ພັນເອກທະນະຈາຣຸວັດ, ເສນາທິການ ກອງອຳນວຍການ ຮັກສາຄວາມໝັ້ນຄົງພາຍໃນ ຂອງໄທ, ກ່າວວ່າ:
" ຈຳ ນວນ ທີ່ ແນ່ນອນ ສຳຣັບຊຸດ ທີ່ ນຶ່ງ ຊຶ່ງ ເດີນທາງ ກັບ ໄປ ຮຽບຮ້ອຍ ແລ້ວ ກໍ ມີ ຈຳນວນ 448 ຄົນ ເປັນ ຊາຍ 248 ຄົນ ຍິງ 200 ຄົນ ."
ຂະບວນ ຣົດບັນທຸກ 16 ຄັນຂົນເອົາ ຊາວລາວເຜົ່າມົ້ງ ເຫລົ່ານີ້ ອອກຈາກສູນ ບ້ານຫ້ວຍນ້ຳຂາວ ແຂວງເພັດສະບູນ ຂອງໄທຜ່ານນັກຂ່າວຄະນະຜູ້ຕາງໜ້າທາງການລາວ ແລະ ຊາວມົ້ງໄທ 100 ກວ່າຄົນ ທີ່ຢືນໂບກມື ຢູ່ແຄມທາງ ເພື່ອໃຫ້ກຳລັງໃຈ. ຂະບວນຣົດ ດັ່ງກ່າວ ມຸ້ງໜ້າໄປທີ່ ຂົວມິດຕະພາບລາວ-ໄທ ທີ່ເມືອງໜອງຄາຍ ຂອງໄທ ແລ້ວຈະຂ້າມໄປ ນະຄອນຫລວງວຽງຈັນຫລັງຈາກນັ້ນ ຊາວມົ້ງຈະຖືກສົ່ງໄປ ທີ່ບ້ານຕ້ອນຮັບ ຊົ່ວຄາວ ທີ່ແຂວງບໍຣິຄຳໄຊ.
ພັນເອກທະນະຈາຣຸວັດກ່າວຢ້ຳວ່າຊາວລາວເຜົ່າມົ້ງ ທີ່ຖືກສົ່ງກັບຄືນລາວ ເທື່ອນີ້ ເປັນພວກທີ່ສມັກໃຈ. ປັດຈຸບັນມີຜູ້ສມັກໃຈ ກັບຄືນລາວ ປະມານ 2,100 ຄົນ ໃນຈຳນວນ ທັງໝົດ4,382 ຄົນ. ໃນຂະນະນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງໄທ ກຳລັງເກັ້ຍກ່ອມ ໃຫ້ຊາວລາວເຜົ່າມົ້ງ ທີ່ບໍ່ສມັກໃຈນັ້ນ ສມັກໃຈກັບຄືນ ປະເທດລາວ ໂດຍດີ.
ສ່ວນຊາວລາວເຜົ່າມົ້ງ 158 ຄົນ ທີ່ຖືກກັກຂັງ ຢູ່ເມືອງໜອງຄາຍນັ້ນພັນເອກທະນະ ເວົ້າວ່າຊາວມົ້ງພວກນີ້ ເປັນຄວາມຮັບຜິດຊອບ ຂອງກອງທັບ ພາກທີ່ 2 ຂອງໄທວ່າ ຈະດຳເນີນການແນວໃດ ກັບພວກຂະເຈົ້າ.