ທາງການໄທ ສົ່ງມົ້ງລາວ 85ຄົນກັບ ທາງການລາວ ໄດ້ຮັບ 50ຄົນ

ທາງການທະຫານໄທ ໄດ້ສົ່ງຊາວມົ້ງ ຈາກບ້ານຫ້ວຍນ້ຳຂາວ ຜູ້ທີ່ສມັກໃຈ ກັບລາວ ເປັນຄັ້ງທີ18 ຈຳນວນ85ຄົນ ໃນມື້ວັນທີ29 ກັນຍາ2009. ແຕ່ທາງການລາວ ຢືນຢັນວ່າ ໄດ້ຮັບພຽງແຕ່ 50ຄົນ.

0:00 / 0:00

ໃນວັນທີ29ກັນຍາ2009 ທາງການ ທະຫານໄທ ໄດ້ດຳເນີນການ ສົ່ງຊາວມົ້ງລາວຈາກ ບ້ານຫ້ວຍນ້ຳຂາວ ຜູ້ທີ່ສມັກໃຈ ກັບລາວ ຈຳນວນ20ຄອບຄົວ ຮວມທັງຫມົດ85ຄົນ, ອີງຕາມບົດລາຍງານ ຈາກສຳນັກຂ່າວສານ INNຂອງໄທ ສະບັບວັນທີ 29ກັນຍາປີ2009. ແຕ່ທາງການລາວ ໃຫ້ການຢືນຢັນວ່າ ໄດ້ຮັບພຽງແຕ່ 50ຄົນ, ກ່ຽວກັບເຣື້ອງ ບໍ່ຄົບຈຳນວນ ພວກເຮົາບໍ່ສາມາດ ຕິດຕໍ່ກັບຝ່າຍໄທ ເພື່ອຢືນຢັນໄດ້ເທື່ອ.

ພົລຈັຕວາ ບົວສ້ຽງ ຈຳປາພັນ ປະທານ ອະນຸກັມມະການ ຮັກສາຄວາມສງົບ ຮຽບຮອຍ ຕາມແນວຊາຍແດນ ທົ່ວໄປລາວ-ໄທ ກ່າວກ່ຽວກັບ ເຣື້ອງນີ້ ໃນຕອນນື່ງວ່າ:

"ເອີ້ ມີໆ ມື້ນີ້ຄັ້ງທີ 18 ສມັກໃຈກັບ ປະເທດປະມານ 50ຄົນນີ້ແຫລະ ຕອນນີ້ຄືຊີ່ ເຂົ້າມາແລ້ວ ແຕ່ວ່າໄດ້ແຕ່ງ ໃຫ້ພັນເອກຄຳແກ້ວ ໄປຮັບ ເຂົ້າມາທາງຂົວ ມີຕພາບ ນີ້ແຫລະຫນອງຄາຍ ວຽງຈັນນີ້ແຫລະ."

ທ່ານກ່າວຕໍ່ວ່າ ການສົ່ງຊາວມົ້ງ ກັບລາວຄັ້ງນີ້ ມີຄວາມຄາດເຄື່ອນ ທາງດ້ານ ຈຳນວນກັນຢູ່ ເພາະອີງຕາມແຈ້ງ ການທາງຝ່າຍໄທ ແຈ້ງວ່າ ການຈັດສົ່ງ ຊາວມົ້ງຄັ້ງນີ້ ມີຈຳນວນຊາວມົ້ງ 20ຄອບຄົວ ຮວມ85ຄົນ ແຕ່ອີງຕາມລາຍ ງານຂອງຝ່າຍລາວ ປາກົດວ່າ ມີຊາວມົ້ງພຽງແຕ່ 50ຄົນເທົ່ານັ້ນ ທີ່ເດີນທາງກັບ ມາລາວດ້ວຍຄວາມ ສມັກໃຈເທື່ອນີ້.

ເຖີງຢ່າງໃດກໍ່ຕາມ ແຜນການສົ່ງຊາວມົ້ງ ຜູ້ທີ່ສມັກໃຈ ກັບລາວ ທີ່ມີກຳນົດເດີມວ່າ, ໃຫ້ສີ້ນສຸດໃນ ວັນທີ30ກັນຍານັ້ນ ທ່ານກ່າວວ່າ ທາງສອງຝ່າຍໄດ້ ຕົກລົງກັນ ຈະຂຍາຍເວລາ ອອກໄປອີກ ແລະວ່າ ຣັຖບານລາວ ກໍ່ພ້ອມແລ້ວທີ່ ຈະຮັບຊາວມົ້ງ ຜູ້ທີ່ສມັກໃຈ ກັບລາວ ທ່ານກ່າວ ເພີ້ມອີກວ່າ:

"ຮັບໆ ກໍ່ໄດ້ກຳນົດ ແນວນັ້ນ ຄາດຫມາຍວ່າປີ 2009ທາງໄທ ກຽມພ້ອມຍາມໃດ ທາງໄທກໍ່ສົ່ງມາ ຕາມທາງໄທແຈ້ງ ຂະເຈົ້າຍັງເຫລືອ 4ພັນປາຍ 4ພັນກວ່າໆ ນີ້ແຫລະ."

ສ່ວນດ້ານຝ່າຍໄທ ເຈົ້າຫນ້າທີ່ ທະຫານໄທ ຜູ້ທີ່ດູແລ ຊາວມົ້ງລາວ ໃນສູນກັກຂັງ ຊົ່ວຄາວ ທີ່ບ້ານຫ້ວຍນ້ຳຂາວ ບອກວ່າ ທາງການໄທ ມີຄວາມພ້ອມທີ່ ຈະສົ່ງຊາວມົ້ງ ຈຳນວນກວ່າ4ພັນ ກັບລາວໃຫ້ຫມົດ ຕາມຂໍ້ຕົກລົງ ລາວ-ໄທ ຢ່າງແນ່ນອນ ໃນທ້າຍປີ2009.

ທາງການໄທໄດ້ສົ່ງ ຊາວມົ້ງກັບລາວ ໄປແລ້ວຮວມ18 ຄັ້ງປະມານ 3ພັນຄົນ ແລະຍັງເຫລືອອີກ ປະມານ 4ພັນກວ່າຄົນ ທີ່ຈະຕ້ອງຖືກສົ່ງກັບ.