ສູນຊ່ວຍອົພຍົບ ທີ່ບາງກອກ ຈະຫລຸດການຊ່ວຍເຫລືອ ມົ້ງລາວລົງ

ສູນກາງຊ່ວຍອົພຍົບ ທີ່ບາງກອກຫລື BRC ຈະຫລຸດງົບປະມານ ຊ່ວຍເຫລືອຊາວມົ້ງລາວ ຜູ້ທີ່ມີຖານະ ເປັນບຸກຄົນທີ່ຫນ້າ ເປັນຫ່ວງ ທີ່ຍັງຄ້າງຢູ່ສູນ ໃນບາງກອກ.

ຫ້ອງການອົພຍົບ ທີ່ບາງກອກ ຈະຫລຸດງົບປະມານ ຊ່ວຍເຫລືອຊາວມົ້ງ ຜູ້ທີ່ມີຖານະ ເປັນບຸກຄົນທີ່ ຫນ້າເປັນຫວ່ງຫລື POC ທີ່ຍັງອາສັຍ ຢູ່ບາງກອກປະມານ38 ຄອບຄົວ ໃນປັດຈຸບັນລົງ ຍ້ອນຜົລກະທົບ ຈາກບັນຫາເສຖກີດ. ກຸ່ມຊາວມົ້ງດັ່ງກ່າວ ເປັນກ່ມຸຄົນເຂົ້າ ເມືອງໄທ ມາໄດ້ຫລາຍປີແລ້ວ ບໍ່ມີທາງອອກ ແລະ ອົງການ UNHCR ກໍ່ບໍ່ສາມາດຊ່ວຍ ຂະເຈົ້າໄດ້ ເພາະຕິດຂໍ້ຕົກລົງ ຣະຫວ່າງສອງປະເທດ ລາວ-ໄທ ທີ່ຣະບຸວ່າ ການແກ້ໄຂບັນຫາ ຊາວມົ້ງ ເປັນເຣື້ອງຣະຫວ່າງ ລາວ-ໄທ ຫ້າມນາໆຊາດ ເຂົ້າມາກ່ຽວຂ້ອງ. ດ່ັງນາຍແຊ່ເລົາ ຊາວມົ້ງຜູ້ທີ່ຍັງ ຕົກຄ້າງຢູ່ສູນ ທີ່ບາງກອກ ປະເທດໄທ ເວົ້າວ່າ:

"ຫ້ອງການ BRC ເຂົາບອກວ່າ ເຣື້ອງການຊ່ວຍເຫລືອ ຕໍ່ໄປ ອາດຈະມີແຕ່ ຈະລົດລົງ ເຂົາບອກວ່າງົບປະມານ ເຂົາກໍ່ບໍ່ຄ່ອຍມີແລ້ວ ຖ້າເຖີງວັນພວກເຂົາ ບໍ່ຊ່ອຍແລ້ວພວກ ເຮົາຕ້ອງໄປຫມົດ."

ສູນກາງຊ່ວຍເຫລືອ ອົພຍົບ ທີ່ບາງກອກໄດ້ ຮັບການຊ່ອຍເຫລືອ ຈາກອົງການ ສະຫະປະຊາຊາດ ປະຈຳບາງກອກ ໂດຍເອົາເງີນໄປ ໃຫ້ຊາວມົ້ງ ທີ່ສູນດັ່ງກ່າວ ເດືອນລະຄອບຄົວນື່ງ ປະມານ 1,500 ບາດ ໄດ້ປະຕິບັດ ມາເປັນເວລາ 5ປີແລ້ວ ແຕ່ໃນປີ2010ນີ້ ງົບປະມານຈະ ລົດລົງຈາກເດີມ. ກຸ່ມດ່ັງກ່າວລໍຖ້າ ໄປຕັ້ງຖີ່ນຖານ ຢູ່ປະເທດທີ3 ແຕ່ໂອກາດທີ່ ຈະໄດ້ໄປນັ້ນ ມີຫນ້ອຍເພາະບໍມີ ປະເທດໃດຮັບ ແລະ ຣັຖບານ ລາວແລະໄທ ກໍ່ຢາກໃຫ້ຂະເຈົ້າ ກັບຄືນໄປລາວ ນາຍແຊ່ເລົາ ກ່າວເພີ້ມອີກວ່າ:

"UN ເຂົາກໍ່ວ່າເຫມືອນ ກັນວ່າ ເຂົາບອກວ່າ ຖ້າຣັຖບານລາວ ບໍ່ໃຫ້ໄປ ເຂົາກໍ່ຊ່ອຍບໍ່ໄດ້ ຖ້າຣັຖບານບໍ່ ອະນຸຍາດໃຫ້ ເຂົາສົ່ງພວກເຮົາ ໄປປະເທດທີສາມ UN ເຂົາກໍ່ບໍ່ສາມາດ ຈະສົ່ງໄດ້."

ການທີ່ບໍ່ສາມາດ ໄປຕັ້ງຖີ່ນຖານ ໃນປະເທດ ທີສາມໄດ້ ເຮັດໃຫ້ຊາວມົ້ງ ກຸ່ມດັ່ງກ່າວ ຫມົດຄວາມຫວັງ ໃນການຕັ້ງຖີ່ນຖານໃຫມ່ ຈື່ງຢູ່ໃນຖານະ ບຸກຄົນ ທີ່ຂາດສັນຊາດ ໃນປັດຈຸບັນ ທີ່ບາງກອກ ແລະ ການພັກດັນໃຫ້ ກັບລາວນັ້ນ ກໍ່ມີຄວາມເປັນ ໄປໄດ້ສູງ ຫລັງຈາກທີ່ ຣັຖບານ ລາວແລະໄທ ໄດ້ພັກດັນຊາວມົ້ງ ຈາກບ້ານຫ້ວຍນ້ຳຂາວ ແລະທີ່ດ່ານກວດ ຄົນເຂົ້າເມືອງ ທີ່ຫນອງຄາຍ ສີ້ນສຸດລົງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org