ມົ້ງຫ້ວຍນໍ້າຂາວ ເປັນຫ່ວງ ຢ້ານຖືກສົ່ງກັບ

ຊາວມົ້ງລາວ ທີ່ບ້ານຫ້ວຍນ້ຳຂາວ ມີຄວາມກັງວົນ ຫລັງຈາກ ທີ່ຮູ້ຂ່າວວ່າ ທາງກາຣໄທຽ ຈະສົ່ງ ເຂົາເຈົ້າ ໃຫ້ແກ່ທາງກາຣ ສປປລາວ ໃຫ້ໝົດ ພາຍໃນ ເດືອນມີຖຸນາ 2009 ນີ້.

ພາຍຫລັງ​ ທີ່​ຮູ້​ຂ່າວ​ ຈາກ​ທາງ​ພາຍ​ນອກ ​ວ່າ​ ທາງ​ກາຣ​ໄທຽ ມີ​ແຜນ​ກຳໜົດ​ກາຣ ຢ່າງ​ຄັກ​ແນ່ ​ທີ່​ຈະ​ຈັດ​ສົ່ງ​ຊາວ​ມົ້ງລາວ ​ທີ່​ຍັງ​ເຫລືອ​ຄ້າງ ​ຢູ່​ໃນ​ເຂ​ຕບ້ານ​ຫ້ວຍນ້ຳຂາວ ​ແຂວງ​ເພ​ຊບູນ​ ໃນ​ປັຈຈຸ​ບັນ ​ປະມານ 5,000 ຄົນ​ ຄືນ​ໃຫ້​ແກ່​ ທາງ​ກາຣ ສປປລາວ ​ໃຫ້​ໝົດ​ ພາຍ​ໃນ ​ເດືອນ​ມີ​ຖຸນາ 2009 ນີ້ ​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ ມີ​ຄວາມວິຕົກ​ກັງວົນ ​​ຢ່າງ​ຫລວງຫລາຍ ດັ່ງ​ຊາວ​ມົ້ງ ປະຈຳ​ພື້ນ​ທີ່ ຜູ້​ໜື່ງ ທີ່​ບໍ່​ປະສົງ​ອອກ​ຊື່ ​ໄດ້​ກ່າວ​ວ່າ:

"ທຸກ​ມື້​ທຸກ​ວັນ ​ເຂົາ​ ກໍ​ບອກ​ວ່າ ຕ້ອງ​ໄດ້​ສົ່ງ ​ພວກ​ເຮົາ ​ກັບ​ຄືນ​ລາວ ​ແນ່ນອນ ພວກ​ເຮົາ ​ຄິດ​ວ່າ ​ກັບປະ​ເທສລາວ ​ກໍ​ບໍ່​ດີ​ໃຈ ​ແຕ່​ຖ້າ ​ກົວ​ເວລາ​ ກັບ​ຄືນ​ ທີ່​ໄມ່(ບໍ່) ມີ​ໃຜ​ເຫັນ ​ເຂົາ​ກໍ ​ຈີ້​ບັງຄັບ​ ແລ້ວ​ກໍ​ປິດ​ລ້ອມ​ ​ແລ້ວ​ກໍ​ສົ່ງ​ ເຮົາ​ຂື້ນ ຣົຖສົ່ງ​​ໄປ ​ເຖີງລາວ ​ແລ້ວ​ກໍ​ອ້າງ​ວ່າ ​ພວກ​ເຮົາ ​ດີ​ໃຈ ​ກັບ​ຄືນ​ລາວ ​ເຣື່ອງນີ້ ​ພວກ​ເຮົາ​ບໍ່​ຍອມ​ນ໋ະ"

​ໃນ​ຂະນະ​ນີ້ ​ກໍ​ພົບ​ເຫັນ​ວ່າ ​ມີ​ທະຫາຣ​ໄທຽ ບໍ່​ຕໍ່​ກວ່າ 250 ຄົນ​ ປະຈຳ​ ຢູ່​ໃນ ​ພື້ນ​ທີ່ ​ທົ່ວ​ບໍຣິ​ເວນ ​ບ່ອນ​ພັກ​ຂອງ​ພວກ​ຊາວ​ມົ້ງ ​ເພື່ອ​ກວດກາ​ ຢ່າງ​ເຂັ້ມງວດ ​ເປັນກາຣ​ປ້ອງ​ກັນ ບໍ່​ໃຫ້​ມີ​ ກາຣລັກ​ໜີ​ ອອກ​ຈາກ ​ພື້ນ​ທີ່​ໄດ້ ​ຍີ່​ງ​ເປັນກາຣເຮັດ​ໃຫ້ ​ເຂົາ​ເຈົ້າ ມີ​ຄວາມ​ຢ້ານ​ກົວ​ຕື່ມ​ອີກ ​ເພາະ​ບໍ່​ຢາກ ​ຖືກບັງຄັບ​ ໃຫ້​ກັບ​ຄືນ​ ເມືອງ​ລາວ ​ແຕ່​ຢ່າງ​ໃດ ຈື່ງ​ຢາກ​ໃຫ້ ​ພາຄສ່ວນ​ ທີ່​ສາມ ​ເຂົ້າມາ​ສັງ​ເກຕກາຣ ​ແລະ ​ໃຫ້​ຄວາມ​ຊ່ວຍ​ເຫລືອ ດັ່ງ​ທີ່​ມົ້ງລາວ ​​ໄດ້​ກ່າວ​ ເພີ່ມ​ວ່າ:

"ຂໍ​ໃຫ້​ມີ ​ອົງກາຣ ຂ້າ​ຫລວງ​ໃຫຍ່ ​ສະຫະ​ປະຊາ​ຊາຕ ​ແລະ ​ປະ​ເທສ ມະຫາ​ອຳນາ​ຈ ​ເຂົ້າມາ​ຊ່ວຍ​ທຳ​ກາຣສຳຣວຈ ສັມພາສ ກໍ​ບອກ​ໃຫ້ ​ຕ່າງປະ​ເທສນີ້ ​ວ່າ ຖ້າ​ເຂົາ ​ບໍ່​ໃຫ້ຣັຖບາ​ລ​ໄທຽ ຮັບ​ຮູ້ ຢູ່​ປະ​ເທສ​ໄທຽ ກໍ​ຢູ່ ​ໃຫ້​ຢູ່​ທີ່​ໃດ ​ກໍ​ຢູ່ ​ແຕ່​ຂໍ​ງົດ​ເວັ້ນ ສົ່ງ​ໄປ​ລາວ ​ເທົ່າ​ນັ້ນ"

ຢ່າງ​ໃດ​ກໍ​ຕາມ ​ທາງ​ສຳນັກ​ຂ່າວ ​ຕ່າງປະ​ເທສ ກໍ​​​ແຈ້ງວ່າ: ທ່ານ​ຢົ້ງ ຈັນທະ​ລັງສີ ​ໂຄສົກ​ກະຊວງ​ກາຣຕ່າງປະ​ເທສ ຂອງ​ລາວ ​ກໍ​ໄດ້​ແຖ​ລງ​ ໃຫ້ກາຣຢືນຢັນ​ວ່າ ​ທີ່​ຈະ​ຮັບ​ເອົາ ​ຊາວ​ມົ້ງລາວ ​ຈາກ​ໄທຍ ກັບ​ຄືນ​ເມືອງ​ລາວ ​​ໃຫ້​ໝົດ​ ພາຍ​ໃນ ​ເດືອນ​ມີ​ຖຸນາ ຂອງປີ​ນີ້​ແທ້.