ທ່ານ Eric P. Schwartz ຜູ້ຊ່ວຍຣັຖມົນຕຣີ ຕ່າງປະເທສ ດ້ານຜູ້ອົພຍົບ ແລະຜູ້ລີ້ພັຍ ຂອງສະຫະຣັຖ ຈະໄປຢ້ຽມຢາມ ສປປລາວ ໃນມື້ວັນທີ່ 13-16 ມີຖຸນາ 2010 ນີ້ ເພື່ອພົບປະຫາຣື ກັບທາງກາຣ ກ່ຽວຂ້ອງຂອງ ສປປລາວ ໂດຽສະເພາະກ່ຽວກັບ ສະພາບ ຄວາມເປັນຢູ່ ຂອງຊາວມົ້ງ ທີ່ທາງກາຣໄທຽ ໄດ້ສົ່ງກັບຄືນ ໃຫ້ຣັຖບາລລາວ ໃນທ້າຍປີ 2009 ທີ່ຜ່ານມາ ພ້ອມຍັງຈະມີ ກາຣພິຈາຣະນາ ກາຣໄປຕັ້ງ ຖິ່ນຖານໃໝ່ ໃນປະເທສທີ່ 3 ແລະໂຄງກາຣ ຊ່ວຍເຫລືອດ້ານ ສິທທິມະນຸສຍະຊົນ ແກ່ຊາວມົ້ງ ດັ່ງກ່າວນັ້ນນຳດ້ວຍ:
ທ່ານວ່າ: “ກ່ອນຖືກສົ່ງກັບ ຄືນປະເທສລາວ ໃນປີຜ່ານມາ ຊາວມົ້ງສ່ວນໜຶ່ງ ກໍຄວນທີ່ຈະໄດ້ຮັບ ຖານະບຸຄຄົລ ທີ່ໜ້າເປັນຫ່ວງ ທີ່ຄວນຈະໄດ້ ຮັບກາຣຊ່ວຍເຫລືອ ໄປຕັ້ງຖິ່ນຖານໃໝ່ ໃນປະເທສທີ່ 3 ຊຶ່ງກໍບໍ່ມີ ບັນຫາໃດໆ ທີ່ຈະຕົກລົງ ກັບຣັຖບາລຂອງ ປະເທສ ທີ່ຈະຮັບເອົາ ເຂົາເຈົ້າໄປ ອາສັຍຢູ່ນັ້ນ”.
ທ່ານ Schwartz ໄດ້ກ່າວເພີ່ມວ່າ ໃນຣະຍະ 4 ມື້ ທີ່ທ່ານ ຢ້ຽມຢາມລາວ ໃນຄາວນີ້ ທ່ານກໍຈະມີ ໂອກາສໄດ້ ພົບພໍ້ກັບ ເຈົ້າໜ້າທີ່ກ່ຽວຂ້ອງ ຫລາຍໆທ່ານ ຊຶ່ງກໍອາຈ ມີກາຣພິຈາຣະນາ ດ້ານຄວາມຊ່ວຍເຫລືອ ເພື່ອມະນຸສທັມ ນຳດ້ວຍ ດັ່ງທີ່ທ່ານໄດ້ ກ່າວເພີ່ມວ່າ:
ທ່ານວ່າ “ຖ້າທາງອົງກາຣ ຈັດຕັ້ງ ທາງດ້ານມະນຸສທັມ ຂອງສາກົລ ຫາກສາມາດ ເຂົ້າໄປພົວພັນ ແລະ ໃຫ້ການຊ່ວຍເຫລືອ ຕ່າງໆແກ່ຊາວມົ້ງ ດັ່ງກ່າວກໍຍິ່ງ ຈະເປັນ ກາຣດີ ແລະເປັນຜົລປໂຍດ ແກ່ທຸກພາຄສ່ວນ ຊຶ່ງທ່ານ ກໍມີຄວາມຕັ້ງໃຈ ທີ່ຈະນຳເອົາເຣື່ອງນີ້ ເຂົ້າພິຈາຣະນາ ກັບທາງເຈົ້າໜ້າທີ່ ລາວເຊ່ັນກັນ”.
ເຖິງຢ່າງໃດກໍຕາມ ຊາວມົ້ງທີ່ພົບວ່າ ບັນດາປະເທສຕ່າງໆ ທີ່ອາຈຮັບເອົາ ໄປຕັ້ງຖິ່ນຖານໃໝ່ ໃນປະເທສທີ່ 3 ນັ້ນ ມີທັງໝົດ 158 ຄົນ ທີ່ຖືກສົ່ງຈາກ ສູນກັກຂັງ ຢູ່ດ່ານກວດ ຄົນເຂົ້າເມືອງ ທີ່ໜອງຄາຍ ແລະອາຈມີຈຳນວນ ອື່ນໆຕື່ມອີກ ທີ່ທາງ UNHCR ຮັບຮອງວ່າມີ ສະຖານະພາບ ເປັນຄົນລີ້ພັຍ ໃນເມື່ອກ່ອນແລ້ວນັ້ນ.