ມົ້ງຫ້ວຍນໍ້າຂາວ ຍັງປິດຖນົນ ຢູ່ຕໍ່ມາ

ຊາວເຜົ່າມົ້ງ ສູນບ້ານຫ້ວຍນ້ຳຂາວ ສືບຕໍ່ ປິດຖນົນ ແລະ ບໍ່ຍອມ ກັບຄືນ ເຂົ້າໄປ ຢູ່ໃນສູນເພື່ອເປັນກາຣປະທ້ວງ.

ກຸ່ມ​ຊາວ​ເຜົ່າ​ມົ້ງລາວ ​ປະມານ 5,000 ຄົນ​ ຍັງ​ສືບ​ຕໍ່ ​ກາຣປະ​ທ້ວງ​ ດ້ວຍ​ກາຣປິດ​ ຖນົນ ​ແລະ ​ຢືນຢັນ​ຈະ​ບໍ່​ພາກັນ ​ກັບ​ຄືນ ​ເຂົ້າ​ໄປ ​ໃນ​ສູນ​ຮອງ​ຮັບ ​ຊົ່ວຄາວ​ ຈົນ​ກວ່າ ​ຈະ​ໄດ້​ຮັບ ​ຄຳ​ຕອບ ​ຈາກ​ທາງ​ກາຣ​ໄທຽ​ແລະ ​ອົງກາຣ UNHCR ຈະ​ເຂົ້າມາ ​ຊ່ວຍ​ເຫລືອ ດັ່ງ​ທີ່ ​ທ້າວ ວັງ​ເມັ໋ງຢັ໋ງ ​ໄດ້​ກ່າວ​ວ່າ:

"ຕອນ​ນີ້ ​ຍັງ​ຢູ່​ໃນ ​ກາງ​ຖນົນ ​ປິດ​ຫົນທາງ​ ເລີຽ​ເນີ໋ ຖື​ວ່າ ​ມີ 5,000 ກວ່າ​ຄົນ ຖື​ວ່າ​ ໄດ້​ພາກັນ​ນອນ ຕອນ​ເຊົ້າຕອນ​ຄໍ່າ ​ບໍ່​ມີ​ເຂົ້າກິນ ບໍ່​ມີນ້ຳ​ໃຊ້ ​ເດັກນ້ອຍ ​ຫລາຍ​ຄົນ ​ຫີ​ວນ້ຳ ຫີ​ວ​ເຂົ້າ ນຳ"

ກາຣປະ​ທ້ວງ ​ດັ່ງກ່າວ ​ດຳ​ເນີນ​ ມາ​ແຕ່​ ມື້​ວັນ​ທີ່ 16 ພຶ​ສພາ ຜ່ານ​ມາ ​ແລະ ​ຕໍ່​ມາ​​ເຖີງ ວັນ​ທີ່ 22 ພຶ​ສພາ​​ເຊັ່ນ​ກັນ​ ອາຄານ​ ຫລາຍ​ຮ້ອຍ​ຫລັງ ​ກໍ​ຖືກ​ໄຟ​ໄໝ້ ​ເຮັດ​ໃຫ້​ເຂົາ​ເຈົ້າ ຕ້ອງ​ອາສັຍ ​ຢູ່​ທາງ​ຂ້າງ​ນອກ​ແລະ ຢືນຢັນ​ ຈະບໍ່​ຍອມ​ ກັບ​ຄືນ ​ເຂົ້າ​ໄປ​ຢູ່ ​ໃນ​ສູນ ຕື່ມ​ອີກ ​ເຖີງ​ແມ່ນ​ ທາງ​ກາຣ ທະຫານ ​ຊື່​ງຮັບຜິດຊອບ​ ໃນ​ພື້ນ​ທີ່ ​ໄດ້​ເຂົ້າ​ໄປ ​ເຈຣະຈາ ​ຫລາຍ​ເທື່ອ ​ມາ​ແລ້ວ ​ກໍ​ຕາມ.

ຄະນະ ​ປະ​ທ້ວງ ດັ່ງກ່າວ ກໍ​​ເປັນ​ ພາຄສ່ວນ​ ຂອງຊົນ​ເຜົ່າ​ມົ້ງ ທັງ​ໝົດ 7,000 ກວ່າ​ຄົນ ​ແລະ ​ອີກ 2,000 ກວ່າ​ຄົນ ທີ່​​ໄຟ ​ບໍ່​ໄໝ້ ​ອາຄານ​ນັ້ນ ​ແມ່ນ​ພວກ​ທີ່​ ​ໄດ້​ແຈ້ງ​ສະມັກ ​ກັບ​ຄືນ ​ປະ​ເທດ​ລາວ ກ່ຽວ​ກັບ​ເຣື່ອງນີ້ ທ້າວ​ ວັງ ​ເມັ໋ງຢັ໋ງ ​ໄດ້​​ແຈ້ງວ່າ:

"ກໍ​ມີ ​ຈຳພວກ​ໜື່ງ ກໍ​ເຂົ້າ​ໄປ ​ແຕ່​ສ່ວນ​ຫລາຍ ​ບໍ່​ຍອມ ​ກັບ​ໄປ ​ເພາະວ່າ ​ເຂົ້າ​ໄປ ​ຈະ​ຖືກ​ ບັງຄັບ​ ກັບ​ໄປ​ລາວ ຖື​ວ່າ ​​ເຂົ້າ​ໄປ ​ຈຳນວນ​ນ້ອຍໆ, ສ່ວນ​ຫລາຍ​ ບໍ່​ເຂົ້າ​ໄປ"

ກາຣປິດ​ ຫົນທາງ ​ແລະ ​ບໍ່​ຍອມ​ ກັບ​ຄືນ​ ເຂົ້າ​ໄປ ​ໃນ​ສູນ​ ເພື່ອ​ເປັນກາຣ ປະ​ທ້ວງ ​ຂອງ​ຊາວ​ມົ້ງ ດັ່ງກ່າວ ທາງ​ກາຣ ກ່ຽວ​ຂ້ອງ​ໄທຽ ກໍ​ພຍາ​ຍາມ ​ແກ້​ໄຂ ​ແລະ ​ວ່າ ຍັງ​ຈະ​ດຳ​ເນີນ​ ຕາມ​ນະ​ໂຍບາຍ ຈັດ​ສົ່ງ​ ຕາມ​ທີ່​ໄດ້​ຕົກລົງ ​ກັບ​ທາງ​ກາຣລາວ ​ແລ້ວນັ້ນ ​ແຕ່​ຊາວ​ມົ້ງ ກໍ​ຢືນຢັນ​ ທີ່​ຈະ​ບໍ່​ກັບ​ຄືນ ​ເພາະຢ້ານ ​ຈະ​ບໍ່​ມີ​ຄວາມ​ປອດ​ພັຍ ​ໂດຽອ້າງ​ວ່າ ​ເປັນ​ຍາຕພີ່ນ້ອງ ​ຫລື ​ລູກໆ​ຫລານໆ​ ຂອງ​ອະດີດ ​ທະຫານ ຊີ​ໄອ​ເອ (CIA) ​ຂອງ​ສະຫະຣັຖ ໃນ​ສມັຍ​ ສົງຄາມ​ ວຽດນາມ ​ທີ່​ສິ້ນ​ສຸດ​ລົງ ​ແຕ່​ປີ 1975 ພຸ້ນ​ມານັ້ນ.