ຝຶກອົບຮົມເຈົ້າຫນ້າທີ່ ຕ້ານການຄ້າມະນຸດ
2010.04.02
ເຈົ້າຫນ້າທີ່ຈາກ ຫນ່ວຍງານຕ້ານ ການຄ້າມະນຸດ ທີ່ນະຄອນຫລວງ ວຽງຈັນ ທ່ານນື່ງເວົ້າວ່າ ຫນ່ວຍງານຕ້ານ ການຄ້າມະນຸດ ໄດ້ໄປຝຶກອົບຮົມ ພນັກງານທີ່ກ່ຽວຂ້ອງ ໃນເຂດທ້ອງຖີ່ນ ແຂວງພາກເຫນືອ ກ່ຽວກັບພຶດຕິກັມ ການຄ້າມະນຸດ ຍ້ອນວ່າພນັກງານ ເຫລົ່ານັ້ນ ຍັງບໍ່ມີຄວາມຮູ້ ກ່ຽວກັບບັນຫາ ດັ່ງກ່າວ ຈື່ງຕ້ອງໄດ້ມີ ການຝືກ ອົບຣົມ ເພື່ອໃຫ້ມີ ປະສິດທິພາບ ໃນການທຳງານ ດ່ັງທ່ານກ່າວ ໃນຕອນນື່ງວ່າ:
"ຈະໄປເຮັດ ຝືກອົບຮົມ ພື້ນຖານ ການຄ້າມະນຸດ ໃນຕ່າງແຂວງດ້ານ ຄ້າມະນຸດ ເພາະວ່າຂະເຈົ້າ ຍັງບໍ່ທັນໄດ້ ຝືກອົບຣົມເທື່ອ ຂະເຈົ້າບໍ່ທັນຮູ້ ຊ່ວງນີ້ຈະໄປທາງພາກ ເຫນືອພຸ້ນ ບໍຣິຄຳໄຊ ອຸດົມໄຊ".
ທ່ານກ່າວຕໍ່ໄປວ່າ ສຳລັບຫລັກສູດ ໃນການຝືກຂັ້ນ ພື້ນຖານນັ້ນ ກໍ່ຈະມີການ ສິດສອນໃຫ້ ພນັກງານຮູ້ ກ່ຽວກັບກົນອຸບາຍ ຂອງກຸ່ມຄົນບໍ່ດີ ທີ່ຫລອກລວງ ຜູ້ຍີງສາວ ເຂົ້າສູ່ຂະບວນການ ຄ້າມະນຸດ ຊື່ງຜູ້ຍີງສາວ ທາງພາກເຫນືອຖືກ ຫລອກໄປຂາຍ ໃນປະເທດເພື່ອນບ້ານ ຢ່າງຫລວງຫລາຍ ອີກຍັງເປັນ ປະຊາຊົນ ຊາວເຜົ່າ ຜູ້ທີ່ຢູ່ ໃນເຂດ ຊົນນະບົດ ຫ່າງໃກສອກຫລີກ ແລະກໍ່ບໍ່ຮູ້ເຖີງ ກົນອຸບາຍດັ່ງກ່າວ ດັ່ງນັ້ນ ການຝືກອົບຣົມ ເຈົ້າຫນ້າທີ່ໃຫ້ ຮັບຮູ້ກ່ຽວກັບ ບັນຫາ ນີ້ເປັນວຽກງານ ທີ່ສຳຄັນເພື່ອ ປ້ອງກັນບໍ່ໃຫ້ ຜູ້ຍີງສາວຖືກ ຫລອກລວງໄປອີກ.
ເຈົ້າຫນ້າທີ່ທ່ານນັ້ນ ກ່າວມ້ວນທ້າຍວ່າ ໃນການຝືກອົບຣົມ ຕ້ານການຄ້າມະນຸດ ຂັ້ນພື້ນຖານນັ້ນ ກໍ່ມີການແລກປ່ຽນ ຄວາມຄິດຄວາມເຫັນ ແລະ ຂໍ້ມູນຂ່າວສານ ຮ່ວມກັນ ຣະຫວ່າງເຈົ້າຫນ້າທີ່ ທ້ອງຖີ່ນ ໃນແຕ່ລະແຂວງ ເພື່ອສະກັດກັ້ນ ແລະ ປາບປາມກຸ່ມຄ້າ ຜູ້ຍີງຂ້າມແດນ ແລະ ເພື່ອຍົກຣະດັບ ການທຳງານຂອງ ເຈົ້າຫນ້າທີ່ ທ້ອງຖີ່ນໃຫ້ມີ ປະສິດທິພາບ ຫລາຍຂື້ນ ໃນອະນາຄົດ.









