ການຝືກອົບຣົມ ຕໍ່ຕ້ານ ການຄ້າມະນຸດ ໃນລາວ
2009.07.16
ເຈົ້າຫນ້າທີ່ຂັ້ນສູງ ຈາກອົງການຕ້ານ ການຄ້າມະນຸດ ສປປລາວ ເປີດເຜີຍວ່າ ເຖີງແມ່ນວ່າ ໃນຣະຍະທີ່ຜ່ານມາ ອົງການຕ້ານ ການຄ້າມະນຸດ ທີ່ນະຄອນຫລວງ ວຽງຈັນ ຈະສາມາດ ຝືກອົບຣົມພຽງແຕ່ ເຈົ້າຫນ້າທີ່ຂັ້ນ ຫົວຫນ້າຫອ້ງການ ປະຈຳແຂວງ ໃນບັນດາ 16ແຂວງ ແລ້ວກໍ່ຕາມ ແຕ່ກຸ່ມພນັກງານ ທີ່ກ່ຽວຂ້ອງ ໃນແຂວງດັ່ງກ່າວ ຍັງບໍ່ທັນມີ ການຝືກອົບຣົມ ເທົ່າທີ່ຄວນ ຍັງຂາດຄວາມຮູ້ ແລະຄວາມສາມາດ ໃນການ ປະຕິບັດງານ ໃນບັນຫາດັ່ງກ່າວຢູ່.
ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງທ່ານນື່ງ ເວົ້າວ່າ:
"ໄທເຮົາຊີ່ເພີ້ມ ການຝືກອົບຣົມ ເຂົ້າໄປ ເພາະວ່າທີ່ຜ່ານມາ ແມ່ນໄທເຮົາຈັດ ຢູ່ວຽງຈັນພີ້ ແລະເອົາທາງແຂວງ ຂື້ນມາ ແຕ່ວ່າອາດຈະໄດ້ ແຂວງລະສອງຄົນ ຕໍ່ໄປ ແລະແມ່ນແຜນຕ້ານ ການຄ້າມະນຸດ ເຮົາຈະໄດ້ລົງ ໄປຝືກອົບຣົມ ຢູ່ແຂວງພຸ້ນເລີຍ."
ການຄ້າມະນຸດ ເປັນບັນຫາທີ່ ສຳຄັນໃນລາວ ເພາະຄົນລາວ ຈຳນວນຫລວງຫລາຍ ຕົກເປັນເຫຍື່ອຂອງ ຂະບວນຄ້າມະນຸດ ທີ່ເຂົ້າມາ ຕົວະຍົວະຫລອກລວງ ໃຫ້ເຂົ້າໄປຊອກຫາ ວຽກເຮັດງານທຳ ໃນຕ່າງປະເທດ. ໃນທີ່ສຸດກໍ່ຕົກ ເປັນເຫຍື່ອຂອງ ກຸ່ມດັ່ງກ່າວ ຊື່ງພືດຕິກັມ ຂອງພວກຂະເຈົ້າ ເປັນບັນຫາທີ່ ຊັບຊ້ອນ ຖ້າພນັກງານຣັຖ ຂາດຄວາມຮູ້ ແລະຄວາມເຂົ້າໃຈ ໃນບັນຫານີ້ ກໍ່ເປັນການຍາກ ທີ່ຈະແກ້ໄຂ. ກ່ຽວກັບຂໍ້ມູນ ການຄ້າມະນຸດ ໃນລາວ ທ່ານເວົ້າວ່າ:
"ຍັງຢູ່ດຽວນີ້ ເພາະວ່າໄທເຮົາ ຍັງບໍ່ໄດ້ເຮັດວຽກ ເກັບກຳຂໍ້ມູນໂຕນີ້ເທື່ອ ມີແຕ່ວ່າດຽວນີ້ ເນັ້ນໃສ່ການຝືກ ອົບຣົມ ໄປກອ່ນ ຊ່ວງຫລັງມານີ້ ໄທເຮົາຂື້ນໄປ ທາງພາກ ເຫນືອ ຄິດວ່າເດືອນ9 ພວກເຮົາຈະລົງໄປທາງໃຕ້."
ກຸ່ມທີ່ຖືກ ຕົວະຍົວະຫລອກລວງ ສ່ວນໃຫຍ່ກໍ່ແມ່ນ ປະຊາຊົນ ຜູ້ທີ່ທຸກຈົນ ຈາກເຂດຊົນນະບົດ ສອກຫລີກ ແລະປາຍທາງຂອງ ການຄ້າມະນຸດ ສ່ວນຫລາຍກໍ່ແມ່ນ ປະເທດໄທ.