ການຊ່ອຍເຫລືອ ຜູ້ໄດ້ຮັບເຄາະຮ້າຍ ຈາກການຄ້າມະນຸດ ຍັງບໍ່ທົ່ວເຖິງ

ກຸ່ມອົງກອນ ຕ້ານກາຣຄ້າ ມະນຸສ ຕ່າງໆ ຍັງບໍ່ສາມາດ ໃຫ້ຄວາມຊ່ວຍເຫລືອ ຜູ້ປະສົບ ເຄາະຮ້າຍ ໄດ້ຢ່າງທົ່ວເຖີງເທື່ອ ໃນປັຈຈຸບັນນີ້.

ເຈົ້າໜ້າ​ທີ່ ​ຈາກ​ໜ່ວຍ​ງານ ​ຕ້ານ​ກາຣຄ້າ​ ມະນຸ​ສ ປະຈຳ​ ນະຄອນຫລວງ​ວຽງ​ຈັນ ​ໄດ້​ກ່າວ​ເຖີງກາຣປະຕິບັຕ ວຽກ​ງານ ​ດ້ານ​ໃຫ້​ຄວາມ​ ຊ່ວຍ​ເຫລືອ ​ຜູ້​ເຄາະ​ຮ້າຍ ​ໃນ​ປັຈຈຸ​ບັນ​ນີ້ ວ່າ: ​ເຖີງ​ຈະມີ ​ອົງ​ກອນ​ ທັ້ງຂອງ​ພາຄ ຣັຖ​ບາ​ລ ແລະ ​ເອກ​ຊົນ ກໍ​ຕາມ ​ແຕ່​ບັນຫາ ​ຂອງ​ກາຣລັກລອບ​ ຄ້າ​ມະນຸ​ສຍັງ​ມີ​ຢູ່ ​ຄື​ເກົ່າດັ່ງ​ທີ່ ​ເຈົ້າໜ້າ​ທີ່​ລາວ ​ໄດ້​ເປີດ​ເຜີຽ ວ່າ:

"​ ເວົ້າ ບ່ອນ ໝົດ ມັນ ກໍ ບໍ່ ທັນ ໄດ້ ທົ່ວ ເຖີງ ບໍ່ ທັນ ໄດ້ ເຂົ້າ ເຖີງ ບັນຫາ ໄດ້ ໝົດ ທຸກ ຄົນ ເພາະວ່າ ກໍ ມີ ຢູ່ ຫລາຍໆ ພາຄສ່ວນ ທີ່ ຂະ ເຈົ້າ ລົງ ໄປ ແຕ່ ວ່າ ຈະ ໃຫ້ ທົ່ວ ເຖີງ ມັນ ບໍ່ ທັນ ທົ່ວ ເຖີງ "

ເຈົ້າໜ້າ​ທີ່​ລາວ ​ດັ່ງກ່າວ ​ໄດ້​ແຈ້ງ ​ເພີ່ມ​ວ່າ: ສຳ​ຫລັບ​ ກຸ່ມ​ຜູ້​ເປັນ ​ນາຍໜ້າ ​ຊື່​ງ​ເປັນ​ຄົນ​ລາວ ​ທີ່​ເຂົ້າມາ ​ຕິດ​ຕໍ່ ​ເອົາ​ຍີ​ງສາວ​ລາວ ​ໄປ​ຂາຍ ​ຕໍ່​ໃຫ້​ນາຍ​ໜ້າ ​ຢູ່​ປະ​ເທດ​ໄທຽ ນັ້ນສ່ວນຫລາຍ​ ຈະ​ເປັນ​ຄົນ ​ໃນ​ເຂ​ຕພື້ນທີ່ເອງ ​ແລະ ​ກໍ​ບໍ່​ເປັນ​ ທີ່​ໜ້າ​ສົງສັຍ ​ຂອງ​ຝຸງ​ຄົນ ​ໂດຽທົ່ວ​ໄປພ້ອມ​ຍັງ ເປັນ​ຄົນ​ທີ່ທາງ​ພໍ່​ແມ່ ​ຂອງ​ເດັກ​ສາວ​ລາວ ​ມີ​ຄວາມ​ໄວ້ວາງ​ໃຈ ​ອີກ​ດ້ວຍດັ່ງ​ທີ່ ​ທ່ານ​ໄດ້​ກ່າວ ​ອີກ​ວ່າ:

"​ ເຂົາ ກໍ ເຣີ່ມ ຈາກ ພີ່ໆນ້ອງໆ ເຂົາ ຄົນ ໃກ້ ຄຽງ ຫລື ວ່າ ຄົນ ທີ່ ຮູ້ຈັກ ໝູ່ ບ້ານ ທີ່ ວ່າ ເກີດ ຄວາມ ຂັດ ສົນ ແທ້ ຄວາມ ເຂົ້າ ໃຈ ຂອງ ເຂົາ , ເຂົາ ເຂົ້າ ໃຈ ວ່າ ເພື່ອ ໄປ ເຮັດ ວຽກ ເຮັດ ງານ ບ່ອນ ດີ ແທ້ ພໍ ໄດ້ ເງີ ນ ມາ ແກ້ ໄຂ ຄອບຄົວ "

ຢ່າງ​ໃດ​ກໍ​ຕາມທາງ​ເຈົ້າໜ້າ​ທີ່ ​ຈາກ​ອົງ​ກອນ ​ຄວາມ​ຮ່ວມ​ມື​ວ່າ ​ດ້ວຍ​ກາຣຕໍ່ຕ້ານ ​ກາຣຄ້າ​ມະນຸສ ຫລື UNIAP ກໍ​ກ່າວ​ວ່າ: ປັຈຈຸ​ບັນ​ນີ້​ ຄວາມ​ຕ້ອງກາຣ ​ແຮງ​ງານ​ ຂັ້ນຕໍ່າ​ ສຳ​ຫລັບ​ ພາຄສ່ວນ ​ອຸຕສາ​ຫະກັມ​ແລະ ​ພາຄບໍຣິກາຣ ບາງ​ສ່ວນ ​ເຊັ່ນ​ກາຣກໍ່ສ້າງກາຣປະມົງຫລື ​ຕາມ​ຫ້າງຮ້ານ​ອາຫາຣ ຕ່າງໆ​ນັ້ນ ມີ​ຢ່າງ​ຫລວງຫລາຍອັນ​ເປັນ​ເຫ​ຕ​ ໃຫ້​ທາງ​ຜູ້​ເປັນ​ນາຍ​ຈ້າງ ​ຍີ່​ງມີ​ຄວາມ​ຕ້ອງກາຣ ​ເພາະ​ຈະ​ໄດ້​ຈ່າຍ ​ຄ່າ​ແຮງ​ງານ​ຖືກອັນ​ເປັ​ນ​ເຫ​ຕ​ໃຫ້ ​ເກີດ​ມີ​ບັນຫາ ​ດ້ານ​ກາຣຄ້າ ​ມະນຸ​ສ ຈົນ​ເທົ້າ ປັຈຈຸ​ບັນ​ນີ້​.