ສປປລາວ ແລະ ສິດທິມະນຸດ

ສປປລາວ ໄດ້ຖືກຈັດ ເຂົ້າໃນ 8 ປະເທດ ທີ່ເກືອບວ່າໄດ້ ຄະແນນຕໍ່າ ທີ່ສຸດ ເມື່ອເວົ້າເຖິງ ການປະຕິບັດ ສິດທິມະນຸດ ຂັ້ນພື້ນຖານ ຂອງ ປະຊາຊົນ.
ມະນີຈັນ
2010.06.04

ຕາມຣາຍງານ ປະຈໍາປີ 2010 ຂອງອົງການ ເສຣີພາບ Freedom House ໃນສະຫະຣັຖ. ກຸ່ມ 8 ປະເທດດັ່ງກ່າວ ນອກຈາກ ສປປລາວ ກໍຍັງມີ ຄິວບາ ຈີນ ແລະ Syria ຮວມຢູ່ດ້ວຍ.  ໃນການອອກຣາຍ ງານປະຈໍາປີ ນັ້ນອົງການ Freedom House ໄດ້ເນັ້ນເຖິງ ການປະຕິບັດ ສິດທິທາງການເມືອງ ແລະເສຣີພາບ ພົລເຮືອນ

ໃນກຸ່ມ 8 ປະເທດນັ້ນ Freedom House ເວົ້າວ່າມີການ ຈໍາກັດຫລາຍ ເລື່ອງການໂຮມຊຸມນຸມ ມີການປາບປາມ ການເຄື່ອນໃຫວ ຂັດຄ້ານທາງ ການເມືອງ ຢ່າງເຂັ້ມງວດ ກີດກັນ ການຕັ້ງອົງການ ທີ່ບໍ່ຂຶ້ນກັບຣັຖ ແລະກວດກາລົງໂທດ ຜູ້ຄົນທີ່ຕິຕຽນ ວິພາກວິຈານ ຣັຖບານ.

ການປະຕິບັດສິດທິ ທາງການເມືອງ ຢູ່ລາວ ໃນຣາຍງານຂອງ Freedom House ເວົ້າວ່າ ບໍ່ມີການເລືອກຕັ້ງ ແບບ ປະຊາທິປະຕັຍ ໃນຣັຖທັມນູນ ສບັບປີ 1991 ບົ່ງໄວ້ວາ ພັກປະຊາຊົນ ປະຕິວັດລາວ ເປັນພຽງພັກການ ເມືອງດຽວ ທີ່ຖືກກົດໝາຍ ແລະມີບົດບາດ ນໍາພາ ໃນທຸກຣະດັບ ຂອງຣັຖບານ. ການສໍ້ຣາສບັງຫລວງ ແລະ ການໃຊ້ອໍານາດ ເກີນຂອບເຂດຂອງ ເຈົ້າໜ້າທີ່ມີ ຢ່າງແຜ່ຫລາຍ. ການອອກຄໍາ ປະກາດແລະກົດໝາຍໃໝ່ ເພື່ອຈໍາກັດການສໍາຣາດ ບັງຫລວງນັ້ນບໍ່ ຄ່ອຍມີການ ບັງຄັບໃຊ້. ດ້ານເສຣີພາບ ພົລເຮືອນນັ້ນ ໃນຣາຍງານຂອງ Freedom House ກໍຣະບຸວ່າ ເສຣີພາບດ້ານ ການຂ່າວໃນ ສປປລາວ ຖືກຈໍາກັດ ຢ່າງເຂັ້ມງວດ.

ນັກຂ່າວທຸກຄົນ ທີ່ຕໍານິຕິຕຽນ ຣັຖບານຫລື ເວົ້າເຖິງຫົວຂໍ້ດ້ານ ການເມືອງທີ່ມີ ການຂັດແຍ່ງນັ້ນ ກໍຈະຖືກລົງໂທດ ທາງກົດໝາຍ. ສື່ສານມວນຊົນ ແມ່ນຂຶ້ນກັບທາງ ການ ທັງນັ້ນ ບໍ່ວ່າຈະເປັນ ໜັງສືພິມ 3 ສະບັບທີ່ມີການພິມ ແຈກຈ່າຍໜ້ອຍທີ່ສຸດ ຫລືສຖານີວິທຍຸ ທີ່ມີພຽງແຫ່ງດຽວ ຂອງລາວກໍຄືກັນ ການເຂົ້າເຖິງ ອິນເທີແນັທ ກໍເຂັ້ມງວດ ເຕັມທີ່ທັງມີ ການກວດກາ ເລື່ອງເນື້ອໃນ ອີກດ້ວຍ.

ໃນຣາຍງານ ປະຈໍາປີ 2010 ດັ່ງກ່າວອົງການ Freedom House  ໄດ້ອີງໃສ່ການ ສຶກສາສໍາຣວດ ເຫດການຫລືການ ປະຕິບັດ ສິດເສຣີພາບ ໃນທັງໝົດ 194 ປະເທດ ແລະ 14 ເຂດແດນ ໃນທົ່ວໂລກ ຣະຫວ່າງວັນທີ 1 ມົກຣາ ຫາວັນທີ 31 ທັນວາ ປີ 2009.

ສໍາລັບໃນຈໍານວນ 9 ປະເທດ ທີ່ Freedom House ຣະບຸເຖິງການ ປະຕິບັດສິດທິມະນຸດ ທີ່ຂີ້ຮ້າຍທີ່ສຸດ ກໍມີ ພະມ່າ ເກົາຫລີເໜືອ Liibya Turmenistan Uzbekistan ຮວມຢູ່ດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.