ຕ້ານການໃຊ້ ຄວາມຮຸນແຮງ ຕໍ່ແມ່ຍິງ

ສປປລາວ ສນັບສນູນ ໂຄງການ ຕ້ານການໃຊ້ ກຳລັງຮຸນແຮງ ຕໍ່ແມ່ຍິງ ແລະ ສົ່ງເສີມ ສິດທິແມ່ຍິງ.

0:00 / 0:00

ເມື່ອ​ວັນ​ທີ່ 31 ​ເດືອນ​ຕຸລາ ​ທີ່​ຫາ​ກໍ​ຜ່ານ​ມາ ສະຫະພັນ ​ແມ່ຍິງ ​ວຽດນາມ ​ໄດ້​ເລິ້ມ ການ​ໂຄສະນາ​ຫາ ​ສຽງ​ສນັບ​ສນູນ ​ໂຄງການ ຕ້ານ​ການ​ໃຊ້​ກຳລັງ ​ຮຸນ​ແຮງ ​ຕໍ່​ແມ່ຍິງ ຊຶ່ງ​ເປັນ​ໂຄງການ ຂອງ​ສະຫະ​ປະຊາ​ຊາດ​ ເພື່ອສົ່ງ​ເສີມ ​ສິດທິ ​ຂອງແມ່ຍິງ ​ໃນ​ທົ່ວ​ໂລກ.

​ໃນ​ໂຄງການ​ດັ່ງກ່າວ ອົງການ ​ສະຫະ ​ປະຊາ​ຊາດ ​ໄດ້​​ເປີດ​ ແວບ​​ໄຊທ໌ ​ທາງ​ອິນເຕີ​ແນັດ ຮຽກຮ້ອງ​ປະຊາຊົນ ​ໃນ​ທຸກ​ປະ​ເທດ ​ເຊັນ​ຊື່ ສນັບ​ສນູນ ການ​ໂຄສະນາ ​ຕ້ານ​ການ​ໃຊ້ ​ກຳລັງ​ຮຸນ​ແຮງ ​ຕໍ່​ຜູ້ຍິງ​ດັ່ງກ່າວ ​ແລະ ​ຖ້າ​ມີ​ຄົນ ​ເຊັນ​ຊື່ ສນັບ​ສນູນ ​ເຖິງ​ນຶ່ງ​ລ້ານ​ຄົນ​ ທາງ​ການສະ​ປະຊາ​ຊາດ ​ຈຶ່ງ​ຈະ​ຮ່າງ​ ຂໍ້​ສ​ເນີ​ຂື້ນ​ມາ​ໄດ້ ​ເພື່ອ​ກົດ​ດັນ ​ໃຫ້​ຣັຖບານ ​ຂອງ​ທຸກ​ປະ​ເທດ ​ປະຕິບັດ ຕາມ​ນະ​ໂຍບາຍ ​ຕ້ານ​ການ​ໃຊ້ ​ກຳລັງ​ຮຸນ​ແຮງ​ ຕໍ່​ແມ່ຍິງນັ້ນ.

ສະນັ້ນ ​ເມື່ອ​ສັປດາ ​ທີ່​ຜ່ານ​ມາ ​ເອກ​ອັກຄະ​ຣາຊທູດ ສປປລາວ ​ປະຈຳ​ ວຽດນາມ ກໍ​ໄດ້​ເຊັນ​ຊື່ ສນັບ​ສນູນ​ໂຄງການ ​ດັ່ງກ່າວ. ​ເອກ​ອັກຄະ​ຣາຊທູດ ​ປະ​ເທດ​ຟີ​ລິບ​ປິ່ນ ກາ​ນາ​ດາ ສະ​ເປ່ນ ​ແລະ ​ໄອ​ແລ່ນ ກໍ​ເຊັ່ນ​ສນັບ​ສນຸນ​ ເຊັ່ນ​ກັນ.

​ລາວ ​ເປັນ​ປະ​ເທດ​ນຶ່ງ ທີ່​ມີ​ການ​ຂົ່ມ​ເຫັງ ​ແລະ​ ໃຊ້​ກຳລັງ​ ຮຸນ​ແຮງ​ ຕໍ່​ແມ່ຍິງ​. ​ເມື່ອ​ບໍ່​ດົນ​ຜ່ານ​ມາ ສະພາ​ແຫ່ງ​ຊາດ​ລາວ ກໍ​ໄດ້​ອອກ​ກົດໝາຍ​ ປົກ​ປ້ອງ​ສິດທິ ​ຂອງ​ແມ່ຍິງ ​ແລະ ​ເດັກນ້ອຍ​ແລ້ວ; ​ແຕ່ບັນຫາ​ ມີ​ຢູ່​ວ່າ ໃນ​ປະ​ເທດ​ລາວ ການ​ປະຕິບັດ ​ຕາມ​ກົດໝາຍ ຍັງ​ບໍ່​ມີ ​ປະສິດທິພາບ​ເທື່ອ ໝາຍ​ຄວາມ​ວ່າ ສິດທິ​ ຂອງ​ແມ່ຍິງ ຍັງ​ຈະ​ບໍ່​ຖືກ ​ປົກ​ປ້ອງ​ດີ ​ເທົ່າ​ທີ່​ຄວນ ​ເຊັ່ນ ຖ້າ​ຜູ້​ເປັນ​ຜົວ ​ຕີ​ທຳຮ້າຍ ​ຮ່າງກາຍເມັຍ ​ເຈົ້າໜ້າ​ທີ່ ​ກໍ​ອາດ​ຈະ​ບໍ່​ຈັບ​ກຸມ ​ແລະ ​ລົງ​ໂທດ ​ຢ່າງ​ເຂັ້ມງວດ​ເທື່ອ.

ອີງຕາມ ​ສະຖິຕິ ຂອງ​ສະຫະ​ປະຊາ​ຊາດ ຜູ້ຍິງ ​ຢູ່​ໃນ​ທົ່ວ​ໂລກ ​ເຖິງ​ນຶ່ງ​ສ່ວນ​ສາມ ​ຕ້ອງ​ຖືກ​ທຳຮ້າຍ​ ຮ່າງ​ກາຍ ຢ່າງ​ນ້ອຍ ​ນຶ່ງ​ເທື່ອ ​ໃນ​ຊີວິດ; ຢູ່​ວຽດນາມ ແມ່ຍິງ​ເຖິງ 70 ສ່ວນ​ຮ້ອຍ ຖືກ​ທຳຮ້າຍ​ ທາງ​ດ້ານຮ່າງກາຍ ​ຫລື ​ຈິດ​ໃຈ. ສ່ວນ​ຢູ່​ລາວ​ນັ້ນ ຍັງ​ບໍ່​ມີສະຖິຕິ ​ກ່ຽວ​ກັບ ​​ເຣື່ອງ​ນີ້ ເປີດ​ເຜີຍ​ເທື່ອ.