ການຄ້າມະນຸດ ຢູ່ລາວ ຍັງມີຢູ່ຕລອດ

ການຄ້າມະນຸດ ຢູ່ ສປປລາວ ຍັງບໍ່ມີ ທ່າທີວ່າຈະ ຫລຸດໜ້ອຍລົງມາ ຕັ້ງແຕ່ປີ 2000 ເຖິງແມ່ນວ່າ ທາງຣັຖບານ ພະຍາຍາມ ແກ້ໄຂກໍດີ.
ຈຳປາທອງ
2009.06.10

ບັນຫາການ ຄ້າມະນຸດ ຢູ່ ສປປລາວ ຍັງບໍ່ມີ ທ່າທີວ່າ ຈະຫລຸດໜ້ອຍລົງ ເຖິງແມ່ນວ່າ ຈະມີໜ່ວຍງານ ທັງພາກຣັດ ແລະ ພາກເອກກະຊົນ ພະຍາຍາມ ແກ້ໄຂກໍດີ.

ໃນແຕ່ລະປີ ຜູ້ໄດ້ຮັບ ເຄາະຮ້າຍຈາກການ ຄ້າມະນຸດ ມີຈຳນວນ ເພີ່ມຫລາຍຂື້ນ ດັ່ງເຈົ້າໜ້າທີ່ ໂຄງການຕໍ່ຕ້ານ ການຄ້າມະນຸດ ທີ່ນະຄອນຫລວງ ວຽງຈັນ ທ່ານນຶ່ງ ກ່າວວ່າ:

"ຄັນຖ້າວ່າ ຕົວເລກຂອງ ຜູ້ຖືກເຄາະຮ້າຍ ຖ້າມາເບິ່ງແລ້ວ ມັນບໍ່ແນ່ນອນ ເພາະວ່າພົ້ນໄປ ຕັ້ງແຕ່ກ່ອນ ຕົວເລກທີ່ເປັນ ຜູ້ເຄາະຮ້າຍແຕ່ ລະປີ ຕັ້ງແຕ່ປີ 2000 ຫາ 2008-2009 ຂ້ອນຂ້າງ ຈະເພີ່ມຂື້ນ."

ທ່ານວ່າບໍ່ພຽງ ເທົ່ານັ້ນໃນ 2ປີຜ່ານມານີ້ ນອກຈາກຈະເປັນ ປະເທດຕົ້ນທາງ ຂອງການຄ້າມະນຸດ ໄປປະເທດໄທ ແລ້ວຢູ່ ສປປລາວ ຍັງມີການ ຄ້າມະນຸດ ນຳອີກ ດ້ວຍ ໂດຍສະເພາະ ໃນພາກກາງ ແລະພາກໄຕ້ ແລະ ແຂວງຈຳປາສັກ ກໍເປັນທາງຜ່ານ ຂອງຄົນງານ ວຽດນາມໄປໄທ ແລະຜ່ານທາງ ພາກເໜືອ ກໍແມ່ນໄປຈີນ.  

ແຕ່ຜູ້ເຄາະຮ້າຍ ທີ່ຖືກສົ່ງໄປ ຄ້າປະເວນີ ຢູ່ປະເທດຕ່າງໆ ນັ້ນ ກໍຍັງບໍ່ຮູ້ ຕົວເລກ ທີ່ແນ່ນອນ. ສຳລັບສາເຫດ ສຳຄັນທີ່ເຮັດ ໃຫ້ມີຜູ້ໄດ້ ຮັບເຄາະຮ້າຍ ຈາກການຄ້າ ປະເວນີ ຖືກສົ່ງໄປ ປະເທດເພື່ອນ ບ້ານຫລາຍນັ້ນ ນອກຈາກ ຍ້ອນຄວາມທຸກຍາກ ຂາດເຂີນຂອງ ປະຊາຊົນ ຊຶ່ງເປັນບັນຫາ ໃຫຍ່ຕົ້ນຕໍແລ້ວ ກໍຍັງມີຫລາຍ ປັດໃຈ ຕື່ມອີກ ດັ່ງເຈົ້າໜ້າທີ່ ໂຄງການຕໍ່ຕ້ານ ການຄ້າມະນຸດ ເວົ້າວ່າ:

"ມັນກໍມີຫລາຍ ສາເຫດ ສ່ວນນຶ່ງແມ່ນທາງ ປະເທດລາວເອງ ກໍເປີດກວ້າງ ເສຖກິດ ການຕະຫລາດ ເມື່ອເປີດກວ້າງ ແນວນີ້ ເສຣີພາບ ໃນການໄປມາ ມັນກໍກວ້າງ ຂວາງ ການເຄື່ອນຍ້າຍ ແຮງງານ ກໍສູງຂື້ນ ແລະອີກອັນນຶ່ງ ກ່ຽວກັບເລື້ອງ ງານກໍມີສ່ວນ."

ພ້ອມກັນນັ້ນ ທ່ານກໍວ່າ ໃນຈຳນວນ ຜູ້ໄດ້ຮັບ ເຄາະຮ້າຍທັງໝົດ ນັ້ນ ຫລາຍກວ່າໝູ່ ແມ່ນຖືກນຳໄປ ເຮັດວຽກຢູ່ ສະຖານທີ່ ບໍຣິການ ຊຶ່ງໃນນັ້ນ ຈຳນວນນຶ່ງ ຖືກບັງ ຄັບໃຫ້ຂາຍ ບໍຣິການ ຮອງລົງມາ ກໍແມ່ນຖືກ ບັງຄັບໄຊ້ ແຮງງານຕາມ ໂຮງຈັກໂຮງງານ ຕ່າງໆ ແລະຖືກຂູດຮີດ ແຮງງານ ຕາມຄົວເຮືອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.