ສປປລາວ ປະຕິເສດ ຂ່າວສັງຫານ ເດັກນ້ອຍມົ້ງ

ສປປລາວ ປະຕິເສດ ຖແລງການ ຂອງສູນວິໃຈ ນະໂຍບາຍ ສາທາຣະນະ ທີ່ເວົ້າວ່າ ທະຫານລາວ ສັງຫານ ເດັກນ້ອຍມົ້ງ ໃນຂະນະທີ່ ເຂົ້າໂຈມຕີ

0:00 / 0:00

ຖແລງການ ຂອງສູນວິໃຈ ນະໂຍບາຍ ສາທາຣະນະ ທີ່ມີຫ້ອງການ ຢູ່ນະຄອນຫລວງ ວໍຊິງຕັນ ດີ ຊີ, ອອກ ເມື່ອວັນທີ 5 ພຶສພາ, ໂດຍເວົ້າວ່າ ທະຫານລາວ ສັງຫານ ເດັກນ້ອຍຊາວເຜົ່າມົ້ງ 9 ຄົນ ເມື່ອວັນທີ 3 ເມສາ ຜ່ານມາ, ໃນຂະນະທີ່ ມີການໂຈມຕີ ຊາວເຜົ່າມົ້ງ ທີ່ລີຊ່ອນ ໃນເຂດ ພູ ດາ ພາວ, ແຂວງຊຽງຂວາງ.

ທ່ານ ຟີລິບ ສມິດທ໌, ຜູ້ອໍານວຍການ ສູນວິໃຈ ນະໂຍບາຍ ສາທາຣະນະ ກ່າວໃນຖແລງການ ວ່າ: ມີຫລາຍແຫລ່ງຂ່າວ ໃນປະເທດລາວ ຢືນຢັນ ເມື່ອມໍ່ໆມານີ້ ວ່າ ການໂຈມຕີ ຂອງທະຫານລາວ ເມື່ອວັນທີ 3 ເມສານັ້ນ ເຮັດໃຫ້ ຊົນເຜົ່າມົ້ງ ຫລາຍຄົນ ເສັຍຊີວິດ ແລະ ໄດ້ຮັບບາດເຈັບ. ສ່ວນເດັກນ້ອຍ 9 ຄົນທີ່ເສັຍຊີວິດນັ້ນ, ຄອບຄົວ ຂອງຂະເຈົ້າ ໄດ້ທໍາພິທີ ຝັງສົບແລ້ວ. ເຖິງຢ່າງໃດ ກໍຕາມ, ທ່ານ ເຄນທອງ ນວນທະສິງ, ໂຄສົກ ກະຊວງການຕ່າງປະເທດ ສປປລາວ, ກ່າວວ່າ:

"ຂ່າວອັນນັ້ນຫັ໋ນ ບໍ່ມີມູນຄວາມຈິງເດີ, ທະຫານລາວ ບໍ່ມີເຫດຜົນໃດ ຈະໄປຂ້າ ເດັກນ້ອຍມົ້ງ. ຄັນຂ້າ ມັນກໍໝົດປະເທດແລ້ວ. ດຽວນີ້ ມົ້ງ ກະບັກຫລາຍໆ ເປັນເຈົ້າ ເປັນນາຍ ກໍບໍ່ອຶດ ຢູ່ເມືອງລາວນີ້ນະ. ອັນນັ້ນ ແມ່ນຂ່າ ທີ່ບໍ່ມີມູນຄວາມຈິງເດີ."

ຖແລງການ ດັ່ງກ່າວ ຍັງກ່າວຕື່ມວ່າ ນອກຈາກນັ້ນ ຍັງມີ ຊາວລາວ, ແມ່ຍິງເຜົ່າມົ້ງ ແລະ ເດັກນ້ອຍ ຖືກຈັບໄປ ຫລື ຫາຍສາບສູນ ຫລືວ່າ ຖືກຂ້າຕາຍ ໃນປ່າດົງ ໃນລາວ, ຊຶ່ງເປັນຜົນມາຈາກ ການໂຈມຕີ ຫລາຍຄັ້ງ ທີ່ເກີດຂຶ້ນ ໃນຫລາຍສັປດາ ແລະ ຫລາຍເດືອນຜ່ານມາ ໂດຍທະຫານລາວ. ໂຄສົກ ກະຊວງການຕ່າງປະເທດ ສປປລາວ ຊີ້ແຈງ ກ່ຽວກັບ ນະໂຍບາຍ ຂອງຣັຖບານ ກັບຊາວເຜົ່າມົ້ງ ໃນຕອນນຶ່ງ ວ່າ:

“ລາວມົ້ງ ທີ່ໂຕນໜີ ໄປປະເທດໄທ ໄປຢູ່ຫ້ວຍນໍ້າຂາວແລ້ວ, ຣັຖບານ ກໍຍັງຮັບ ກັບຄືນມາ ໂດຍທີ່ວ່າ ອະພັຍໂທດ ໃຫ້ໝົດທຸກຢ່າງ. ແລ້ວບໍ່ແລ້ວ ຍັງສ້າງເຮືອນໃຫ້ຢູ່ ເອົາອາຫານ ລ້ຽງເຂົ້າລ້ຽງນໍ້າ ຈົນວ່າ ພວກກ່ຽວ ສາມາດກຸ້ມຕົນເອງໄດ້ ຈຶ່ງຄ່ອຍວ່າງມື. ຄັນວ່າ ທ່ານໃດ ມີຄວາມສົງໃສ ກ່ຽວກັບ ສະພາບຄວາມໝັ້ນຄົງ ຢູ່ລາວ ຂໍເຊີນ ມາຢ້ຽມຢາມ ເພື່ອເບິ່ງດ້ວຍຕົນເອງ.”

ອີງຕາມຖແລງການດັ່ງກ່າວ, ເມື່ອບໍ່ນານມານີ້ ອົງການນິຣະໂທດ ສາກົນ, ກຸ່ມປົກປ້ອງສິດທິມະນຸດ ແລະ ສື່ມວນຊົນ ຕ່າງປະເທດ ໄດ້ບັນທຶກ ຂໍ້ມູນ ໄວ້ວ່າ ທະຫານລາວ ໄດ້ໂຈມຕີ ແລະ ປາບປາມ ຢ່າງຮຸ່ນແຮງ ຕໍ່ຊາວເຜົ່າມົ້ງ, ນັກການເມືອງ ແລ ກຸ່ມສາສນາ ໃນເຂດປ່າດົງແລະ ພູເຂົາ ໃນລາວ.