ໄທ ຈະສົ່ງຊາວເຜົ່າມົ້ງ ກັບຄືນ ສປປລາວ ຕື່ມອີກ

ໄທ ຈະສົ່ງ ຊາວລາວ ເຜົ່າມົ້ງ ກັບຄືນ ສປປລາວ ອີກ 215 ຄົນ ໃນສັບປະດາໜ້າ ໂດຍ ຜ່ານຂົວ ມິດຕະພາບ ລາວ-ໄທ ແຫ່ງທີ່ນຶ່ງ.

ອົງການ​ຂ່າວແຫ່ງ​ຊາດ​ຂອງ​ໄທຣາຍງານ​ວ່າ ​ໄທຈະ​ສົ່ງ​ຊາວ​ລາວ​ເຜົ່າ​ມົ້ງກັບ​ຄືນ​ລາວ​ອີກ​ໃນ​ສັບປະດາ​ໜ້າ ​ເທື່ອ​ນີ້​ຈະ​ສົ່ງ 215 ຄົນ ​ແລະ​ ຈະ​ສົ່ງ​ ກັບ​ຄືນ​ ຜ່ານ​ຂົວ​ມິດຕະພາບ​ ລາວ-​ໄທ​ແຫ່ງ​ທີ່​ນຶ່ງ ຊຶ່ງ​ເປັນ​ຂົວ​ ຂ້າມ​ແມ່ນ້ຳຂອງຣະຫວ່າງ​ ນະຄອນຫລວງ​ວຽງ​ຈັນ​ແລະ​ເມືອງ​ໜອງ​ຄາຍ​ຂອງ​ໄທ.

ນາຍ​ພົນ ນິພັດ ທອງ​ເລັກ ຫົວໜ້າ​ກົມ​ຊາຍ​ແດນ​ ກອງທັບ​ໄທ​ກ່າວ​ວ່າ ທາງ​ການ​ໄທ ຈະ​ຈັດ​ສົ່ງ​ຊາວ​ລາວ​ເຜົ່າ​ມົ້ງຈາກ​ສູນ​ ບ້ານ​ຫ້ວຍ​ນ້ຳຂາວ ​ເມືອງ​ເຂົາ​ຄໍ້ ​ແຂວງ​ເພັດ​ສະບູ​ນ ຂອ​ງ​ໄທຈຳນວນ 215 ນັ້ນ ກັບ​ຄືນ​ສປປລາວ​ ໃນ​ວັນ​ພະຫັດ ສັບປະດາ​ໜ້າ.

ນາຍ​ພົນ ນິພັດ ກ່າວ​ຢ້ຳວ່າ ຊາວ​ລາວ​ເຜົ່າ​ມົ້ງ​ເຫລົ່າ​ນີ້ ຈະ​ຖືກ​ສົ່ງ​ກັບ​ຄືນ​ລາວ​ ໂດຍ​ຄວາມສມັກ​ໃຈ ຂອງ​ພວກ​ ເຂົາ​ເຈົ້າ​. ນັກ​ການ​ທູດ​ຕ່າງປະ​ເທດ​ຈາກ​ຫົກປະ​ເທດ ຄື​ ຈາກ​ສະຫະຣັຖອະ​ເມ​ຣິກາ ອອສ​ເຕຣ​ເລັຍ ອັງກິດ ​ກາ​ນາ​ດາ ຝຣັ່ງ​ເສດ ​ແລະ​ເນ​ເທີ​ແລ່ນ ​ໄດ້​ໄປ​ ຢ້ຽມຢາມ​ຊາວ​​ເຜົ່າ​ມົ້ງ​ເຫລົ່ານັ້ນເມື່ອ​ວັນ​ພຸດ​ທີ່​ຜ່ານ​ມາ ​ແລະນັກ​ການ​ທູດ​ ຕ່າງປະ​ເທດຕ່າງ​ທັງ​ໝົດ ​ກໍ​​ພໍ​ໃຈ​ ທີ່​ບໍ່​​ເຫັນ​ມີການ​ລ່ວງ​ລະ​ເມີດ​ສິດທິ​ມະນຸດຕໍ່​ຊາວ​ລາວ​ ເຫລົ່າ​ນີ້​ແຕ່​ຢ່າ​ງ​ໃດ.

ນາຍ​ພົນ ພິນັດ ອະທິບາຍ​ ວ່າ ທາງ​ການ​ໄທ​ອະນຸຍາດ​ໃຫ້​ນັກ​ການ​ທູດ​ຕ່າງປະ​ເທດ ​ໄປ​ຢ້ຽມຢາມ​ຊາວ​ລາວ​ເຜົ່າມົ້ງທີ່​ຈະ​ຖືກ​ສົ່ງ​ກັບ​ຄືນ​ປະ​ເທດ​ລາວ​ຄັ້ງນີ້ ກໍ​ເພາະວ່າ ​​ເມື່ອ​ເວລາໄທ​ຈັດ​ສົ່ງ​ ຊາວ​ເຜົ່າ​ມົ້ງ 837 ຄົນ​ ກັບ​ຄືນ​ລາວ​ເມື່ອ​ວັນ​ທີ່ 23 ​ເດືອນ​ທີ່​ແລ້ວ, ​ເຈົ້າໜ້າ​ທີ່​ອົງການ​ແລະຣັຖບານ​ ຕ່າງປະ​ເທດ ​ໄດ້​ສະ​ແດງ​ຄວາມ​ວິຕົກ​ ກັງວົນ ຢ້ານ​ວ່າ ຊາວເຜົ່າມົ້ງ ຖືກ​ບັງຄັບ​ ໃຫ້​ກັບ​ຄືນ​ປະ​ເທດ​ລາວ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ຊາວ​ເຜົ່າ​ມົ້ງຫລາຍໆ​ຄົນ​ທີ່​ອາ​ໃສ​ຢູ່​ໃນ​ສູນ​ບ້ານ​ຫ້ວຍ​ນ້ຳຂາວ ນັ້ນ ປະກາດ​ ຢູ່​ເລື້ອຍໆ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ບໍ່​ຍອມ​ກັບ​ຄືນ​ປະ​ເທດ​ລາວ​ຢ່າງ​ເດັດຂາດ.