ເຈົ້າໜ້າທີ່ ລາວ ຍັງຂົ່ມຂູ່ ຊາວຄຣິສຕຽນ ຢູ່

ເຈົ້າໜ້າທີ່ ທ້ອງຖິ່ນ ຂອງລາວ ຍັງສັມມະນາ ອົບຣົມ ຊາວ ຄຣິສຕຽນ ໃຫ້ປະລະ ການເຊື່ອຖື ສາສນາ ຄຣິສຕຽນ.

ອົງການ ​ສິດ​ທິມະນຸດ ​ເພື່ອ​ຊິ່ງຊອມ​ເບິ່ງ ​ສິດ​ເສຣີພາບ​ ໃນ​ການ​ນັບຖື ​ສາສນາ ​ຢູ່​ລາວ ຣາຍງານ​ວ່າ ​ໃນ​ຂະນະ​ທີ່ ເຈົ້າໜ້າ​ທີ່​ ຂັ້ນສູງ ​ຂອງຣັຖບານ​ລາວ ​ເອົາ​ໃຈ​ໃສ່ ​ຫລຸດຜ່ອນ ການ​ປາບປາມ ​ຊາວຄຣິສຕຽນ ​ໃນ​ທົ່ວ​ປະ​ເທດ ​ແຕ່​ໃນ​ຂັ້ນທ້ອງ​ຖິ່ນ ​ເຈົ້າໜ້າ​ທີ່ ​ຂັ້ນບ້ານ ​ແລະ ຂັ້ນ​ເມືອງ ຍັງ​ຈຳກັດ ​ການ​ນັບຖື ​ສາສນາ​ ນີ້​ຢູ່; ຕົວຢ່າງ ​ຢູ່​ແຂວງ​ສວັນນະ​ເຂດ ​ນາຍບ້ານ ​ແລະ ​ເຈົ້າໜ້າ​ທີ່ ​ຕຳຣວດ​ ເມືອງ​ອາດ​ສະພັງ​ທອງ ຍັງກັກ​ຂັງ​ ຊາວ​ຄຣິສຕຽນ​ ສາມ​ຄົນ ຈາກ​ບ້ານ​ບຸ​ຄຳ​​ນັບ ​ແຕ່​ເດືອນສິງຫາ ​ເປັນຕົ້ນມາ ​ແຕ່​ເຈົ້າໜ້າ​ທີ່ ຣັຖບານ​ກາງ ​ໄດ້​ປ່ອຍ​ຕົວ ​ພວກ​ເຂົາ​ເຈົ້າ ​ເມື່ອ​​ເດືອນ​ຕລຸາ ທີ່​ແລ້ວ.

ອົງການ ​ສິດທິ​ມະນຸດ ຣາຍງານ​ ອີກ​ວ່າ ​ເຈົ້າໜ້າ​ທີ່ ​ທ້ອງ​ຖິ່ນ ມັກ​ເອີ້ນ ​ເອົາ​ພວກ​ທີ່​ ນັບຖື​ສາສ ນາ ຄຣິສຕຽນ ​ມາ​ສັມມະ​ນາ ກົດ​ດັນ ​​ໃຫ້​ພວກ​ເຂົາ​ເຈົ້າ ​ເຊັນ​ໃບ​ປະກາດ ປະລະ​ ຄວາມ​ເຊື່ອ​ຖື; ຖ້າ​ບໍ່​ຍອມ ​ເຈົ້າໜ້າ​ທີ່ ​ທ້ອງ​ຖິ່ນ ກໍ​ຈະ​ໄລ່​ອອກ ​ຈາກ​ບ້ານ; ຕົວຢ່າງ ​ຢູ່​ບ້ານ ບຸ​ຄຳ ​ແຂວງ​ສວັນນະ​ເຂດ ນາຍບ້ານ ​ໄດ້​ເອີ້ນ​ຊາວບ້ານ ​ມາ​ປະຊຸມ ​​​ເມື່ອ​ເດືອນກັນຍາ ແລະ​ ກອງ​ປະຊຸມ ​ໄດ້​ຕົກລົງ​ ຂັບ​ໄລ່ ​ຊາວບ້ານ​​ແປດ​ຄອບຄົວ ຊຶ່ງ​ມີ​ ທັງ​ໝົດ 55 ຄົນ ທີ່​ບໍ່​ຍອມ ປະລະ​ ຄວາມ​ເຊື່ອ​ຖືນັ້ນ ອອກ​ຈາກ​ບ້ານ; ​ແຕ່​ປະກົດ​ວ່າ ຈົນ​ເຖິງ​ວັນ​ທີ່ 17 ​ເດືອນ​ນີ້ ​ກໍຍັງ​ ບໍ່ມີ​ການ​ຂັບໄລ່ ຊາວ​ຄຣິສຕຽນ ​ອອກຈາກ​ບ້ານ​ເທື່ອ.

ຣັຖທັມມະ​ນູນ ສປປລາວ​ ມາດຕຣາ ທີ່ 30 ບົ່ງ​ໄວ້​ວ່າ ພົນລະ​ເມືອງ​ລາວ ມີ​ສິດ​ເສຣີພາບ ​ໃນການ​ເຊື່ອ​ຖື ຫລື ​ບໍ່​ເຊື່ອ​ຖື ສາສນາ; ​ແຕ່​ວ່າ ​ເຈົ້າໜ້າ​ທີ່​ ທາງ​ການ​ລາວ ​ສ່ວນ​ນຶ່ງ ​ໂດຍ​ສະ​ເພາະ ​ເຈົ້າໜ້າ​ທີ່ ​ຂັ້ນທ້ອງ​ຖິ່ນ ຍັງ​ຖື​ວ່າ ສາສນາ ເປັນ​ຢາ​ເສບ​ຕິດ ​ໂດຍ​ສະ​ເພາະ ​ສາສນາ ​ຕ່າງປະ​ເທດ ​​​ເຮັດ​ໃຫ້​ຄົນ​ຕິດ ​ແລະ ​ເຊື່ອ​ງົມ​ງາຍ ພ້ອມ​ທັງ ​ເປັນ​ອັນຕະຣາຍ ຕໍ່​ຄວາມໝັ້ນຄົງ​ ຂອງ​ຊາດ.