ານ​ຫ້ວຍນ້ຳຂາວ ທີ່​ມີ​ ທັງ​ໝົດ ​ເກືອບ 8,000 ຄົນ​ນັ້ນ ກັບ​ຄືນ ​ປະ​ເທດ​ລາວ ​ແລະ ​ຈະຈັດ​ສົ່ງ ​ໃຫ້​ສຳ​ເຣັດ ໝົດ​ພາຍ​​ໃນ ທ້າຍ​ປີ​ນີ້.

​ເມື່ອ​ວັນທີ່ 23 ​ເດືອນ​ມິຖຸນາ ​ທີ່​ຜ່ານ​ມາ ທາງ​ການ​ໄທ ​ກໍ​ໄດ້​ຈັດ​ສົ່ງ ​ຊາວ​ເຜົ່າ​ມົ້ງ ​ເຖິງ 837 ຄົນ ກັບ​ຄືນ​ລາວ ​ແລະ ​ເມື່ອ​ວັນ​ສຸກ ອົງການ​ ຂ່າວສານ ​ແຫ່ງ​ຊາດ ​ຂອງ​ໄທ ກໍຣາຍງານ ​ວ່າ ທາງການ​ໄທ ຈະ​ສົ່ງ​ຊາວ​ລາວ ​ເຜົ່າ​ມົ້ງ ກັບ​ຄືນ​ລາວ ​ອີກ​ 215 ຄົນ​ ໃນ​ສັບປະດາ​ນີ້.