ໄທ ຕ້ອງໃຫ້ ຄວາມກະຈ່າງແຈ້ງ

ຂ້າຫລວງໃຫຍ່ ສະຫະປະຊາຊາດ ດ້ານຜູ່ອົບພະຍົບ ຮຽກຮ້ອງໃຫ້ ຣັຖບານໄທ ໃຫ້ຄວາມກະຈ່າງແຈ້ງ ກ່ຽວກັບການຈັບ ຊາວມົ້ງລາວ ຜູ້ທີ່ໄດ້ນຳພາ ພວກນັກຂ່າວ BBC ໄປປະເທດລາວ.

0:00 / 0:00

ຂ້າຫລວງໃຫຍ່ ສະຫະປະຊາຊາດ ດ້ານຜູ່ອົພຍົບ UNHCR ຮຽກຮ້ອງໃຫ້ ຣັຖບານໄທ ໃຫ້ຄວາມກະຈ່າງແຈ້ງ ກ່ຽວກັບການຈັບ ຊາວມົ້ງລາວຊື່ Joua Va Yang ຜູ້ທີ່ໄດ້ນຳ ພາພວກນັກຂ່າວ BBC ໄປປະເທດລາວ ໄວ້ຢູ່ສູນບ້ານ ຫ້ວຍນ້ຳຂາວ ແຂວງ ເພັດສະບູນ ພາກເໜືອຂອງໄທ ຊຶ່ງເປັນສູນທີ່ ມີຊາວມົ້ງລາວ ຫລາຍກວ່າ 5,000 ຄົນຢູ່ໂດຍທີ່ ຜູ້ຕາງໜ້າ ຂ້າຫລວງໃຫຍ່ ສະຫະປະຊາຊາດ ດ້ານຜູ່ອົພຍົບ ບໍ່ສາມາດເຂົ້າ ໄປພົບໄດ້ຈັກ ເທື່ອແລະວ່າມັນ ເປັນອັນຕະລາຍ ຖ້າຫາກວ່າລາວ ຖືກສົ່ງໄປ ປະເທດລາວ.

Joua Va Yang ຜູ້ທີ່ໄດ້ນຳພາ ພວກນັກຂ່າວ BBC ໄປໃນປ່າດົງ ຂອງປະເທດລາວ ປີ 2004 ນັ້ນ ປັດຈຸບັນນີ້ ຖືກນຳຕົວ ພ້ອມທັງຜູ້ເປັນ ເມັຍແລະລູກ 4 ຄົນ ໄປເຂົ້າຄຸກ ຢູ່ເມືອງເຂົາຄໍ້ ແຂວງ ເພັດສະບູນ.

UNHCR ໄດ້ຮຽກຮ້ອງ ໃຫ້ຣັຖບານໄທ ເຄົາຣົບຫລັກການ ບໍ່ສົ່ງກັບແບບ ເປັນກົດເກນທົ່ວ ໄປຊຶ່ງໝາຍຄວາມ ວ່າບໍ່ມີ ອົພຍົບຫລືວ່າ ຜູ່ຂໍລີ້ໄພ ຄົນໃດ ຈະຖືກບັງຄັບ ສົ່ງກັບປະເທດ ບ່ອນທີ່ຜູ່ນັ້ນ ຈະປະເຊີນກັບ ການທຳຮ້າຍ ຢ່າງຮ້າຍແຮງ.

ພ້ອມກັນນັ້ນ ຂ້າຫລວງໃຫຍ່ ສະຫະປະຊາຊາດ ດ້ານຜູ່ອົພຍົບ ກໍສືບຕໍ່ ຮຽກຮ້ອງ ໃຫ້ຣັຖບານໄທ ທົບທວນຖານະ ຂອງຊາວມົ້ງລາວ ທີ່ຢູ່ປະເທດໄທ ຢ່າງຍຸຕິທັມ ແລະແບບແຈ້ງຂາວ ໂດຍອີງໃສ່ ມາຕຖານສາກົນ.