ຄະດີ ວັງປາວ ຍັງຈະດຳເນີນ ໃນສານ

ຄະດີຂອງ ທ່ານ ນາຍພົນ ວັງປາວ ແລະພັກພວກ ຍັງຈະຖືກ ດຳເນີນໃນສານ ສະຫາຣັຖຕໍ່ໄປ ແລະຊາວມົ້ງລາວ ຫລາຍພັນຄົນ ກໍ່ທຳການ ປະທ້ວງ ໃນເວລານີ້.

ຜູ້ພິພາກສາ ຈາກສານ ຣັຖບານກາງ ສະຫາຣັຖ ໄດ້ປະຕິເສດ ຄຳຮຽກຮ້ອງຂອງ ກຸ່ມທະນາຍຄວາມ ຜູ້ທີ່ຈະ ປອ້ງກັນ ນາຍພົລ ວັງປາວ ແລະພັກພວກອີກ 11 ຄົນ ໃນຄະດີທີ່ ຣັຖບານ ສະຫາຣັຖ ຕູ່ຫາວ່າກຸ່ມ ດັ່ງກ່າວ ຈະທຳການ ໂຄ່ນລົ້ມ ຣັຖບານ ຄອມມຸນິສລາວ.

ກຸ່ມທະນາຍຄວາມ ຝ່າຍຈຳເລີຍ ໃຫ້ການວ່າ ການວາງແຜນຂອງ ຫນ່ວຍງານລັບຂອງ ຣັຖບານ ໃນການທີ່ຈະສ້າງ ຄະດີນີ້ຂື້ນ ໃນເບືອ້ງຕົ້ນ ເປັນການກະທຳ ທີ່ຍົວະຍົງ ເພື່ອເຮັດໃຫ້ກຸ່ມ ດັ່ງກ່າວເຊື່ອວ່າ ຣັຖບານ ສະຫາຣັຖ ມີສ່ວນຮ່ວມໃນ ການໂຄ່ນລົ້ມ ຣັຖບານ ຄອມມຸນີສ ໃນລາວ.

ທ່ານ Frank C. Damrell JR ຜູ້ພິພາກສາ ສານຊັ້ນຕົ້ນ ສະຫາຣັຖ ທີ່ຣັຖ California ໃຫ້ການວ່າ ທ່ານ ຍັງສັບສົນ ໃນການຕີ ຄວາມຫມາຍຄຳເວົ້າ ໃນເທບ ອັດສຽງຂອງ ເຈົ້າຫນ້າທີ່ລັບ ສະຫາຣັຖ ທີ່ວ່າເປັນການ ຍົວະຍົງໃຫ້ກຸ່ມ ດັ່ງກ່າວເຊື່ອວ່າ CIA ຢູ່ເບື້ອງຫລັງ ໃນແຜນການນີ້.

ແຕ່ທ່ານຂາດ ຫລັກຖານ ທີ່ແນ່ນອນ ທີ່ຈະແສດງອອກ ໃຫ້ເຫັນວ່າ ການກະທຳຂອງ ເຈົ້າຫນ້າທີ່ລັບ ເປັນການຍົວະຍົງ ແລະຜິດຫັລກການ ໃນການສືບສວນ ຄະດີ ພໍທີ່ຈະຍົກເລີກ ຄະດີໄດ້ ແລະວ່າ ກຸ່ມຈຳເລີຍ ສາມາດຍົກ ບັນຫາ ນີ້ຂື້ນມາອີກ ໃຫມ່ໄດ້ ໃນການວ່າຄວາມ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org