ອາເມຣິກາ ຍອມຮັບ ການປັບປຸງ ສາສນາ ສາກົນ ໃນ ສປປລາວ

ຄະນະ ກັມມາທິການ ສິດເສຣີພາບ ໃນການ ນັບຖື ສາສນາ ຂອງ ສະຫະຣັຖ ຮັບຮູ້ວ່າ ມີຄວາມຄືບໜ້າ ໃນການ ນັບຖືສາສນາ ໃນ ສປປລ; ແຕ່ຍັງປາບປາມ ຊົນເຜົ່າ ສ່ວນນ້ອຍ ທີ່ນັບຖື ສາສນາ ຄຣິສຕຽນ ຢູ່.

0:00 / 0:00

ຄະນະ ກັມມາທິການ ສິດເສຣີພາບ ໃນການ ນັບຖື ສາສນາ ຂອງສະຫະຣັຖ ຣາຍງານວ່າ ສປປລາວ ປັບປຸງ ສະພາບ ການນັບຖື ສາສນາ ດີຂຶ້ນ; ແຕ່ຍັງ ປາບປາມ ຊົນເຜົ່າ ສ່ວນນ້ອຍ ທີ່ນັບຖື ສາສນາ ຄຣິສຕຽນ ຢູ່, ດັ່ງມີ ຣາຍລະອຽດ ດັ່ງນີ້:

ເມື່ອ ວັນສຸກ ວັນທີ່ 2 ພຶສພາ ປີ 2008 ນີ້, ຄະນະ ກັມມາທິການດ້ານສິດເສຣີພາບ ໃນການ ນັບຖື ສາສນາ ຂອງສະຫະຣັຖ ໄດ້ອອກ ບົດຣາຍງານ ກ່ຽວກັບ ສະພາບການນັບຖື ສາສນາ ໃນຫລາຍ ປະເທດ ທົ່ວໂລກ. ສຳຣັບ ຢູ່ສປປລາວ, ທາງຄະນະ ກັມມາທິການ ຣາຍງານວ່າ ສປປລາວ ໄດ້ຖືກ ລືບຊື່ ອອກຈາກ ບັນຊີ ປະເທດ ທີ່ ຄວນຊິ່ງຊອມເບິ່ງ ແຕ່ປີ 2005, ເພາະ ຣັຖບານລາວ ໄດ້ພະຍາຍາມ ປັບປຸງສະພາບ ການລ່ວງລະເມີດ ສິດເສຣີພາບ ໃນການນັບຖື ສາສນາ ນີ້ ໃຫ້ດີຂື້ນ ແລະສະພາບການ ກໍດີຂື້ນ ເລື້ອຍໆ ມາ, ໂດຍສະເພາະ ດີຂື້ນ ໃນເຂດ ໃນເມືອງໃຫຍ່ໆ; ແຕ່ກໍ ຍັງມີ ການຈຳກັດ ສິດເສຣີພາບ ໃນການ ນັບຖື ສາສນາ ແລະການປາບປາມ ພວກຊົນເຜົ່າ ສ່ວນນ້ອຍ ຫລາຍຢູ່ ຢູ່ໃນເຂດ ຊົນນະບົ ດຂອງລາວ, ໂດຍສະເພາະ ຊົນເຜົ່າ ທີ່ນັບຖື ສາສນາ ຄຣິສຕຽນ ແລະໂປຣແຕສຕັ່ງ.

ທ່ານ Scott Flipse, ຫົວໜ້າ ຫ້ອງການ ຮັບຜິດຊອບ ເອເຊັຍ ຕາວັນອອກ ແລະປາຊີຟິກ ປະຈຳ ຄະນ ະກັມມາທິການ ສິດເສຣີພາບ ໃນການ ນັບຖື ສາສນາ ຂອງສະຫະຣັຖ ນີ້ ໄດ້ຊີ້ແຈງ ກ່ຽວກັບເ ຣື່ອງນີ້ ຕື່ມວ່າ:

“and we took the Laos off our CPC recommendation list and our watch list because of progress that was made in the past releasing prisoners ...”

ທ່ານ ເວົ້າວ່າ ທາງ ຄະນະ ກັມມາທິການ ໄດ້ລືບຊື່ ຂອງ ປະເທດລາວ ອອກຈາກບັນຊີ ຣາຍຊື່ ຂອງ ປະເທດ ທີ່ໜ້າເປັນຫ່ວງ ຍ້ອນໄດ້ມີ ຄວາມກ້າວໜ້າ ແດ່ ໃນຣະຍະ ຜ່ານມາ, ເຊັ່ນ: ທາງການລາວ ໄດ້ປ່ອຍ ນັກໂທດ, ອະນຸຍາດ ໃຫ້ເປີດໂບດ ກາໂຕລິກ ໃໝ່; ແຕ່ວ່າ ໃນຂັ້ນແຂວງ ແລ້ວ, ຍັງມີ ບັນຫາ ຫລາຍຢູ່, ເຊັ່ນ: ຍັງມີການຈັບກຸມ, ກັກຂັງ ແລະ ຊາວໂປຣແຕສຕັ່ງ ກໍໄດ້ ຖືກໄລ່ ອອກຈາກ ບ້ານເຮືອນຂອງ ພວກເຂົາເຈົ້າ.

ຍ້ອນດ່ັງນັ້ນ, ທາງ ຄະນະ ກັມມາທິການ ທາງດ້ານ ສາສນາ ຂອງສະຫະຣັຖ ຈຶ່ງຍັງ ຈະຊິ່ງຊອມ ເບິ່ງສະພາບການ ການຈຳກັດສິດ ເສຣິພາບ ໃນການ ນັບຖື ສາສນາ ຢູ່ລາວນີ້ ສືບຕໍ່ໄປ ວ່າ ຈະດີຂື້ນ ຫລື ແນວໃດ.