ການຄ້າມະນຸດ ຈາກລາວ ໄປໄທ

ຊາວລາວ ທີ່ເຄາະຮ້າຍ ຕົກເປັນເຫຍື່ອ ການຄ້າມະນຸດ ສ່ວນໃຫຍ່ ຈະຖຶກຂາຍ ໄປຍັງ ປະເທດໄທ.
ມະນີຈັນ
2009.06.10
F-HumanT ຍານາງRamaYade(ຊ້າຍ)ຣັຖມົນຕຣີຕ່າງປະເທດຝຣັ່ງເສດ ກ່ຽວແກ່ສິດທິມະນຸສກຳລັງເບິ່ງການຕໍ່າຫູກຊຶ່ງເປັນສ່ວນນຶ່ງ ຂອງໂຄງການຝຶກອົບຮົມວິຊາຊີພໃຫ້ກັບຜູ້ຍິງແລະເດັກນ້ອຍ ທີ່ຖືກເຄາະຮ້າຍຈາກການຄ້າມະນຸດ. (ພາບຖ່າຍເມື່ອວັນທີ13ມິນາ2009ບ້ານເກດຕຣະການ ແຂວງນົນທະບຸຣີປະເທດໄທ)
Photo: AFP

ຊາວລາວ ທີ່ເຄາະຮ້າຍ ຕົກເປັນເຫຍື່ອ ການຄ້າມະນຸດ ສ່ວນໃຫຍ່ຈະຖືກ ຂາຍໄປຍັງ ປະເທດໄທ. ແລະເມື່ອຢູ່ ປະເທດໄທແລ້ວ ຊາວລາວເຫລົ່ານັ້ນ ກໍຈະຖືກໃຫ້ ເຮັດວຽກຢູ່ຕາມ ສະຖານ ບໍຣິການ ແລະຕາມ ໂຮງຈັກໂຮງງານ ຫລືບ້ານເຮືອນ ຕ່າງໆ ໂດຍຖືກບັງຄັບ ໃຫ້ເຮັດວຽກງານ ຢ່າງໜັກໜ່ວງ.

ສ່ວນຢູ່ໃນ ປະເທດລາວ ຜູ້ເຄາະຮ້າຍ ຊຶ່ງສ່ວນໃຫຍ່ ເປັນເດັກນ້ອຍນັ້ນ ຈະຖືກບັງຄັບ ໃຫ້ຂາຍ ບໍຣິການ ທາງເພດ. ເຈົ້າໜ້າທີ່ຈາກ ໂຄງການຕໍ່ຕ້ານ ການຄ້າມະນຸດ ໃນນະຄອນຫລວງ ວຽງຈັນ ເຜີຍກ່ຽວກັບ ເລື້ອງນີ້ ໃນຕອນນຶ່ງວ່າ:

"ຈໍານວນ ຜູ້ເຄາະຮ້າຍນີ້ 100ເປີເຊັນ ຢູ່ປະເທດໄທ ແຕ່ວ່າສະເພາະ ຢູ່ພາຍໃນ ລາວເອງ ມີຄະດີຖືກ ຕັດສີນຄະດີ ຫວ່າງປີຜ່ານ ມານີ້ກໍມີ ສ່ວນໃຫຍ່ ມັນສິຢູໃນ ລັກສນະ ເອີ້ນວ່າແບບ ບັງຄັບ ໂສເພນີເດັກ."

ທ່ານເວົ້າວ່າ ຢູ່ພາຍໃນລາວ ການຈັບກຸມພວກ ຜູ້ຍີງທີ່ຂາຍ ບໍຣິການ ທາງເພດ ອັນມີທັງ ເດັກນ້ອຍ ຮວມຢູ່ດ້ວຍນັ້ນ ເກີດຂຶ້ນ ຍ້ອນວ່າ ໃນຕົວເມືອງໃຫຍ່ ຕ່າງໆ ຂອງລາວ ທີ່ເປັນແຫລ່ງ ທ່ອງທ່ຽວນັ້ນ ມີຍີງສາວໃຫ້ ບໍຣິການ ທາງເພດ ທັງໃນຮູບແບບ ສມັກໃຈຄ້າ ປະເວນີແລະ ໃນຮູບແບບ ຖືກບັງຄັບ. ຜູ້ຍີງເຫລົ່ານີ້ ສ່ວນ ຫລາຍຈະມາຈາກ ແຂວງທາງພາກໄຕ້ ແລະພາກເໜືອ ຂອງລາວ.

ແມ່ຍີງລາວ ອັນມີທັງ ເດັກນ້ອຍ ຮວມຢູ່ດ້ວຍນັ້ນ ຖືກຫລອກລວງ ໃຫ້ໄປເຮັດວຽກ ຢູ່ໃນ ຕົວເມືອງໃຫຍ່ ຢ່າງງ່າຍດາຍ ສ່ວນນຶ່ງ ກໍຍ້ອນວ່າ ມາຈາກ ເຂດຫ່າງໃກ ສອກຫລີກ ທຸກຍາກຂາດເຂີນ:

"ຄວາມຈິງ ປະຊາຊົນ ເຂົາເຈົ້າ ບໍ່ຢາກທໍາ ຢາກໃຊ້ຄໍາວ່າ ຂະເຈົ້າຖືກ ຫລອກລວງຫລາຍກວ່າ ເພາະວ່ານຶ່ງ ແມ່ນຣະດັບ ການສຶກສາບໍ່ດີ ສອງມາ ກໍບໍ່ມີ ວຽກເຮັດ ງານທໍາ ສ່ວນໃຫຍ່ເປັນ ແນວນັ້ນ ຕາມຜົນຖືກ ສົ່ງມາທີ່ຄະດີ ທີ່ມັນເກີດຂຶ້ນ ແມ່ນຄະດີນີ້."

ການຄ້າມະນຸດ ຢູ່ລາວປັດຈຸບັນ ໂດຍສະເພາະ ຖ້າເວົ້າເຖິງ ຂະບວນການ ເຂົ້າສູ່ ທຸຣະກິດ ການຄ້າ ປະເວນີ ມີຄວາມ ສລັບສັບຊ້ອນ ຫລາຍສົມຄວນ ທັງໃນ ເລື້ອງການ ພົວພັນກັນ ຣະຫວ່າງພວກຄົນ ທີ່ກ່ຽວຂ້ອງ ແລະ ໃນເລື້ອງສາເຫດ ຫລືທີ່ມາຂອງ ບັນຫານັ້ນ  ຊຶ່ງຈໍາເປັນຕ້ອງ ມີການຈັດຕັ້ງ ໜ່ວຍງານຕໍ່ຕ້ານ ການ ຄ້າມະນຸດ ຂຶ້ນໃນທຸກແຂວງ ທົ່ວປະເທດລາວ ໂດຍມີການ ອົບຮົມເລື້ອງການ ສືບສວນສອບສວນ ໃນຄະດີ ຄ້າມະນຸດ ເພື່ອໃຫ້ ເຈົ້າໜ້າທີ່ ສາມາດຮັບຮູ້ ບັນຫາ ແລະ ຮູ້ທັນເລ່ລ່ຽມ ຂອງຂະບວນການ ຄ້າມະນຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.