ລາວ-ໄທ ຮ່ວມກັນ ປາບປາມ ການຄ້າມະນຸດ

ຫນ່ວຍງານ ຕໍ່ຕ້ານການຄ້າມະນຸດ ຂອງໄທ ຈະສືບຕໍ່ ເຮັດວຽກກັບຝ່າຍ ສປປ ລາວ ຕຣອດປີ 2009 ເພື່ອຕໍ່ຕ້ານ ການຄ້າມະນຸດ ຕາມເຂດຊາຍແດນ ໄທ-ລາວ, ອີງຕາມ ການເປີດເຜີຍ ຂອງເຈົ້າໜ້າທີ່ ກະຊວງ ພັດທະນາ ສັງຄົມ ແລະ ຄວາມໝັ້ນຄົງ ມະນຸດ ຂອງໄທ.

ສະຖານະ​ການ ການ​ຄ້າ​ມະນຸດ ທັງ​ຜູ້ຍິງ​ແລະ​ ເດັກນ້ອຍ​ ຕາມ​​ເຂດ​ຊາຍ​ແດນ​ ​ໄທ-ລາວ ​ຍັງ​ເປັນ​ບັນຫາ ​ທີ່​ແກ້​ບໍ່ຮູ້ຈົບ ​ຈັກ​ເທື່ອ. ການ​ຮ່ວມ​ງານ​ກັນ​ນີ້​ ແມ່ນພາຍ​​ໃຕ້ ​ຂອບ​ເຂດ​ ອາ​ນຸ ກັມະ​ການ ​ປະສານ​ງານ ​ຄວາມ​ຮ່ວມ​ມື​ໃນອານຸ ພູມີພາກ​​ແມ່​ນໍ້າຂອງ.

“ເຮົາ​ຈື່ງ ​ມີ​ການ​ທໍາ​ງານ​ ຮ່ວມ​ກັນ ​ທັ້ງ​ພາຍໃນ​ ປະ​ເທດ​ໄທ ​ໃນ​ປະ​ເທດ ​ເພື່ອນ​ບ້ານ ບໍ່​ວ່າ​ຈະ​ເປັນ​ ໄທກັບລາວ ​ໄທ​ກັບກໍາ​ພູ​ຊາ ​ແລະ ​​ໄທ​ກັບພະມ້າ.” ​

ສະຖານະ​ການ ​ການ​ຄ້າ​ມະນຸດ ​ຕາມ​​ເຂດ​ຊາຍ​ແດນລາວ-​ໄທໃນ​ປັດຈຸບັນ​ນີ້​ເປັນ​ໜ້າວິຕົກ​ ທີ່​ສຸດຍ້ອນ​ວ່າ​ ມັນ​ເປັນ​ການ​ຄ້າ​ ມະນຸດ ​ຢ່າງ​ສົມບູນ​​ແບບ ແລ້ວ. ການ​ຄ້າ​ມະນຸດ ​ຂະຫຍາຍຕົວ ​ຫລາຍ​ຂື້ນ, ນາຍ​ໜ້າ ຄ້າ​ມະນຸດ ​ທໍາ​ຕົວ​ ເປັນ​ຄົນ​ໃກ້​ຊິດ ​ກັບ​ເຍື່ອ​ເປົ້າ​ໝາຍ, ​ແລະ​ ຍາກ​ໃນ​ການ​ຕິດຕາມ.

​ເຈົ້າ​ໜ້າ​ທີ່​ໄທ ວ່າການ​ທໍາ​ງານ ຂອງ​ຫນ່ວຍງານ​ ຕໍ່​ຕ້ານ​ການ​ຄ້າ​ມະນຸດ​ແມ່ນ​ເນັ້ນໜັກ​ ໄປ​ທາງ​ແກ້​ໄຂ ​ບັນຫາ​ຕົ້ນ​ສາ​ເຫດ ເຊັ່ນ​ວ່າ ປະສານ​ງານ ​ກັບ​ຝ່າຍ​ລາວ ​ເພື່ອ​ໃຫ້​ຄວາມ​ຮູ້ ​ແກ່​ປະຊາຊົນ ​ທີ່ຢູ່​ໃນ​ກຸ່ມ​ສ່ຽງ ຕໍ່​ການຖືກ​ຫລອກ​ລວງ ຂອງ​ຜູ້​ຄ້າ​ມະນຸດ, ຊ່ວຍ​ໃຫ້​ຝ່າຍ​ລາວ ​ລົງ​ສໍາຣວດ ພື້ນ​ທີ່ ບ່ອນ​ທີ່​ ປະຊາຊົນ​ ຕົກ​ຢູ່​ໃນ​ຄວາສ່ຽງ ​ຕໍ່​ການ​ຄ້າ​ມະນຸດ, ພ້ອມ​ທັງ​​ແລກປ່ຽນ ​ຂ່າວສານ​ກັນ ​ກັບ​ເຈົ້າ​ໜ້າ​ທີ່​ລາວ.